code 0 title ມື້ຕໍ່ມື້ພຣະບິດານຳເຮົາ title_original Father, Lead Me Day by Day authors_lyric George C. Strattner, 1691 authors_music John P. Hopps (1843-1912) *1 ພຣະບິດາຂໍຊົງນຳເຮົາ ແຕ່ລະວັນໃນທາງພຣະເຈົ້າ ໃຫ້ເຮົາຈິງໃຈບໍລິສຸດ ເຫມືອນຄົນທີ່ຈະຮັບມົງກຸດ *2 ເມື່ອຕົກຢູ່ໃນອັນຕະລາຍ ພຣະຊົງຊ່ວຍໃຫ້ເຮົາຫມັ້ນໃຈ ເມື່ອພັກພິງຢູ່ໃນພຣະຊວງ ພຣະຊົງຊ່ອຍໃຫ້ເຮົາຫມົດຫ່ວງ *3 ເມື່ອມານລໍ້ລວງໃຫ້ຫຼົງຜິດ ຂໍພຣະອົງຊົງເສີມສ້າງຈິດ ເມື່ອເຮົາຢືນຢູ່ຢ່າງລຳພັງ ຂໍພຣະອົງຊົງເພີ່ມກຳລັງ *4 ເມື່ອລຳບາກ ຫຼື ພົບຄວາມຢ້ານ ເຮົາຈະສູ້ດ້ວຍໃຈເບີກບານ ພຣະໃຫ້ເຮົາມີຄວາມອົດທົນ ຕໍ່ຄວາມທຸກຍາກທີ່ມືດມົນ *5 ຂໍໃຫ້ເຮົາເຮັດແຕ່ຄວາມດີ ດ້ວຍພຣະຄຸນຜູ້ຊ່ອຍຊີວີ ຈົນເຮົາໄດ້ຢູ່ກັບພຣະອົງ ແລະ ສັນເສີນພຣະຜູ້ສູງສົ່ງ === code 1 title ເຊີນມາສັນເສີນພຣະເຈົ້າ title_original Praise to the Lord authors_lyric Joachim Neander (1650-1680) authors_music From Praxis Pietatis Melica, 1668 *1 ເຊີນມາສັນເສີນພຣະເຈົ້າຍິ່ງໃຫຍ່ຜູ້ໄດ້ຊົງສ້າງໂລກາ ຈິດໃຈຂອງຂ້າສັນເສີນພຣະອົງຜູ້ຊົງເປັນຜູ້ຊ່ວຍເຮົາ ໃຫ້ເຮົາຜູ້ຟັງ ເຊິ່ງໄດ້ມານັ່ງໃນວິຫານ ຮ່ວມກັນສັນເສີນດ້ວຍໃຈເບີກບານ *2 ເຊີນມາສັນເສີນພຣະເຈົ້າຜູ້ຄອບຄອງທຸກສິ່ງດ້ວຍເມດຕາ ພຣະອົງຮັກສາ ແລະ ປົກປ້ອງເຮົາດ້ວຍຄວາມຮັກຂອງພຣະອົງ ເຖິງເຮົາບໍ່ຮູ້ ເຖິງຄວາມປາຖະໜາຂອງເຮົາ ແຕ່ພຣະອົງຮູ້ ແລະ ປະທານໃຫ້ *3 ເຊີນມາສັນເສີນພຣະອົງຜູ້ຊົງປ້ອງກັນສັນສ້າງງານເຮົາ ພຣະຄຸນຄວາມດີຂອງພຣະເຈົ້າຊົງຢູ່ກັບເຮົາທຸກວັນຄືນ ຕຶກຕອງໃຫ້ດີ ທີລິດທາພຣະອົງຊ່ວຍເຮົາ ດ້ວຍຄວາມຮັກຈຶ່ງເປັນສະຫາຍເຮົາ === code 2 title ພຣະເຈົ້າສະຖິດຢູ່ໃນຊີໂອນ title_original The Lord in Zion Reigneth authors_lyric H. P. Danks authors_music Fanny Crosby (1823-1915) *1 ທີ່ໄຊໂອນພຣະເຈົ້າສະຖິດ ໃຫ້ຊີວິດເຮົາຫັນສາ ພ້ອມກັນທີ່ບັນລັງແຫ່ງເມດຕາ ດ້ວຍພູມໃຈທັງກາຍໃຈ ທີ່ໄຊໂອນພຣະເຈົ້າສະຖິດ ເນື່ອງນິດຈົ່ງສັນເສີນທ່ານ ປວງລາຊາພ້ອມຫນ້າກັນໄຫວ້ກາບ ໄຫວ້ພ້ອມກັນເສີນຍ້ອງຍໍ *2 ທີ່ໄຊໂອນພຣະເຈົ້າສະຖິດ ໃຜຈະຄິດປຽບຊົງເຮັດ ທຸກສິ່ງໃນໂລກຢູ່ໃນມືທ່ານ ທະເລຮ້າຍນັ້ນຊົງຄອຍ ສັນເສີນຍ້ອງຍໍພຣະນາມເຈົ້າ ພ້ອມກັນປະກາດພຣະອົງ ທົ່ວໄປໃນໂລກສາຄອນພົງໄພ ປະສົງຊົນລອດຊີວິດ *3 ທີ່ໄຊໂອນພຣະເຈົ້າສະຖິດ ຍາມນີ້ເປັນສິດຊົງເຮັດ ຈົ່ງເຂົ້າຖະຫວາຍວິຫານໄວໆ ພ້ອມກັນຮ້ອງເພງສັນເສີນ ພາຍໃຕ້ລົງອົງພຣະເປັນເຈົ້າ ໃຫ້ເຫຼົ່າຊົນໄດ້ກາບໄຫວ້ ສັນເສີນຈອມໂລກາຟ້າສະຫວັນ ຍໍທ່ານພຣະເຈົ້າຍິ່ງໃຫ່ຍ === code 3 title ພຣະເຢໂຮວາຊົງປົກຄອງ title_original The Lord Jehovah Reigns authors_lyric Isaac Watts (1674-1748) *1 ພຣະເຢໂຮວາຊົງຄອງ ບັນລັງທອງສູງສະຫງ່າ ສະຫຼອງອົງຈອມໂຍທາ ປຽບປານແສງສຸລິຍັນ ສະຫງ່າລາສີສ່ອງແສງລິດທາ ບໍ່ມີຜູ້ໃດ ຈະແນມພຣະໄດ້ *2 ດ້ວຍພຣະຫັດຊົງລິດທາ ເຮັດໃຫ້ໂລກາຫວັ່ນໄຫວ ຈະພິພາກສາໂລກນີ້ ເພື່ອໃຫ້ບັນຍັດຖາວອນ ແລະ ດ້ວຍຄວາມຮັກຈະເປັນພຣະພອນ ຄວາມຈິ່ງຢືນຢັນ ຄໍ້າຈຸນພຣະຄຸນ *3 ລາດສະກິດອັນປະຫຼາດ ໄດ້ປະກາດພຣະຍິ່ງໃຫຍ່ ອຳນາດແຫ່ງນາລົກນີ້ ບໍ່ອາດຕໍ່ລິດພຣະອົງ ຈະຊົງສຳເລັດງານດ້ວຍລິດທາ ດ້ວຍວ່າພຣະອົງ ຊົງລິດຄອບຄອງ *4 ຈອມກະສັດຜູ້ກຽງໄກ ພຣະບໍ່ຊົງຖືພຣະອົງ ຮັບຂ້າເປັນບຸດຫມັ້ນຄົງ ແລະ ຊົງເປັນເຊັ່ນສະຫາຍ ຂ້າຮັກພຣະຄຳພຣະນາມເຫລຶ່ອຫຼາຍ ກຳລັງໃຈກາຍ ຖະຫວາຍຍ້ອງຍໍ === code 4 title ເຮົາຊຸມນຸມພ້ອມກັນ title_original We Gather Together authors_lyric Anonymous, 1625 authors_music Netherland Folk Song, 1625 *1 ຮ່ວມໃຈອະທິຖານຂໍພຣະອົງປະທານພຣະພອນ ພຣະອົງໄດ້ຊົງສອນໃຫ້ເຮົາຮຽນຮູ້ພຣະໄທ ຄວາມທຸກ ແລະ ຄວາມເດືອດຮ້ອນກໍຂໍໃຫ້ສະຫຼາຍໄປ ໃຫ້ເຮົາສັນເສີນພຣະອົງເພາະບໍຫຼົງລືມພວກເຮົາ *2 ພຣະອົງຊົງອຸປະທຳ ແລະ ນຳເຮົາດຳເນີນໄປ ຄຸ້ມຄອງກາຍໃຈໄວ້ເມື່ອຊົງຊົງໃຫ້ບັງເກີດມາ ພຣະອົງໃຫ້ເຮົາມີໄຊເມີ່ອຕໍ່ສູ້ກັບມານຮ້າຍ ສັນເສີນອົງພຣະບິດາພຣະຊົງເມດຕາເຮົາ *3 ເຮົາທັງຫຼາຍຈົ່ງສັນເສີນຍ້ອງຍໍພຣະຜູ້ມີໄຊ ຂໍພຣະອົງຊົງຄຸ້ມຄອງເຮົາໃຫ້ມີຄວາມປອດໄພ ຂໍໃຫ້ໄພ່ພົນພຣະອົງຈົ່ງມີຄວາມສຸກສືບໄປ ສັນເສີນພຣະອົງຜູ້ດຽວເພາະຊ່ວຍເຮົາເປັນໄທ === code 5 title ຈຳເລີນເທີ້ນພຣະນາມ title_original Blessed be the Name authors_lyric R. E. Hudson authors_music Charles Wesley, alt. *1 ຂໍໃຫ້ລີ້ນທຸກລີ້ນນັບໝື່ນພັນ ສັນລະເສີນພຣະນາມຜູ້ຈຳເຣີນ ສະຫງ່າທ່ານພະຣາຊານັ້ນເລີດລໍ້າ ສັນລະເສີນພະນາມຜູ້ຈຳເຣີນ *ref ຈົ່ງສັນເສີນພຣະອົງ ຈົ່ງສັນເສີນພຣະອົງ ສັນລະເສີນພຣະນາມຜູ້ຈຳເຣີນ ຈົ່ງສັນເສີນພຣະອົງ ຈົ່ງສັນເສີນພຣະອົງ ສັນລະເສີນພຣະນາມຜູ້ຈຳເຣີນ *2 ພຣະເຢຊູຜູ້ມີນາມລືລັ່ນ ສັນລະເສີນພຣະນາມຜູ້ຈຳເຣີນ ເຫຼົ່າຄົນບາບຮ້າຍຊາບຊື້ງຊື່ນຊົມ ສັນລະເສີນພະນາມຜູ້ຈຳເຣີນ *3 ຊົງທຳລາຍບາບຮ້າຍໃຫ້ສິ້ນກັບ ສັນລະເສີນພຣະນາມຜູ້ຈຳເຣີນ ໂລຫິດທ່ານລ້າງຄົນບາບຊົ່ວຊາມ ສັນລະເສີນພຣະນາມຜູ້ຈຳເຣີນ === code 6 title ເຊີນນະມັດສະການພຣະເຈົ້າ title_original O Worship the Lord authors_lyric Edwin Barnes, 1886 (1864-1930) authors_music J. S. B. Monsell (1811-1875) *1 ເຊີນນະມັດສະການດ້ວຍໃຈເບີກບານ ແລະ ບໍ່ລິສຸດ ມວນມະນຸດກົ້ມກາບພຣະເຈົ້າຜູ້ຍິ່ງໃຫຍ່ ສະຫງ່າລາສີຂອງພຣະອົງສອງແສງເຫຼືອງເຫຼື້ອມເລື້ອຍໄປ ພຣະເຈົ້າຍິ່ງໃຫຍ່ເຊີນມາສັນເສີນພຣະອົງ *2 ພະພັກຂອງພຣະອົງຈົ່ງວາງພາລະທຸກຢ່າງມອບໄວ້ ໂລຫິດພຣະອົງລັງໄຫຼໄດ້ສຳລະທ່ານ ຊ່ວຍຫອບເອົາຄວາມເຈັບໄຂ້ຊົງຕອບການອະທິຖານຍັງ ໄດ້ຊົງປະທານເສັ້ນທາງແຫ່ງຄວາມມີໄຊ *3 ສິ່ງຂອງມີຄ່ານ້ອຍແຕ່ກໍ່ມອບດ້ວຍໃຈສະໝັກ ພຣະອົງຮັກ ແລະ ເມດຕາເຮົາທຸກວັນຕອນແລງ ໂສກເສົ້າຕອນເຊົ້າພຣະເຈົ້າປະທານຄວາມສຸກສັນເມື່ອຢ້ານ ຈົນຕົວສັ່ນພຣະເຈົ້າປະທານຄວາມຫມັ້ນໃຈ === code 7 title ເຊີນຜູ້ມີໃຈຜຸດຜ່ອງ title_original Rejoice Ye Pure in Heart authors_lyric Arthur H. Messiter, 1883 (1834-1916) authors_music Edward H. Plumptre, 1865 (1821-1891) *1 ເຊີນຜູ້ມີໃຈຜຸດຜ່ອງ ຮ່ວມຮ້ອງເພງສັນເສີນຫັນສາ ທຸງກາງແຂນພຣະເຢຊູລາຊາ ໂບກໄປມາຢູ່ເບື້ອງບົນ *ref ຍິນດີ ຍິນດີ ຍິນດີ ສັນລະເສີນ ຫັນສາ *2 ພ້ອມດ້ວຍຜູ້ທີ່ເຊື່ອທັງໝົດ ແລະ ທູດສະຫວັນເທິງຟ້າ ຮ່ວມຮ້ອງບົດເພງຍິນດີດ້ວຍກັນ ສຸກສັນຈິ່ງແທ້ແນ່ນອນ *3 ຈະຮ້ອງເພງທຸກເວລາ ຕາມຊາວສະຫວັນເມືອງຟ້າ ແຕ່ໜຸ່ມຈົນເຖົ້າແກ່ຕະຫຼອດວັນຄືນ ເຖິງມີສຸກທຸກໃນໃຈ *4 ເຊີນຜູ້ມີຈິດໃຈງົດງາມ ຮ່ວມຮ້ອງເພງສັນເສີນມ່ວນຊື່ນ ທີ່ກາງແຂນພຣະເຢຊູໄດ້ຕາຍ ເພື່ອຂ້າໃຫ້ພົ້ນໄດ້ === code 8 title ຍາມຮຸ່ງອາລຸນໂປດຟັງສຳນຽງ title_original Lord in the Morning authors_lyric Isaac Watts, 1719 (1674-1748) authors_music Aaron Williams (1731-1776) *1 ຍາມຮູ່ງອາລຸນໂປດຟັງສຳນຽງ ສຽງຂ້າສັນເສີນຖະຫວາຍ ດ້ວຍເພງຂ້າຈະຂໍອະທິຖານ ຕໍ່ພຣະຄຣິດທີ່ເບຶ້ອງເທິງ *2 ທີ່ພູເຂົາພຣະຄຣິດສະເດັດໄປ ອ້ອນວອນເພື່ອຄົນທັງຫຼາຍ ທີ່ບັນລັງພຣະບິດາຂ້າໄດ້ ຮ້ອງເພງຄວາມທຸກບັນຍາຍ *3 ພຣະວິນຍານຊົງນຳພາຕົວຂ້າ ໄປໃນວ່າງທາງຊອບທຳ ໃຫ້ງານຂ້າສຳເລັດດ້ວຍລິດທາ ດີງາມຕາມພຣະອົງນຳ *4 ມວນຊົນທັງຫຼາຍຢຳເກັງພຣະນາມ ສົມຫວັງຕາມປາຖະໜາ ພຣະຜູ້ມີຣິດຈະປ້ອງກັນຂ້າ ດ້ວຍຄວາມຮັກອັນລໍ້າຄ່າ === code 9 title ພຣະເຈົ້າເປັນຄວາມຮັກປະທັບໃນພຣະເຢຊູ title_original God Is Love Revealed in the Lord Jesus *1 ພຣະເຈົ້າເປັນຄວາມຮັກປະທັບໃນພຣະເຢຊູ ສະເດັດລົງມາສູ່ໂລກມະນຸດຊ່ວຍປວງຊົນ *2 ຄວາມຮັກນັ້ນຍິ່ງໃຫຍ່ປຽບໄດ້ດັ່ງກະແສນ້ຳ ຊຳລະດວງໃຈຂອງມວນຊົນມະນຸດທັງຫຼາຍ === code 10 title ບໍ່ມີສະຫາຍຊ່ອຍເຮົາຄືພຣະເຢຊູ title_original No, Not One! authors_lyric Geo. C. Hugg, arr. authors_music Jonnson Oatman, Jun. *1 ບໍ່ມີສະຫາຍຊ່ອຍເຮົາເໝືອນພຣະເຢຊູ ບໍ່ມີໃຜ ບໍ່ມີໃຜ ໃຜລ້າງບາບໄດ້ນອກຈາກອົງພຣະເຢຊູ ບໍ່ມີໃຜ ບໍ່ມີໃຜ *ref ຜິດບາບຂອງເຮົາພຣະເຈົ້າຊົງຊາບໝົດ ຈະຊົງໂຜດເຮົາຕະຫລອດເວລາ ບໍ່ມີສະຫາຍໂຜດເຮົາເໝືອນພຣະເຢຊູ ບໍ່ມີໃຜ ບໍ່ມີໃຜ *2 ບໍ່ມີຜູ້ໃດບໍລິສຸດເໝືອນພຣະອົງ ບໍ່ມີໃຜ ບໍ່ມີໃຜ ບໍ່ມີຜູ້ໃດຖ່ອມໃຈລົງເໝືອນພຣະອົງ ບໍ່ມີໃຜ ບໍ່ມີໃຜ *3 ບໍ່ມີຍາມໃດທີ່ພຣະອົງບໍ່ຢູ່ໃກ້ ປ້ອງກັນໄພ ປ້ອງກັນໄພ ກາງຄືນມືດດຳພຣະອົງເຝົ້າຮັກສາໄວ້ ປ້ອງກັນໄພ ປ້ອງກັນໄພ *4 ພວກສິດທັງຫຼາຍພຣະອົງບໍ່ຊົງລືມເລີຍ ບໍ່ລືມເລີຍ ບໍ່ລືມເລີຍ ຄົນບາບຄວນຮູ້ວ່າພຣະອົງບໍ່ເມີນເສີຍ ບໍ່ເມີນເສີຍ ບໍ່ເມີນເສີຍ === code 11 title ເຊີນກົ້ມກາບກຽດ title_original O Worship the King authors_lyric J. Michael Haydn, 1770 authors_music Robert Grant, 1833 (1779-1838) *1 ເຊີນກົ້ມກາບກະສັດ ລັດສະໝີເບື້ອງບົນ ຊົງຮັກເຮົາເຫຼືອລົ້ນ ເຮົາທຸກຄົນສັນເສີນ ຊົງເປັນໂລປ້ອງກັນເຮົາ ແດ່ກ້ອນເກົ່ານານມາ ເປັນທີ່ເພິ່ງໃນໂລກາ ຮັກສາພົ້ນໄພມານ *2 ເຊີນສັນເສີນພຣະອົງ ຜູ້ຊົງຄວາມເມດຕາ ຊົງລັດສະໝີຮຸ່ງເຮືອງ ເຫຼືອງເຫຼື້ອມເວຫາ ພຣະພິໂລດຂອງພຣະອົງ ດັ່ງເມກໃຫຍ່ຟ້າຮ້ອງ ດັ່ງພະຍຸອັນໜ້າຢ້ານ ປົກຄຸ້ມທົ່ວໂລກາ *3 ເຮົາເຫຼົ່າຊາວໂລກາ ບາບໜາທັງກາຍໃຈ ຈົ່ງເພີ່ງພາພຣະອົງ ໃຫ້ພົ້ນໄພໝູ່ມານ ພຣະເມດຕາອັນໝັ້ນຄົງ ຢືນຢົງນິລັນດອນ ໄປຊົງເປັນພຣະຜູ້ຊ່ອຍ ແລະ ປະທານຄວາມລອດ === code 12 title ຂ້າຮ້ອງສັນເສີນລິດທາພຣະເຈົ້າ title_original I Sing the Mighty Power authors_lyric G. F. Root (1820-1895) authors_music Isaac Watts (1674-1748) *1 ຂ້າຮ້ອງສັນເສີນລິດທາພຣະເຈົ້າຜູ້ຊົງສ້າງພູເຂົາໄວ້ ຂະຫຍາຍທະເລອອກໃຫ້ກວ້າງໃຫຍ່ບັນດານໃຫ້ມີນະຜາ ຂ້າຮ້ອງສັນເສີນຍົກພຣະປີຊາໃຫ້ສຸລິຍາຄອງວັນ ໃຫ້ດວງຈັນທາສ່ອງທົ່ວນະຜາ ແລະ ມວນດາລາເຊັນກັນ *2 ຂ້າຮ້ອງສັນເສີນພຣະບາລະມີທີ່ໃຫ້ໂລກມີອາຫານ ຊົງສ້າງປວງສັດດ້ວຍພຣະດຳລັດວ່າດີທຸກປະການ ໂອ້ພຣະບີດາຂ້າເບິ່ງທິດໃດໄດ້ເຫັນສິ່ງທີ່ອັດສະຈັນ ຕາມພຣະສຸທາທີ່ຂ້າອາໃສທັງໃນເບື້ອງບົນນະຜາ *3 ອັນໝູ່ພຶກສາ ແລະ ບຸບພາຊາດປະກາດເຊິ່ງພຣະເດຊາ ເມກໝອກຫິມະ ແລະ ພະຍຸນັ້ນສຳແດງເຊິງພຣະລິດທາ ພຣະຊົງປະທານຊີບສັດທົ່ວໄປທັງໄດ້ພິທັກຮັກສາ ທຸກແຫ່ງໃນແຫຼ່ງຫຼ້າຂ້າອາໃສພຣະໄດ້ສະຖິດນິລັນ === code 13 title ຂ້າສັນລະເສີນພຣະເຈົ້າ title_original How Great Thou Art authors_lyric Stuart K. Hine (1899-1989) *1 ພຣະອົງເຈົ້າຂ້າ ຂ້ານ້ອຍເຝົ້າເບິ່ງດ້ວຍຢຳເກງ ເພາະພຣະອົງຊົງ ເປັນຜູ້ສ້າງຈັກກະວານ ເມື່ອຫຼຽວເບິ່ງດາວ ແລະ ເມື່ອໄດ້ຍິນສຽງຟ້າຮ້ອງ ເຫັນສີພຣະຫັດ ຂອງພຣະອົງທົ່ວທ້ອງຟ້າ *ref ຂ້າສັນຣະເສີນ ພຣະເຈົ້າຜູ້ໂຜດໃຫ້ພົ້ນ ພຣະເຈົ້າຍິ່ງໃຫຍ່ ພຣະເຈົ້າຍິງໃຫຍ່ ຂ້າສັນຣະເສີນ ພຣະເຈົ້າຜູ້ໂຜດໃຫ້ພົ້ນ ພຣະເຈົ້າຍິ່ງໃຫຍ່ ພຣະເຈົ້າຍິ່ງໃຫຍ່ *2 ເມື່ອຂ້າຄຶດເຖິງ ພຣະເຈົ້າຜູ້ບໍ່ຊົງເສຍດາຍ ພຣະບຸດອົງດຽວ ສະເດັດມາເປັນຜູ້ໄຖ່ ຖືກທໍລະມານ ຄຶງໄວ້ທີ່ກາງແຂນເພື່ອຂ້າ ຂ້າຂອບພຣະຄຸນ ທີ່ພຣະອົງຊົງເມດຕາ *3 ຈະສະເດັດມາ ດ້ວຍສຽງແກ່ດັງກ້ອງເວຫາ ເພື່ອຮັບເອົາຂ້າ ກັບໄປຢູ່ໃນເມືອງຟ້າ ຂ້າຈະຂາບລົງ ທີ່ຝ່າພຣະບາດດ້ວຍຖ່ອມໃຈ ຖະຫວາຍພຣະກຽດ ແກ່ພຣະອົງເຈົ້າຍິ່ງໃຫຍ່ === code 14 title ຂໍພຣະພອນ title_original Come, Thou Almighty King authors_lyric Felice De Giardini, 1769 (1716-1796) authors_music Anon., c. 1757 *1 ເຊີນພຣະອົງກະສັດອົງໃຫຍ່ ຜູ້ຊົງຣິດເໜືອກວ່າຜູ້ໃດ ຄືພຣະບິດາ ຊົງສອນໃຫ້ສິດຖະຫວາຍ ສາທຸການໂດຍບໍ່ວາຍ ພຣະຜູ້ຊົງແພ້ມານຮ້າຍ ພຣະເຈົ້າຊັ້ນຟ້າ *2 ອົງພຣະທັມປະທັບໂລກາ ພວກສິດຂໍອ່ອນນ້ອມວັນທາ ຄືອົງພຣະຄຣິດ ພວກສິດເຂົ້າເຝົ້າອອ້ນວອນ ຂໍພຣະອົງຊົງໂຜດພອນ ສຸບໃສ່ດ້ວຍພຣະວິນຍານ ເຊີນສະຖິດນຳ *3 ເຊີນພຣະວິນຍານສະເດັດມາ ຊົງເພີ່ມວິນຍານຂອງພວກຂ້າ ເວລາບັດນີ້ ພຣະຜູ້ຊົງຄຸ້ມຄອງໃຈ ສະຖິດກັບສິດທັງຫລາຍ ຊົງສຸບໃສ່ຂ້າຕໍ່ໄປ ດ້ວຍຣິດອຳນາດ === code 15 title ຂໍພຣະເມດຕາຊົງຊະຖິດຢູ່ title_original Abide With Me authors_lyric William H. Monk, 1861 (1823-1889) authors_music Henry F. Lyte, 1847 (1793-1847) *1 ໂຜດສະຖິດຢູ່ນຳເພາະຍາມຄໍ່າມາໃກ້ ໂອ້ພຣະເຢຊູໂຜດສະຖິດຢູ່ຖາວອນ ເມື່ອສະຫາຍຮັກໜີໜ້າຄວາມສຸກຂາດໄປ ພຣະຜູ້ຊອບທໍາໂຜດສະຖິດຢູ່ຖາວອນ *2 ເມື່ອສະເດັດມາຢ່າໃຫ້ເປັນເທື່ອເປັນທີ ແຕ່ວ່າເໝືອນຊົງຢູ່ກັບພວກສິດແຕ່ກ່ອນ ຊົງເປັນໝູ່ທຸກສຸກກັບເຂົາຮັກປານີ ຢ່າຈອດຊົ່ວຄາວທໍ່ນັ້ນຂໍພັກຖາວອນ *3 ຂໍໃຫ້ພຣະອົງໂຜດເປັນທີ່ເພິ່ງທຸກເມື່ອ ຄັນຢູ່ຜູ້ດຽວຜູ້ຮ້າຍເຂົ້າມາທົດລອງ ພຣະຫັດພຣະອົງຄ້ຳຊູຈິດໃຈທຸກເມື່ອ ໃນມືດໃນແຈ້ງຂໍໂຜດສະຖິດຖາວອນ *4 ສຸດທ້າຍຂໍພຣະອົງໂຜດພຣະພອນສຸກໃຈ ແມ່ນຂ້າພຣະອົງໄດ້ໝິ່ນປະມາດຄຳສອນ ເຖິງເປັນຢ່າງນັ້ນພຣະອົງຊົງປະບໍ່ໄດ້ ແຕ່ນີ້ຕໍ່ໄປຂໍໂຜດສະຖິດຖາວອນ === code 16 title ພຣະເຈົ້າເຂົ້າໃຈ title_original God Understands authors_lyric B. D. Ackley authors_music Oswald J. Smith *1 ພຣະເຈົ້າເຂົ້າໃຈ ໃນທຸກທ່ານຊົງເຫັນນໍ້າຕາ ຟາງມົວ ແລະ ກະຊິບເຮົາ ຢູ່ກັບທ່ານຈົ່ງຢ່າສັ່ນ ຫຼື ໄດ້ຢ້ານ *ref ພຣະເຈົ້າເຂົ້າໃຈ ຄວາມອາວອນຊົງຮ່ວມໃນທຸກມະຫັນ ຈົ່ງໃຫ້ພຣະຮັບ ພາລະເຈົ້າພຣະເຂົ້າໃຈ ແລະ ສົງສານ *2 ພຣະເຈົ້າເຂົ້າໃຈ ໃນຄວາມເຈັບປວດ ແລະ ເສົ້າໂສກ ຊື່ນຊົມ ຈົ່ງເຊື່ອໃນພຣະນາມ ພຣະທຳ ຢ່າເຊື່ອໃນສິ່ງໄຣ້ຄຸນ *3 ພຣະເຈົ້າເຂົ້າໃຈ ໃນປົມດ້ອຍທີ່ຈະຄອຍຕາມ ຄວາມບາບ ຈະດຳເນີນຄຽງ ໄປໃກ້ຕົວເຖີງຈະມືດມົວພຣະຄຸນ === code 17 title ຄວາມຮັກວິເສດ title_original Love Divine authors_lyric John Zundel, 1870 (1815-1882) authors_music Charles Wesley, 1747 (1707-1788) *1 ຄວາມຮັກວິເສດກວ່າຄວາມຮັກອື່ນໃດ ພອນສະຫວັນທີ່ເຫຼືອລົ້ນລົງມາ ເຊີນປະທັບໃນດວງໃຈຂອງຜູ້ຂ້າ ຊົງຄຸ້ມຄອງພຣະກະລຸຫູນາ ໂອ້ພຣະເຢຊູຜູ້ຊົງພຣະເມດຕາ ຊົງພຣະຄຸນ ແລະ ຜູ້ບໍລິສຸດ ຂໍຊົງໂຜດຄວາມພົ້ນ ແລະ ຊົງຄໍ້າຊູ ຊົງໜູນໃຈບັນດາຜູ້ຄອຍຢູ່ *2 ລິດພຣະອົງເຈົ້າສາມາດຊ່ວຍເຮົາໄດ້ ໄດ້ຊົງນຳເຮົາຈົນທຸກວັນນີ້ ຂ້າຫວັງວ່າຈະຊົງນຳພາຕໍ່ໄປ ໃຫ້ເຖິງເມືອງຟ້າດ້ວຍຄວາມຍິນດີ ເມື່ອຂ້າຫຼົງທາງຫ່າງຈາກພຣະອົງໄປ ພຣະອົງເຈົ້າຊົງສືບຊອກຕາມຫາ ຊົງຊ່ອຍໃຫ້ພົ້ນຈາກຄວາມທຸກຮ້າຍໃຫຍ່ ດ້ວຍພຣະໂລຫິດທີ່ຊົງໄຖຂ້າ *3 ຄວາມຮັກຂອງພຣະອົງໃຫຍ່ຫຼວງໜັກໜາ ເຫິງທໍ່ໃດແຮງຕື່ມທຸກເວລາ ຂໍໃຫ້ພຣະເມດຕາຂອງພຣະບິດາ ໄດ້ຜູກມັດໃຈຂ້າໃຫ້ຫູຟັງ ຂໍພຣະອົງຢ່າໃຫ້ຂ້າໄດ້ຖອຍຫຼັງ ແຕ່ໄວ້ໃຈພຣະອົງທຸກວັນໃໝ່ ບັດນີ້ຂໍຖະວາຍກາຍໃຈບູຊາ ໃຫ້ເປັນຂອງພຣະອົງເຈົ້າສືບໄປ === code 18 title ໂອ້ພຣະເຢຊູຂອງຂ້າ title_original O Jesus, My Lord *1 ໂອ້ພຣະເຢຊູເຈົ້າຂອງຂ້າ ໂອ້ພຣະເຢຊູເຈົ້າຂອງຂ້າ ຢູ່ໂລກນີ້ມີເວທະນາ ຈົ່ງຮາເລລູຢາ *2 ເມື່ອລາໂລກຈະເຊັດນໍ້າຕາ ເມື່ອລາໂລກຈະເຊັດນໍ້າຕາ ພວກອ້າຍນ້ອງຢ່າເຊົາຄອງຫາ ຈົ່ງຮາເລລູຢາ *3 ຕາຍເມື່ອໃດຊີວິດກໍມີ ຕາຍເມື່ອໃດຊີວິດກໍ່ມີ ພົ້ນມົວມືດເຖິງລັດສະມີ ຈົ່ງຮາເລລູຢາ *4 ເມື່ອຫຼັບຕາລາໂລກຂຶ້ນໄປ ເມື່ອຫຼັບຕາລາໂລກຂຶ້ນໄປ ໝົດຄວາມທຸກໂສກເສົ້າຮ້ອງໄຫ້ ຈົ່ງຮາເລລູຢາ *5 ໃຜມີໄຊໄດ້ຮັບລາງວັນ ໃຜມີໄຊໄດ້ຮັບລາງວັນ ໃຜມີໄຊໄດ້ເຖິງສະຫວັນ ຈົ່ງຮາເລລູຢາ *6 ຟັງພຣະທໍາຕະຫຼອດຊີວິດ ຟັງພຣະທໍາຕະຫຼອດຊີວິດ ຈິ່ງໄດ້ຮັບພຣະພອນເປັນນິດ ຈົ່ງຮາເລລູຢາ === code 19 title ຂອບ​ພຣະຄຸນ​ພຣະ​ເຈົ້າ title_original Lord, We Thank You authors_lyric Arr. by Erik Mundall authors_music English trans. by E. M. *1 ຂອບ​ພຣະຄຸນພຣະເຈົ້າ ເພາະພຣະໄດ້ປະທານ ສິ່ງທີ່​ດີ​ໃນຊີ​ວິດ​ເຮົາ ພຣະອົງເອົາພຣະໄທໃສ່ ທຸກຢ່າງກ້າວ​ເດີນ ແລະ ຊົງຢືນ​ຢູ່​ຄຽງຂ້າງເຮົາ *ref ຮາ​ເລລູຢາ ສັນຣະເສີນພຣະ​ເຈົ້າ ຮາເລລູ...ຢາ ພຣະຊົງ​ໃຫ້ສິ່ງດີ ແກ່ທຸກໆ​ຄົນ ຕາມນ້ຳພຣະໄທຂອງພຣະອົງ *2 ຂອບ​ພຣະຄຸນ​ພຣະເຈົ້າ ເພາະພຣະຊົງລ້ຽງ​ດູ ແລະ ຊົງເປັນຄວາມສັນຕິສຸກໃນໃຈ ເມື່ອເຮົາຫຼຽວເບິ່ງທຳມະຊາດ ລ້ອມຮອບຂ້າງ​ເຮົາ ກໍ່ໄດ້ເຫັນຄວາມຮັກຂອງພຣະອົງ *3 ຂອບພຣະຄຸນພຣະເຈົ້າ ​ ເພາະພຣະໄດ້​ປະທານ ພຣະບຸດຕາ ຄືອົງພຣະເຢຊູຄຣິດ ຜູ້ໄດ້ວາຍພຣະຊົນເພື່ອເຮົາ ລອດພົ້ນຄວາມຕາຍ ແລະ ໄດ້ມີຊີວິດນິລັນດອນ === code 20 title ຢ່າສຸ່ຕົກໃຈ title_original God Will Take Care of You authors_lyric W. Stillman Martin (1862-1935) authors_music Civilla D. Martin (1869-1948) *1 ຢ່າສູ່ຕົກໃຈເຖິງວ່າເກີດຢ່າງໃດ ພຣະເຈົ້າຊົງໂຜດຮັກສາເຈົ້າ ຢູ່ໃຕ້ຄວາມຮັກນັ້ນເຈົ້າຕ້ອງອາໄສ ພຣະເຈົ້າຊົງໂຜດຮັກສາ *ref ພຣະເຈົ້າຊົງໂຜດຮັກສາ ບໍ່ວ່າມື້ໃດ ບໍ່ວ່າທີ່ໃດ ພຣະອົງຊົງໂຜດຮັກສາເຈົ້າ ພຣະອົງຊົງໂຜດຮັກສາເຈົ້າ *2 ຄັນທົນການຫຍຸ້ງຍາກໃຈບໍ່ຫິວອ່ອນ ພຣະເຈົ້າຊົງໂຜດຮັກສາເຈົ້າ ຄັນການຮ້າຍຂາດໄດ້ບຽດບຽນຈົນຮ້ອນ ພຣະເຈົ້າຊົງໂຜດຮັກສາ *3 ອັນຕ້ອງປະສົງນັ້ນພຣະອົງຊົງຈັດ ພຣະເຈົ້າຊົງໂຜດຮັກສາເຈົ້າ ຄັນໄດ້ໄວ້ໃຈໃນພຣະອົງບໍ່ຂາດ ພຣະເຈົ້າຊົງໂຜດຮັກສາ *4 ຄັນໄດ້ຢູ່ໄກຈາກພວກຍາດພີ່ນ້ອງ ພຣະເຈົ້າຊົງໂຜດຮັກສາເຈົ້າ ຜູ້ອ່ອນແຮງຕ້ອງອີງພຣະຊວງພຣະອົງ ພຣະເຈົ້າຊົງໂຜດຮັກສາ === code 21 title ຂໍໃຫ້ພຣະຢູ່ດ້ວຍຈົນພົບກັນອີກ title_original God Be With You authors_lyric William G. Tomer, 1880 (1833-1896) authors_music Jeremiah E. Rankin, 1880 (1828-1904) *1 ຂໍໃຫ້ພຣະຢູ່ດ້ວຍຈົນພົບກັນອີກ ພຣະຄຳຈະຊ່ວຍໃຫ້ທ່ານລອດຕາຍ ແລະ ຈະຊ່ວຍບໍ່ໃຫ້ທ່ານສູນຫາຍ ຂໍໃຫ້ພຣະຢູ່ດ້ວຍຈົນພົບກັນອີກ *ref ຈົນເຮົາພົບປະສົບກັນ ຮ່ວມສຳລານທີ່ແດນສະຫວັນ ຈົນເຮົາພົບ...ປະສົບກັນ ຂໍໃຫ້ພຣະຢູ່ດ້ວຍຈົນພົບກັນອີກ *2 ຂໍໃຫ້ພຣະຢູ່ດ້ວຍຈົນພົບກັນອີກ ພຣະອົງປົກປ້ອງໄວ້ດ້ວຍມືເພິ່ນ ແລະ ຊົງໂປດປະທານໃຫ້ມານາ ຂໍໃຫ້ພຣະຢູ່ດ້ວຍຈົນພົບກັນອີກ *3 ຂໍໃຫ້ພຣະຢູ່ດ້ວຍຈົນພົບກັນອີກ ຖ້າຄວາມບາບມາລວງທ່ານມາກຫຼາຍ ຂໍພຣະອົງຈູງທ່ານໃຫ້ພົ້ນໄພ ຂໍໃຫ້ພຣະຢູ່ດ້ວຍຈົນພົບກັນອີກ *4 ຂໍໃຫ້ພຣະຢູ່ດ້ວຍຈົນພົບກັນອິກ ຈົ່ງຍ້ອງຍໍຄວາມຮັກໃຫ້ສູງໄວ້ ຂັບຄື້ນແຫ່ງຄວາມຕາຍໃຫ້ພົ້ນໄປ ຂໍໃຫ້ພຣະຢູ່ດ້ວຍຈົນພົບກັນອີກ === code 22 title ພຣະຄຣິດກຸລາບແຫ່ງຊາໂຣມ title_original Jesus, Rose of Sharon authors_lyric Chas. H. Gabriel authors_music Ida A. Guirey *1 ພຣະຄຣິດກຸຫຼາບຊາໂລນຊົງບານໃນໃຈຂ້າ ຂໍປະທານຄວາມຈິງ ແລະ ບໍລິສຸດແກ່ຂ້າ ເພື່ອຈະໄດ້ກະຈາຍກິ່ນຫອມທາງຊີວິດ ໃຫ້ປວງຊົນຮູ້ເຊິ່ງກັບຄວາມຮັກຜູ້ຊົງລິດ *ref ພຣະຄຣິດ ກຸຫຼາບຊາໂລນ ຊົງບານສະພັ້ງ ຝັງຄວາມຮັກໄວ້ໃນໃຈຂ້າ *2 ພຣະຄຣິດກຸຫຼາບຊາໂລນງາມກວ່າບຸບຜາຊາດ ຜູ້ງາມເຊິ່ງເກີນກວ່າທີ່ໂລກນີ້ຈະຫາໄດ້ ຂ້າວອນຂໍໃຫ້ພຣະຄຸນ ແລະ ບໍລິສຸດ ໄດ້ບັນຈຸໄວ້ໃນຊີວິດຂອງຂ້າທຸກວັນ *3 ພຣະຄຣິດກຸຫຼາບຊາໂລນຜູ້ບັນເທົາໂລກຮ້າຍ ຂໍໃຫ້ຄວາມເມດຕາ ແລະ ລິດເດດຂອງພຣະອົງ ໄດ້ແຜ່ໄປຍັງຜູ້ທີ່ທຸກ ແລະ ເມື່ອຍລ້າ ໃຫ້ເຂົາມີສຸກສຳລານກາຍ ແລະ ຄວາມຫວັງໃຈ *4 ພຣະຄຣິດກຸຫຼາບຊາໂລນບານຢູ່ທຸກເວລາ ຂໍໃຫ້ພຣະຄຸນທ່ານປົກປ້ອງໄປທຸກແຫ່ງຫົນ ເພື່ອປວງປະຊາຊາດຈະໄດ້ນົບພຣະອົງ ແລະ ຈຳນົນມອບຍົດສັກໄວ້ທີ່ແທບພຣະບາດ === code 23 title ສາທຸສາທຸສາທຸ title_original Holy, Holy, Holy authors_lyric Reginald Heber, 1826 (1783-1826) authors_music John B. Dykes, 1861 (1823-1876) *1 ສາທຸ ສາທຸ ສາທຸ ຜູ້ເປັນເຈົ້າຊົງເດຊາ ເວລາເຊົ້າພວກຂ້າສົມຄວນຮ້ອງເພງຍ້ອງຍໍພຣະນາມ ສາທຸ ສາທຸ ສາທຸ ແດ່ພຣະເຈົ້າຜູ້ເມດຕາ ປາກົດເປັນສານຕົນແມ່ນພຣະເຈົ້າອົງດຽວ *2 ສາທຸ ສາທຸ ສາທຸ ຊາວສະຫວັນຊາວໂລກາ ຊວນກັນມາຖະຫວາຍພຣະກຽດແດ່ຜູ້ເປັນເຈົ້າອົງດຽວ ອົງຜູ້ບໍລິສຸດນັ້ນ ມວນມະນຸດຈະບູຊາ ຜູ້ຊົງສະພາບຢູ່ຕະຫຼອດວັນເວລາ *3 ສາທຸ ສາທຸ ສາທຸ ແມ່ນມືດບັງພຣະອົງໄວ້ ເຮັດໃຫ້ຕາຄົນບາບເຮົານີ້ບໍ່ອາດເຫັນລັດສະຫມີ ພຣະຜູ້ບໍລິສຸດນັ້ນ ບໍ່ມີໃຜເທົ່າທຽມໄດ້ ສົມບູນດ້ວຍຣິດເດດຄວາມຮັກຄວາມເມດຕາ *4 ສາທຸ ສາທຸ ສາທຸ ຜູ້ເປັນເຈົ້າຊົງລິດທາ ລາຊາກິດພຣະອົງສຳແດງອຳນາດໃຫ້ຈັກກະວານ ສາທຸ ສາທຸ ສາທຸ ຜູ້ຊົງຮັກຊາວໂລກາ ປາກົດເປັນສາມຕົນແມ່ນພຣະເຈົ້າອົງດຽວ === code 24 title ກາງຄືນສະຫງັດ​​ title_original Silent Night authors_lyric Joseph Mohr, 1818 (1792-1848) authors_music Franz Gruber, 1818 (1787-1863) *1 ກາງຄືນ​ສະ​ຫງັດ ​ກາງຄືນ​ສະຫງັດ ດາວພິເສດສ່ອງທົ່ວໄປ ທີ່​ສະຖານຣັດໄກມີນາ​ງມາຣິອາ ອຸ້ມລູກ​​ນ້ອຍອ່ອນຄືກຸມມານເຢຊູ​ ໄດ້ຊົງ​ນອນຫຼັບດ້ວຍສຸຂາ​ ໄດ້ຊົງ​ນອນຫຼັບດ້ວຍ​ສຸຂາ *2 ກາງຄືນ​ສະຫ​ງັດ ກາງຄືນສະຫງັດ ພວກ​ລ້ຽງແກະຕົກໃຈ​ກົວ ເມື່ອໄດ້​ເຫັນສ່ອງສະ​ໜີສ່ອງມາ​ທົ່ວ ຊາວ​ສະ​ຫວັນຮ້ອງວ່າອາເລລູຢາ ພຣະ​ເຢຊູຊົງປະສູດ​ມາ ພຣະເຢຊູຊົງ​ປະສູດ​ມາ *3 ກາງຄືນສະຫ​ງັດ ກາງຄືນສະຫງັດ ຣາຊະບຸ​ດຊົງ​ປະກອບ​ ​ດ້ວຍ​ຄວາມຮັກສ່ອງອອກຈາກທີ່ພຣະພັກ ທ່ານຊົງ​ເມດຕາກະລຸນາດີ​ໜັກ ພຣະເຢຊູຊົງປະສູດມາ ພຣະເຢຊູຊົງ​ປະສູດມາ​ === code 25 title ໂອ້ບ້ານນ້ອຍນ້ອຍ title_original O Little Town of Bethlehem authors_lyric L. H. Redner, 1868 (1831-1908) authors_music Phillips Brooks, 1868 (1835-1893) *1 ໂອໝູ່ບ້ານນ້ອຍແຫ່ງເບດເລເຮັມ ຄວາມມືດປົກຫຸ້ມເຈົ້າໄວ້ ຊາວບ້ານນອນລັບໝົດງຽບສຽງໄປ ດວງດາວສ່ອງເຕັມທ້ອງຟ້າ ແຕ່ວ່າເວລາກາງຄືນນັ້ນ ປາກົດດວງລັດສະມີ ກຸມມານເຢຊູຕາມພຣະສັນຍາ ປະສູດມາໃນຄາວນີ້ *2 ອົງພຣະເຢຊູປະສູດມານັ້ນ ມາລິອາເປັນມານດາ ໝີບໍລິວານໄດ້ຈັດໄວ້ເຝົ້າ ຄືເທວະດາເມືອງຟ້າ ຍາມນັ້ນມີສຽງປະກາດວ່າ ຜູ້ໂຜດຊົງເກີດວັນນີ້ ຍ້ອງຍໍພຣະເຈົ້າກະສັດຂອງເຮົາ ໃຫ້ໂລກປິຕິຍິນດີ *3 ກາງຄືນສະຫງັດງຽບມິດດີຄັກ ພຣະເຈົ້າສະເດັດລົງມາ ໂຜດຂ່າວປະເສີດໃຫ້ແກ່ມະນຸດ ດ້ວຍເມດຕາກະລຸນາ ບໍ່ມີສຽງທີ່ອາດໄດ້ຍິນ ເວລາທ່ານຊົງປາກົດ ແຕ່ຄົນສຸພາບທີ່ຍອມຜິດບາບ ພຣະອົງກໍຍັງຊົງໂຜດ *4 ໂອ້ອົງຊົງນາມເອມານູເອນ ຂ້ານ້ອຍຂໍກາບວັນທາ ວັນນີ້ຂໍທ່ານຊົງໂຜດຍົກໂທດ ສະຖິດນຳທຸກເວລາ ຂໍໂຜດສຳຣະຜິດບາບໝົດ ໃຫ້ບໍລິສຸດຜ່ອງໃສ ໃນວັນບັງເກີດເປັນພອນລໍ້າເລີດ ປິຕິຍິນດີທົ່ວໄປ === code 26 title ພຣະກຸມມານນ້ອຍໃນຮາງຫຍ້າ title_original Away in a Manger authors_lyric James R. Murray, 1887 authors_music Anonymous *1 ອົງພຣະກຸມມານນ້ອຍຊົງບັນທົມໃນຮາງຫຍ້າ ບໍ່ມີເປທອງເຊິ່ງຈະຮອງຮັບພຣະກາຍາ ດາລາສ່ອງສະຫວ່າງຊູກະຈ່າງລັດສະຫມີ ລົງເຫນືອທີ່ພຣະບັນທົມແຫ່ງອົງຈອມໂລກີ *2 ໃນໂຮງນັ້ນຝູງງົວຫ້ອມລ້ອມພຣະກຸມມານໄວ້ ແກ່ອົງພຣະກຸມມານນ້ອຍບໍ່ມີສຽງຮ້ອງໃຫ້ ຂ້າຮັກອົງພຣະເຢສະຖິດຢູ່ເບື້ອງບົນ ຊົງຄອຍຖ້າຈະອວຍພອນຂ້າເຈົ້າສິ້ນທຸກຄົນ === code 27 title ພຣະກຸມມານນ້ອຍໃນທົ່ງຫຍ້າ title_original Away in a Manger authors_lyric William J. Kirkpatrick, 1895 (1838-1921) authors_music Anonymous *1 ອົງພຣະກຸມມານນ້ອຍຊົງບັນທົມໃນຮາງຫຍ້າ ບໍ່ມີເປທອງຊຶ່ງຈະຮອງຮັບພຣະກາຍາ ດາລາສ່ອງສະຫວ່າງຊູກະຈ່າງລັດສະຫມີ ລົງເຫນືອທີ່ພຣະບັນທົມແຫ່ງອົງຈອມໂລກີ *2 ໃນໂຮງນັ້ນຝູງງົວຫ້ອມລ້ອມພຣະກຸມມານໄວ້ ແກ່ອົງພຣະກຸມມານນ້ອຍບໍ່ມີສຽງຮ້ອງໃຫ້ ຂ້າຮັກອົງພຣະເຢສະຖິດຢູ່ເບື້ອງບົນ ຊົງຄອຍຖ້າຈະອວຍພອນຂ້າເຈົ້າສິ້ນທຸກຄົນ === code 28 title ພວກຜູ້ລ້ຽງແກະ title_original While Shepherds Watched authors_lyric Este's Psalter, 1592 authors_music Nahum Tate, 1700 (1652-1715) *1 ພວກຜູ້ລ້ຽງແກະຮັກສາຝູງສັດ ນັ່ງລົງເວົ້າກັນກາງຄືນ ມີເທວະດາຕົນໜຶ່ງປາກົດ ລັດສະໝີອ້ອມຮອບເຂົາໄວ້ ລັດສະໝີອ້ອມຮອບເຂົາໄວ້ *2 ພວກລ້ຽງແກະນັ້ນຕົກໃຈເຕັມທີ ຕົນນັ້ນບອກບໍ່ໃຫ້ຢ້ານ ເພາະໄດ້ນຳຂ່າວທີ່ໜ້າຍິນດີ ສຳລັບມະນຸດທຸກທຸກຄົນ ສຳລັບມະນຸດທຸກທຸກຄົນ *3 ວັນນີ້ພຣະຜູ້ຊົງໂຜດໃຫ້ພົ້ນ ປະສູດທີ່ເມືອງດາວິດ ແມ່ນອົງເຈົ້າຊົງນາມພຣະຄຣິດ ທ່ານຈະເຫັນສຳຄັນອັນນີ້ ທ່ານຈະເຫັນສຳຄັນອັນນີ້ *4 ພຣະບຸດຜູ້ມາຈາກຟ້າສະຫວັນ ຕາມະນຸດອາດເຫັນໄດ້ ຈະເຫັນກຸມມານເປັນໜ້າອອນຊອນ ເຊິ່ງພຣະເຈົ້າຊົງຮັກແພງຫລາຍ ເຊິ່ງພຣະເຈົ້າຊົງຮັກແພງຫລາຍ === code 29 title ທູດສະຫວັນຈາກວິມານຟ້າ title_original Angels from the Realms of Glory authors_lyric James Montgomery, 1816 (1771-1854) authors_music Henry Smart, 1867 (1813-1879) *1 ທຸດສະຫວັນຈາກວິມານຟາກຟ້າ ສູ່ໂລກາບິນເວີນວຽນວົນ ເບິ່ງເມື່ອພຣະເຈົ້າສ້າງໂລກຄັ້ງນັ້ນ ຮ້ອງດັງພຣະເຢຊູປະສູດ ເຊີນມາຂາບໄຫວ້ ເຊີນມາຂາບໄຫ້ວ ອົງໄຖ່ພຣະບຸດປະສູດໆ *2 ຄົນລ້ຽງແກະເຝົ້າແກະກາງທົ່ງນາ ຄອຍຮັກສາໃນກາງຄືນ ພຣະເຈົ້າສະຖິດຈິດໃກ້ມະນຸດເຮົາ ທີ່ນັ້ນພຣະກຸມມານນອນລັບ ເຊີນມາຂາບໄຫວ້ ເຊີນມາຂາບໄຫວ້ ອົງໄຖ່ພຣະບຸດປະສູດມາ *3 ບັນດານັກປາດປະຫຼາດຈິດໃຈ ເຫັນເຫດການໄກເບື້ອງໜ້ານັ້ນ ອຸສາດັ້ນດົນຄົ້ນຄິດຕິດຕາມ ຫາໄດ້ເຫັນພຣະເຈົ້າຈອມລາ ເຊີນມາຂາບໄຫວ້ ເຊີນມາຂາບໄຫວ້ ອົງໄຖ່ພຣະບຸດປະສູດມາ *4 ລູກສິດທຸກຄົນພົນໄພ່ຂາບໄຫວ້ ຊາບຊຶ້ງຫວັງໃຈຕັ້ງໃຈຄອຍ ຈົນພຣະອົງສະເດັດກັບມາ ລາຊາປະກົດອົງຊົງຊອບທຳ ເຊີນມາຂາບໄຫວ້ ເຊີນມາຂາບໄຫວ້ ອົງໄຖ່ພຣະບຸດປະສູດມາ === code 30 title ຈົ່ງຟັງເພງຂອງຝູງເທວະດາ title_original Hark! the Herald Angels Sing authors_lyric Arr. from Mendessohn, 1840 authors_music Charles Wesley, (1707-1788) *1 ຈົ່ງຟັງເພງຂອງຝູງເທວະດາ ວ່າສາທຸກະສັດເກີດມາ ພຣະເມດຕາພຣະເຈົ້າອົງສູງສຸດ ໂຜດຄືນດີກັນກັບມະນຸດ ທຸກປະເທດຈົ່ງຊື່ນໃຈຍິນດີ ຮ້ອງພ້ອມກັບຊາວຟ້າໃນທຸກທີ່ ຍົກສຽງຂຶ້ນດ້ວຍໃຈຊື່ນເຕັມ ທ່ານຊົງເກີດທີ່ເບັດເລເຮັມ *ref ຈົ່ງຟັງເພງຂອງເທວະດາ ວ່າສາທຸກະສັດເກີດມາ *2 ອົງພຣະຄຣິດສະຖິດຢູ່ເໜືອຄົນ ຄືພຣະເຈົ້າບໍ່ມີເບື້ອງຕົ້ນ ຖ່ອມພຣະໄທສະເດັດມາບັງເກີດ ນຳມະລິອານາງປະເສີດ ພຣະຜູ້ເປັນເຈົ້າຍິ່ງໃຫຍ່ທີ່ສຸດ ຊົງຮັບກາຍາຮວ່ມຊາດມະນຸດ ຈົ່ງສາທຸຜູ້ຊົງເກີດເປັນ ພຣະເຢຊູເອມານຸເອນ *3 ພຣະຜູ້ໄດ້ຊົງຜູກມິດໄມຕີ ໄດ້ຊົງນາມຜູ້ລ້ຽງອັນດີ ຄືຄວາມຮຸງເຮືອງຂອງຄວາມຊອບທຳ ສ່ອງທົ່ວໄປທີ່ມີບາບກໍາ ທ່ານຊົງໂຜດຊອກຫາຄວາມເສຍຫາຍ ຊົງບັງເກິດມາໂຜດໃຫ້ພົ້ນຕາຍ ໂຜດຍົກບາບໂທດຊ້ຳໂຜດໃຫ້ ໄດ້ຊີວິດພົ້ນທຸກພົ້ນໄພ່ === code 31 title ໄປປະກາດຂ່າວປະເສີດ title_original Go, Tell It On the Mountain authors_lyric Arr. by John W. Work, Jr., 1907 authors_music American Negro Spiritual *ref ໄປປະກາດຂ່າວປະເສີດເລີດ ແມ້ເທິງຍອດເຂົາ ແລະ ທຸກແຫ່ງຫົນ ໄປປະກາດຂ່າວປະເສີດວ່າ ພຣະເຢຊູຊົງບັງເກີດ *1 ທົ່ວໂລກລໍຄອຍນານມາ ອົງກະສັດພຣະເຢຊູ ຊົງເຕັມດ້ວຍລາສີຍິ່ງໃຫ່ຍ ປະທານຄວາມລອດໄພ່ພົ້ນ *2 ທ່ານຄວນເຊື່ອພຣະເຢຊູ ຜູ້ຊົງປະທານຄວາມລອດ ເຊີນທຸກຄົນເປັນພະຍານດ້ວຍ ເພື່ອໃຫ້ຊາວໂລກກັບໃຈ === code 32 title ໃຫ້ໂລກຍິນດີ title_original Joy to the World authors_lyric Arr. from Handel's Messiah, 1742 (1685-1729) authors_music Isaac Watts, 1719 (1674-1748) *1 ໃຫ້ໂລກຍິນດີພຣະອົງສະເດັດ ໃຫ້ໂລກຕ້ອນຮັບກະສັດ ຈັດໃຈທຸກຄົນໃຫ້ພຣະອົງຢູ່ ສະຫວັນກັບໂລກໂຫ່ຮ້ອງ ສະຫວັນກັບໂລກໂຫ່ຮ້ອງ ສະຫວັນ ສະຫວັນກັບໂລກໂຫ່ຮ້ອງ *2 ໃຫ້ໂລກຍີນດີທ່ານຊົງຄຸ້ມຄອງ ໃຫ້ຄົນຍົກສຽງຮ້ອງເພງ ໃຫ້ບ້ານກັບປ່າທັງພູກັບຮອ່ມ ໂຫ່ຮ້ອງດ້ວຍສຽງສະນັ່ນ ໂຫ່ຮ້ອງດ້ວຍສຽງສະນັ່ນ ໂຫ່ຮ້ອງ ໂຫ່ຮ້ອງດ້ວຍສຽງສະນັ່ນ *3 ຢ່າໃຫ້ຄວາມບາບຄວາມທຸກງອກຂຶ້ນ ຢ່າໃຫ້ໜາມບຽດພື້ນດິນ ທ່ານໄດ້ຊົງໂຜດໃຫ້ສຸກໄຫຼມາ ເຖິງບ່ອນເວນກຳປົກງຳ ເຖິງບ່ອນເວນກຳປົກງຳ ເຖິງບ່ອນ ເຖິງບ່ອນເວນກຳປົກງຳ *4 ໂລກເຮົາທ່ານຊົງຄຸ້ມຄອງສັດຊື່ ປະເທດທັງຫລາຍຈົ່ງຮູ້ ທັງລັດສະໝີຄວາມຍຸຕິທຳ ຄວາມຮັກອັນອັດສະຈັນ ຄວາມຮັກອັນອັດສະຈັນ ຄວາມຮັກ ຄວາມຮັກອັນອັດສະຈັນ === code 33 title ເກີດແລ້ວພຣະກຸມມານ title_original Now Is Born the Divine Christ Child authors_lyric Traditional French Carol *ref ເກີດແລ້ວພຣະກຸມມານບໍລິສຸດ ຈົ່ງຊົມຊື່ນຍິນດີ ແລະ ຮ້ອງເພງ ເກີດແລ້ວພຣະກຸມມານບໍລິສຸດ ສັນລະເສິນເພາະພຣະອົງໄດ້ມາ *1 ຍາມພຣະຄຸນໄດ້ມາເຖິງໝູ່ເຮົາ ຊຶ່ງພວກຜູ້ທຳນວຍໄດ້ປະກາດ ຍາມພຣະຄຸນໄດ້ມາເຖິງໝູ່ເຮົາ ພາກັນຮ້ອງເພງດ້ວຍສຸດໃຈເຮົາ ເກີດແລ້ວພຣະກຸມມານບໍລິສຸດ ສັນລະເສີນເພາະພຣະອົງໄດ້ມາ *2 ຮາງຫຍ້າເປັນບ່ອນກຸມມານຊົງນອນ ມີເຟືອງທີ່ນອນພຣະອົງປູໄວ້ ຮາງຫຍ້າເປັນບ່ອນກຸມມານຊົງນອນ ພຣະອົງຊົງຖ່ອມຕົວລົງພຽງເຮົາ ເກີດແລ້ວພຣະກຸມມານບໍລິສຸດ ສັນລະເສີນເພາະພຣະອົງໄດ້ມາ *3 ໃນຮາງຫຍ້າພຣະອົງນອນສຳບາຍ ແລະ ເຕັມໄປດ້ວຍຄວາມສຸກສຳຣານ ໃນຮາງຫຍ້າພຣະອົງນອນສຳບາຍ ໄດ້ຊົງຮັບກຽດຕິຍົດອັນໃຫຍ່ ເກີດແລ້ວພຣະກຸມມານບໍລິສຸດ ສັນລະເສີນເພາະພຣະອົງໄດ້ມາ === code 34 title ເປັນຍາມທ່ຽງ title_original It Came Upon the Midnight Clear authors_lyric Richard S. Willis, 1850 (1819-1900) authors_music Edmund H. Sears, 1849 (1810-1876) *1 ເປັນຍາມທ່ຽງຄືນທີ່ມິດສະຫງັດ ຝູງເທວະດາລົງມາ ດີດຂັດຕະປີ່ອັນແລ້ວດ້ວຍຄຳ ທັງໄດ້ຮ້ອງເພງກ່າວວ່າ ຄວາມສຸກຈົ່ງມີແກ່ຊາດມະນຸດ ມາແຕ່ກະສັດສະຫວັນ ຊາວໂລກຈົ່ງຫງ່ຽງຫູຄ່ອຍໆຟັງ ຄວາມເທວະດາຮ້ອງນັ້ນ *2 ຝູງເທວະດາພາກັນລົງມາ ຮ້ອງເພງສຽງມ່ວນໜັກໜາ ເພື່ອໃຫ້ບັນດາມະນຸດທຸກຄົນ ຊົມຊື່ນຍິນດີຖ້ວນໜ້າ ໃນໂລກທົ່ວໄປມີຄວາມໂສກເສົ້າ ບໍ່ຄືສະຫວັນທັງເທິງ ແຕ່ວ່າດັງກວ່າສຽງອຶກກະທຶກ ຝູງເທວະດາຮ້ອງເພງ *3 ຄົນໃດເປັນທຸກໜັກອົກໜັກໃຈ ຍ້ອນແບກຂອງໜັກເຫລືອລົ້ນ ຄົນໃດຄ່ອຍໆເດີນທາງຂຶ້ນຍາກ ຈົນເມື່ອຍເບິ່ງຄືບໍ່ພົ້ນ ຈົ່ງເບິ່ງຄວາມສຸກປະເສີດເລີດລ້ຳ ກຳລັງເລື່ອນລອຍລົງມາ ຈົ່ງນັ່ງຮິມທາງອັນຍາກ ແລະ ຟັງສຽງເພງຂອງເທວະດາ *4 ຈິງແທ້ວັນຄືນເຫຼົ່ານັ້ນເຂົ້າມາ ຊຶ່ງໝໍທຳນວາຍກ່າວແລ້ວ ປີເດືອນວຽນຮອບໄປມາໄດ້ນຳ ຄາວອັນປະເສີດເຫຼືອແກ້ວ ຄວາມສຸກຈະແຜ່ອອກໄປທົ່ວໂລກ ປຽບດັ່ງແສງລັດສະມີ ທຸກຄົນຈະຕອບຝູງເທວະດາ ດ້ວຍເພງສຸກສະຫວັດດີ === code 35 title ເມື່ອພຣະເຢຊູໄດ້ສະເດັດມາ title_original When Jesus Was Born on Earth authors_lyric Arr. by Erik Mundall authors_music Unknown *1 ເມື່ອພຣະເຢຊູໄດ້ສະເດັດມາໃນໂລກ ຊົງເກີດນຳນາງມາຣິອາໃນຮາງຫຍ້າ ໃນບ່ອນພຣະເຢຊູໄດ້ເກີດນັ້ນ ມີແຈ້ງໂດຍຣັດສະຫມີພຣະເຈົ້າ *2 ພຣະຜູ້ຊ່ອຍຂອງພວກເຮົາໄດ້ມາເກີດນັ້ນ ເທວະດາປະກາດແກ່ພວກຜູ້ລ້ຽງແກະ ວ່າຜູ້ຊ່ອຍອົງຫນື່ງຊົງເກີດແລ້ວ ເພື່ອເປັນກະສັດຂອງຄົນທັງຫຼາຍ *3 ເມື່ອນັ້ນພວກຫມໍໂຫຣາໄດ້ມາຊອກຫາ ເອົາຄຳກັບກຳຍານມາຖະຫວາຍພຣະອົງ ເມື່ອໄດ້ເຫັນພຣະກຸມມານນ້ອຍນັ້ນ ເຂົາໄດ້ນົບນ້ອມຕົວລົງຂາບໄຫ້ວ *4 ພວກຫມໍໂຫຣາໄດ້ເຫັນພຣະເຢຊູແລ້ວ ພຣະເຈົ້າຊົງບອກເຂົາໃນນິມິດຝັນວ່າ ບໍ່ໃຫ້ກັບຄືນໄປເຝົ້າເຮໂຣດ ແຕ່ໃຫ້ຫນີໄປຕາມທາງເສັ້ນອື່ນ *5 ເມືອເຂົາໄດ້ຫນີແລ້ວຈົ່ງເບີ່ງເທວະດາ ແຫ່ງພຣະຢາໂຫວາຕົນຫນື່ງໄດ້ປາກົດ ແກ່ໂຢເຊັບໃນຄວາມຝັນກ່າວວ່າ ທ່ານຈົ່ງລຸກຂື້ນເອົາກຸມມານຫນີ *6 ຈົ່ງໄປອາໃສຢູ່ປະເທດເອຢິບພຸ້ນ ທ່ານໄດ້ພາກຸມມານນ້ອຍກັບມານດາໄປ ໃນເວລາກາງຄືນຈຶ່ງຫນີໄປ ອາໄສຢູ່ແຜ່ນດິນເອຢິບນັ້ນ *7 ຢູ່ຫັນຈົນເຮໂຣດສິ້ນຊີວິດຕາຍໄປ ເພື່ອຄຳຂອງພຣະອົງເຈົ້າຈະໄດ້ສຳເຣັດ ຊື່ງຊົງກ່າວໄວ້ດ້ວຍຜູ້ທຳນວາຍ ວ່າເຮົາເອີ້ນບຸດຂອງເຮົາອອກມາ === code 36 title ບັນດາອະນຸສິດ title_original O Come, All Ye Faithful authors_lyric Unknown authors_music Unknown 18th Century Melody *1 ບັນດາສານຸສິດທີ່ ຊັຍຊະນະຊື່ນບານໃຈ ເຊີນມາເຖິງບ້ານເບດເລເຮັມ ທີ່ເກີດຂອງພຣະອົງ ເຂົ້າເບິ່ງກຸມມານເປັນ ກະສັດເໜືອເທວະດາ *ref ຈົ່ງມາຂາບໄຫວ້ພຣະເຢຊູ ຈົ່ງມາຂາບໄຫວ້ພຣະເຢຊູ ນະມັດສະການຂາບໄຫວ້ ອົງພຣະເຢຊູຄຣິດເຈົ້າ *2 ບັນດາເທວະດາຈົ່ງ ຮ້ອງເປັນຄວາມຊື່ນໃຈຂຶ້ນ ບັນດາຊາວສະຫວັນທັງເທິງ ອັນຮຸ່ງ ແລະ ເສາະໃສ ລັດສະໝີຈົ່ງຖະຫວາຍ ແກ່ພຣະອົງສູງສຸດ *3 ຈົ່ງພາກັນນົບນອ້ມສະ ລອງວັນເກີດຂອງພຣະອົງ ໂອ້ຂໍຊົງໂຜດຮັບລັດສະໝີ ທີ່ທູນຖະວາຍ ພຣະທໍາພຣະບິດາ ປະກົດຮ່ວມຊາດມະນຸດ === code 37 title ທູດສະຫວັນເບື້ອງເທິງບັນເລງ title_original Angels We Have Heard on High authors_lyric Traditional French Carol authors_music Traditional French Melody *1 ທູດສະຫວັນເບື້ອງບົນບັນເລງ ດ້ວຍສຽງເພງມ່ວນແຫ່ງລາສີ ຝ່າຍຊຸມເຂົາໂຕ້ຕອບວາຈາ ຄວາມຍິນດີສະທ້ອນກັບໄປ *ref ໂກລ...ຣິຍາ ອິນເອັກແຊລຊິສເດໂອ ໂກລ...ຣິຍາ ອິນເອັກແຊລຊິສເດໂອ *2 ຜູ້ລ້ຽງແກະສະຫຼອງອັນໃດ ຢ່າງສຸກໃຈຮ້ອງເພງຊື່ນບານ ເຫັນອັນໃດຈົງໄດ້ກ່າວມາ ຂ່າວນັ້ນຫນາທີ່ທ່ານໄດ້ຍິນ *3 ເທພາຊວນເຝົ້າເຈົ້າປະເສີດ ພຣະບັງເກີດແດນເບັດເລເຮັມ ເຊີນມາບູຊາພຣະຄຣິດເຈົ້າ ຄຸກເຄົ່າເຝົ້າກະສັດເກີດໃຫມ່ === code 38 title ພຣະຜູ້ຊ່ວຍຜູ້ປະເສີດ title_original A Wonderful Savior Is Jesus My Lord authors_lyric Fanny J. Crosby (1823-1915) authors_music William J. Kirkpatrick *1 ພຣະຜູ້ຊວ່ຍປະເສີດລໍ້າເລີດຄືພຣະເຢຊູ ເປັນພຣະຜູ້ຊ່ວຍປະເສີດຂອງຂ້າ ຊົງຊ່ອນວິນຍານຂ້າໄວ້ໃນສິລາໝັ້ນຄົງ ຊົງປະທານສຸກສະບາຍໃຫ້ຂ້າ *ref ຊົງຊ່ອນວິນຍານຂ້າໄວ້ໃນສີລາໝັ້ນຄົງ ຊົງຊ່ອນໄວ້ໃນສີລາຖາວອນ ຊົງສອນວິນຍານຂ້າໄວ້ໃນຄວາມຮັກພຣະອົງ ຊົງຄຸ້ມຄອງຂ້າໄວ້ໃນອອ້ມແຂນ ຊົງຄຸ້ມຂອງຂ້າໄວ້ໃນອ້ອມແຂນ *2 ພຣະຜູ້ຊ່ວຍປະເສີດລໍ້າເລີດຄືພຣະເຢຊູ ຜູ້ຊົງຮັບພາລະໜັກຂ້າໄປ ພຣະອົງຊົງອູ້ມຊູຂ້າໃຫ້ໝັ້ນຄົງບໍ່ສູນ ຫາຍຊົງໃຫ້ຂ້າມີແຮງແຂງຂັນ *3 ພຣະພອນຂອງພຣະອົງນັບບໍ່ຖ້ວນຊົງປະທານ ຊົງໃຫ້ຂ້າສຳລານເບີກບານໃຈ ຂ້າສັນເສີນຍ້ອງຍໍຖະຫວາຍກຽດແດ່ພຣະອົງ ຜູ້ຊົງໄຖ່ຂ້າໃຫ້ພົ້ນຈາກບາບ *4 ຄາວນັ້ນຂ້າຖືກປ່ຽນແປງຮັບໄປສະຫວັນ ເພື່ອພົບກັບພຣະອົງໃນຄາວແຫ່ງ ຄວາມລອດບໍລິບູນຄວາມຮັກລໍ້າເລີດຂ້າຈະນະ ມັດສະການຮ້ອງເພງເພື່ອສັນເສີນ === code 39 title ເພາະພຣະເຈົ່າຊົງຮັກໂລກ title_original For God So Loved the World authors_lyric Alfred B. Smith authors_music Frances Townsend *1 ເພາະພຣະເຈົ້າຊົງຮັກໂລກ ຊົງໂປດປະທານພຣະບຸດ ມາຕາຍແທນມວນມະນຸດ ເພື່ອໃຫ້ຫລຸດພົ້ນຈາກບາບ ບໍ່ດົນພຣະຈະກັບມາ ຮັບຂ້າໄປຢູ່ເບື້ອງບົນ ຮັກຂອງພຣະທຳລົ້ນໃຈຂ້າ === code 40 title ພຣະຄຸນລຳ້ເລີດ title_original Grace Greater Than Our Sins authors_lyric Daniel B. Towner, 1910 authors_music Julia H. Johnston, 1910 *1 ພຣະຄຸນລໍ້າເລີດຂອງພຣະເຢຊູເຈົ້າ ພຣະຄຸນນັ້ນຢູ່ເໜືອໂທດບາບຂອງເຮົາ ພຣະອົງຊົງຮັບຄຶງໄວ້ທີ່ຫຼັກໄມ້ ໂຜດໃຫ້ເຮົາພົ້ນດ້ວຍໂລຫິດທີ່ໄຫຼ *ref ພຣະຄຸນ ພຣະຄຸນ ເປັນອຳນາດຊຶ່ງລ້າງໃຈໃຫ້ສະອາດ ພຣະຄຸນ ພຣະຄຸນ ເປັນພຣະຄຸນໃຫຍ່ຫຼວງມີລິດອຳນາດ *2 ບາບ ແລະ ທໍ້ໃຈເໝືອນຟອງໃຫຍ່ຊັດມາ ຫ່າງຈາກພຣະເຈົ້າໃຈເມື່ອຍອິດອ່ອນລ້າ ແຕ່ພຣະຄຸນນັ້ນໃຫຍ່ຫຼວງຊ່ວຍເຮົາໄດ້ ເພິ່ງໄມ້ກາງແຂນຈິ່ງໄດ້ພົ້ນຈາກຕາຍ *3 ຄວາມບາບມືດມົວໃຜຈະບັ້ງໄວ້ໄດ້ ສິ່ງໃດສາມາດລ້າງບາບເຮົາໃຫ້ຫາຍ ມີແຕ່ໂລຫິດພຣະຄຣິດຊຶ່ງຫຼັ່ງໄຫຼ ທີ່ອາດຊຳລະໃຈໃຫ້ໄດ້ເສາະໃສ *4 ພຣະຄຸນຂອງພຣະອົງປະເສີດເລີດລ້ຳ ໄດ້ຊົງປະທານແກ່ຜູ້ທີ່ຮັບເຊື່ອ ໃຜຫວັງຈະເຫັນພຣະພັກພຣະຜູ້ໄຖ່ ຈົ່ງຍອມຮັບພຣະຄຸນພຣະອົງໂດຍໄວ === code 41 title ສິ່ງອັນໃດລ້າງບາບໄດ້ title_original Nothing But the Blood authors_lyric Robert Lowry, 1876 (1826-1899) *1 ສິ່ງອັນໃດລ້າງຜິດບາບໄດ້ ມີແຕ່ໂລຫິດຂອງພຣະເຢຊູ ສິ່ງອັນໃດເຮັດໃຫ້ດີໄດ້ ມີແຕ່ໂລຫິດຂອງພຣະເຢຊູ *ref ໂລຫິດປະເສີດພຣະອົງ ຊຳລະເຮົາໃຫ້ເປັນຄົນດີ ບໍ່ມີສິ່ງອັນໃດອື່ນ ມີແຕ່ໂລຫິດຂອງພຣະເຢຊູ *2 ສິ່ງອັນໃດໃຫ້ພົ້ນບາບໄດ້ ມີແຕ່ໂລຫິດຂອງພຣະເຢຊູ ສິ່ງອັນໃດອາດລຶບຜິດໄດ້ ມີແຕ່ໂລຫິດຂອງພຣະເຢຊູ *3 ບໍ່ມີໃຜອາດໄຖ່ໂທດໄດ້ ມີແຕ່ໂລຫິດຂອງພຣະເຢຊູ ການດີໃຜກໍເຮັດບໍ່ໄດ້ ມີແຕ່ໂລຫິດຂອງພຣະເຢຊູ *4 ນີ້ແຫຼະຄວາມສຳລານມະນຸດ ຄືໃນໂລຫິດຂອງພຣະເຢຊູ ນີ້ແຫຼະຄວາມຊອບທຳທີ່ສຸດ ຄືໃນໂລຫິດຂອງພຣະເຢຊູ === code 42 title ຈົ່ງນ້ອມຖວາຍມົງກຸດ title_original Crown Him With Many Crowns authors_lyric George J. Elvey, 1868 (1816-1893) authors_music Matthew Bridges, 1851 (1800-1894) *1 ຈົ່ງນ້ອມຖວາຍມົງກຸດ ແດ່ພຣະບຸດເທິງບັນລັງ ສຽງເພງສະຫວັນດັງກ້ອງຈົ່ງຟັງ ດັງກົບສຽງເພງອື່ນໃດ ຈິດເອີຍລຸກຂຶ້ນຮ້ອງເພງ ຄື້ນເຄງເລື່ອງພຣະຜູ້ໄຖ່ ຜູ້ເປັນເຈົ້າຈອມລາຊາກຽງໄກ ເລື້ອຍໄປເປັນນິດນິລັນ *2 ຊົງເປັນເຈົ້າແຫ່ງຄວາມຮັກ ຈົ່ງເບິ່ງພຣະຫັດກາຍາ ເປັນແຜເພາະຮັກແຕ່ເບີ່ງຈາກຟ້າ ເປັນແຜສະຫງ່າພູມໃຈ ບໍ່ມີເທບໃນເບື້ອງບົນ ທົນແນມເບິ່ງພຣະອົງໄດ້ ໄດ້ແຕ່ຮູ້ສຶກອັດສະຈັນໃຈ ໃນຄວາມຮັກອັນລ້ຳເລີດ *3 ຊົງເປັນເຈົ້າແຫ່ງສຸກສັນ ພຣະຫັດນັ້ນຊົງລິດທາ ຫ້າມສົງຄາມທົ່ວໄປໃນທິສາ ກາຍມາສັນເສີນອ້ອນວອນ ແຜ່ນດິນພຣະບໍ່ຮູ້ສິ້ນ ທຸກຖິ່ນແຕ່ເຫນືອເຖິງໃຕ້ ເກີດເປັນບຸຜາສະຫວັນສຸນທອນ ທັງເປັນຮົ່ມເງົາແຫ່ງຮັກ *4 ຊົງເປັນເຈົ້າແຫ່ງສະຫວັນ ເປັນເຈົ້າແຫ່ງການເວລາ ຜູ້ສ້າງດາລາເວຫາຟ້າດິນ ເກີນຂ້າເຂົ້າໃຈໄດ້ຫມົດ ເຊີນມາເຖີດພຣະຜູ້ໄຖ່ ເພາະຊົງຕາຍເພື່ອຂ້າ ຂ້າຈະສັນເສີນບໍ່ຮູ້ເບື່ອຫນ່າຍ ຊົ່ວນິຣັນດອນຕະຫຼອດການ === code 43 title ຂ້າຮູ້ວ່າຂ້າຈະເຫັນພຣະອົງ title_original I Know I'll See Jesus Some Day authors_lyric Scott Lawrence authors_music Avis B. Christiansen *1 ດວງໃຈຂ້າລື່ນເລີງຊື່ນບານໃນຄວາມຫວັງ ຂ້າຮູ້ຂ້າຈະເຫັນພຣະຈັກວັນ ແມ້ມີຫມອກແຫ່ງຜິດບາບຈະມືດມິດຫນັກຫນາ *ref ຂ້າຮູ້ຂ້າຈະເຫັນພຣະຈັກວັນ ຂ້າຮູ້ຂ້າຈະເຫັນພຣະຈັກວັນ ຂ້າຮູ້ຂ້າຈະເຫັນພຣະຈັກວັນ ຂ້າຈະມີຄວາມສຸກສັນ ເມື່ອຂ້າພົບພຣະພັກທ່ານ ຂ້າຮູ້ຂ້າຈະເຫັນພຣະຈັກວັນ *2 ແມ້ເຫັນບໍ່ໄດ້ແຕ່ໃຈຂ້າຍັງເຊື່ອຫມັ້ນ ຂ້າຮູ້ຂ້າຈະເຫັນພຣະຈັກວັນ ເຫຼົ່າມານຮ້າຍບໍ່ກ້າວກ່າຍເຮັດອັນຕະລາຍຂ້າ *3 ຄວາມຫວັງຍັງແຈ່ມໃສແມ້ພາຍນອກມືດມົນ ຂ້າຮູ້ຂ້າຈະເຫັນພຣະຈັກວັນ ຂ້າຈະຊື່ນຊົມຫນັກຫນາເມື່ອພຣະມາແບ່ງບາບ === code 44 title ຂ້າບົວລະບັດພຣະເຢຊູ title_original He Lives authors_lyric Alfred H. Ackley, 1933 (1887-1960) *1 ຂ້າບົວລະບັດພຣະເຢຊູ ຜູ້ຊົງພຣະຊົນເປັນຢູ່ ຂ້າຮູ້ພຣະອົງຊົງເປັນຢູ່ ແຕ່ຫຼາຍຄົນປະຕິເສດ ຂ້າເຫັນພຣະຄຸນພຣະເຢຊູ ໄດ້ຍິນສຽງໝູນນ້ຳໃຈ ຄັນຕ້ອງປະສົງຄວາມເລົ້າໂລມ ພຣະອົງຢູ່ໃກ້ *ref ຊົງຄືນ ພຣະຊົນ ພຣະອົງຊົງຄືນມາຈາກຕາຍ ຊົງສົນທະນາ ສະຖິດຢູ່ນຳ ໃນຫົນທາງໄປຟ້າສະຫວັນ ຊົງຄືນ ພຣະຊົນ ເພື່ອໂຜດປະທານຄວາມພົ້ນ ທ່ານຖາມວ່າຂ້າໄດ້ຮູ້ຢ່າງໃດ ໂດຍຊົງສະຖິດໃນໃຈ *2 ເບິ່ງໄປໃນໂລກລ້ອມຮອບຂ້າ ພຣະອົງຊົງຄຸ້ມຄອງຢູ່ ເຖິງແມ່ນວ່າເມື່ອຍອິດອ່ອນລົງ ແຕ່ຂ້າບໍ່ຍອມທໍ້ຖອຍ ຮູ້ວ່າພຣະອົງຊົງນຳພາ ຕາມທາງສຸກທຸກດີຮ້າຍ ພຣະເຢຊູຈະສະເດັດມາ ໃນວັນສຸດທ້າຍ *3 ໃຫ້ຄົນທີ່ເຊື່ອຊື່ນບານໃຈ ໃຫ້ຍ້ອງຍໍສັນລະເສີນ ພຣະນາມຂອງພຣະເຢຊູຄຣິດ ມະຫາກະສັດຂອງເຮົາ ຊົງໂຜດຊ່ວຍຜູ້ທີ່ຍອມບາບ ຊົງເປັນຄວາມໄວ້ໃຈເຂົາ ເປັນຫຍັງທ່ານຍັງບໍ່ເຊື່ອເພິ່ນ ພຣະເຢຊູເຈົ້າ === code 45 title ເຊີນພຣະເຢຊູມາໃນດວງຈິດ title_original Into My Heart authors_lyric Harry D. Clarke *1 ເຊີນພຣະເຢຊູ ມາໃນດວງຈິດ ເຊີນມາໃນດວງຈິດ ໂອ້ພຣະຄຣິດ ເຊີນມາວັນນີ້ ເຊີນມາດຽວນີ້ ເຊີນມາໃນດວງຈິດ ຂ້າດຽວນີ້ === code 46 title ຢູ່ໃກ້ຊິດພຣະເຈົ້າ title_original Nearer, My God, to Thee authors_lyric Lowell Mason, 1856 (1792-1872) authors_music Sarah F. Adams, 1841 (1805-1848) *1 ເຝົ້າໃກ້ສະນິດພຣະເຈົ້າ ແຮງໃກ້ແຮງດີ ເຖິງວ່າລຳບາກພຽງໃດ ໃຈຂ້າຢາກຢູ່ໃກ້ ຄວາມທຸກເດືອດຮ້ອນໝົດໄປ ເພາະຢູ່ໃກ້ພຣະຜູ້ໄຖ່ ແຮງໃກ້ພຣະອົງແຮງດີ ຢູ່ໃກ້ຊິດພຣະເຈົ້າ *2 ເຖິງວ່າຂ້າໄດ້ເຫີນຫ່າງ ຈາກທາງພຣະເຈົ້າ ດວງໃຈວ້າເວ້ເປົ່າປ່ຽວ ຈິດໃຈຂ້າໂສກເສົ້າ ເມື່ອນັ້ນໃຈຂ້າຕ້ອງການ ຢູ່ໃກ້ພຣະເຈົ້າດົນນານ ແຮງໃກ້ພຣະອົງແຮງດີ ຢູ່ໃກ້ຊິດພຣະເຈົ້າ *3 ຍາມທຸກລຳບາກດັ່ງນີ້ ຊົງໂຜດປານີ ໄຂທາງສະຫວັນໃຫ້ມີ ຂັ້ນໄດລົງຈາກຟ້າ ເຫັນເທວະດາຫຍັບມາ ເອີ້ນຂ້າໃຫ້ເຂົ້າໄປໃກ້ ແຮງໃກ້ພຣະອົງແຮງດີ ຢູ່ໃກ້ຊິດພຣະເຈົ້າ *4 ແລ້ວຂ້າຈິ່ງເຫັນສະຫວ່າງ ທາງຂອງພຣະເຈົ້າ ຄວາມຍາກລຳບາກເບົາບາງ ເມື່ອຢູ່ໃກ້ພຣະອົງ ຂ້າຈະຮ້ອງດ້ວຍສຸດໃຈ ຍ້ອງຍໍພຣະເຈົ້າທົ່ວໄປ ແຮງໃກ້ພຣະອົງແຮງດີ ຢູ່ໃກ້ຊິດພຣະເຈົ້າ === code 47 title ພຣະເຢຊູຮັກວິນຍານຂ້າ title_original Jesus, Lover of My Soul authors_lyric Simeon B. Marsh, 1834 (1798-1875) authors_music Charles Wesley, 1740 (1707-1788) *1 ພຣະເຢຊູຜູ້ຊົງຮັກແພງ ຂໍຊົງໂຜດໃຫ້ເພິ່ງພຣະອົງ ເມື່ອຈິດໃຈໄດ້ເຕັມລຳບາກ ເມື່ອໜັກໃຈທົນຄວາມທຸກຍາກ ຂໍໂຜດໃຫ້ເພິ່ງພຣະຜູ້ຊ່ອຍ ໂຜດໃຫ້ພົ້ນການອັນຕະລາຍ ໃນທາງມືດໂຜດນຳຂ້ານ້ອຍ ຈົນໄດ້ເຖິງທີ່ສຸກສຳບາຍ *2 ນອກພຣະອົງທີ່ເພີ່ງບໍ່ມີ ໃຈຢ້ານຂອງຂ້ານ້ອຍມອບໄວ້ ຂໍຊົງໂຜດເມດຕາປານີ ໂຜດຄໍ້າຊູບັນເທົາເອົາໃຈ ພຣະອົງຊົງພຣະນາມຊອບທຳ ໂທດຂ້ານ້ອຍບໍ່ອາດນັບໄດ້ ມີແຕ່ບາບເຕັມໃຈມືດດຳ ພຣະອົງຊົງພຣະຄຸນຍິ່ງໃຫຍ່ *3 ພຣະອົງຊົງພຣະກະລຸນາ ຊົງໂຜດລຶບຜິດບາບນ້ອຍໃຫຍ່ ຂໍຊົງໃຫ້ໂລຫິດໄຫຼມາ ຊຳລະລ້າງໃຫ້ໃຈເສາະໃສ ພຣະອົງໂຜດນຳຝ່າຍຊີວິດ ຂໍໃຫ້ກິນຈົນອີ່ມບໍ່ຢຸດ ຂໍໃຫ້ໃຈເປັນທີ່ສະຖິດ ຂອງພຣະອົງບໍ່ສ້ຽງບໍ່ສຸດ === code 48 title ຈົ່ງຟັງສຽງພຣະຜູ້ໄຖ່ title_original Jesus Paid It All authors_lyric John T. Grape (1835-1915) authors_music Mrs. Elvina M. Hall, 1865 (1820-1889) *1 ຈົ່ງຟັງສຽງຜູ້ໄຖ່ກ່າວວ່າ ໃຈອ່ອນຈົ່ງຮັບເຂົ້າມາ ເຖິງແມ່ນວ່າກຳລັງມີນ້ອຍ ຈົ່ງສະແຫວງຫາເຮົາຢ່າຖອຍ *ref ອົງພຣະເຢຊູເຈົ້າ ຊົງໃຊ້ໜີ້ຂອງຂ້າ ໃຈເຕັມບາບມືດມົວໜັກໜາ ພຣະອົງລ້າງໃຫ້ສະອາດ *2 ແທ້ຈິງຂ້າໄດ້ເຫັນພຣະຄຣິດ ພຣະອົງຜູ້ດຽວຊົງລິດ ຄົນປ່ວຍຄືນດີຈາກພະຍາດ ໃຈແຂງເກີດເປັນຄວາມສຸພາບ *3 ຄຸນຄວາມດີຂ້າບໍ່ເຄີຍມີ ຈົ່ງຂອບຄຸນດ້ວຍຍິນດີ ພຣະອົງຊຳລະໃຫ້ເສາະໃສ ດ້ວຍໂລຫິດຂອງພຣະຜູ້ໄຖ່ *4 ຄັນເມື່ອເຖິງສະຫວັນທາງເທິງ ເຝົ້າຕໍ່ພຣະພັກພຣະອົງ ຜູ້ຊົງຕາຍແທນບາບຜູ້ຂ້າ ຂ້າຂອບຄຸນຕໍ່ໄປບໍ່ລາ === code 49 title ຮີບມາທຸກຄົນທີ່ບາບກົດຂີ່ title_original Only Trust Him authors_lyric J. H. Stockton (1813-1877) *1 ຮີບມາທຸກຄົນທີ່ບາບກົດຂີ່ ພຣະເຈົ້າຊົງຄວາມເມດຕາ ພຣະອົງປະທານຄວາມສຸກສຳລານ ຕາມເຮົາຈະເຊື່ອວອນຫາ *ref ເຊື່ອແຕ່ເທົ່ານັ້ນ ເຊື່ອແຕ່ເທົ່ານັ້ນ ເພິ່ງພຣະອົງບັດນີ້ ພຣະອົງຊົງໂຜດ ພຣະອົງຊົງໂຜດ ໂຜດໃຫ້ພົ້ນມື້ນີ້ *2 ພຣະເຢຊູຊົງໃຫ້ໂລຫິດໄຫຼ ເພື່ອໂຜດພຣະພອນອັນດີ ຮີບມາຊຳລະໃຫ້ໃຈເສາະໃສ ໃຫ້ຫາຍບາບໂທດຖ້ວນຖີ່ *3 ຜູ້ຊົງຊຳລະແມ່ນພຣະເຢຊູ ຊົງພາໄປສູ່ຄວາມສຸກ ຈົ່ງເຊື່ອພຣະອົງຢ່າງດີທັງໝູ່ ຄວາມເຊື່ອຈິ່ງໃຫ້ພົ້ນທຸກ *4 ຮີບເຂົ້າພວກສິດແຫ່ໄປດ້ວຍກັນ ຈົນເຖິງພຣະລັດສະໝີ ໄປສູ່ວຽງແກ້ວເມືອງຟ້າສະຫວັນ ໃຈເຕັມຊົມຊື່ນຍິນດີ === code 50 title ຂ້າມອບທຸກສິ່ງແກ່ພຣະເຢຊູ title_original I Surrender All authors_lyric W. S. Weeden (1847-1908) authors_music J. W. VanDeVenter, 1896 (1855-1939) *1 ຂ້າມອບທຸກສິ່ງແກ່ພຣະເຢຊູ ຍອມຖະຫວາຍໝົດດ້ວຍເຕັມໃຈ ຂ້າຈະຮັກ ແລະ ເພິ່ງພຣະເຢຊູ ຕໍ່ພຣະພັກຂອງພຣະຜູ້ໄຖ່ *ref ມອບທຸກສິ່ງທຸກຢ່າງ ມອບທຸກສິ່ງທຸກຢ່າງ ມອບຖະຫວາຍໝົດແກ່ພຣະເຢຊູ ຜູ້ໂຜດຊຳລະລ້າງ *2 ຂ້າມອບທຸກສິ່ງແກ່ພຣະເຢຊູ ນອບນ້ອມຂາບຕໍ່ພຣະບາທາ ຄວາມສຸກໂລກນີ້ຂ້າຍອມຖິ້ມແລ້ວ ຂໍພຣະອົງຊົງໂຜດຮັບຂ້າ *3 ຂ້າມອບທຸກສິ່ງແກ່ພຣະເຢຊູ ຂໍໃຫ້ຂ້າເປັນຂອງພຣະອົງ ຂໍໃຫ້ພຣະວິນຍານສະຖິດຢູ່ ນຳຜູ້ຂ້າຕາມດັ່ງປະສົງ *4 ຂ້າມອບທຸກສິ່ງແກ່ພຣະເຢຊູ ມອບຖະຫວາຍທັງໃຈກາຍາ ຂໍໂຜດໃຫ້ຄວາມຮັກ ແລະ ລິດທາ ກັບພຣະພອນຖອກເທລົງມາ === code 51 title ເມື່ອຄວາມສຸກສຳຣານ title_original It Is Well With My Soul authors_lyric Philip P. Bliss, 1876 (1838-1876) authors_music Horatio G. Spafford, 1873 (1829-1888) *1 ເມື່ອຄວາມສຸກສຳລານຜ່ານມາໃນໃຈຂອງຜູ້ຂ້າ ເມື່ອທຸກທໍລະມານພັດຜ່ານມາ ເຖິງວ່າເກີດເຫດໃດ ພຣະອົງສອນໃຫ້ຮ້ອງວ່າ ຈິດໃຈຂ້າສຸກສຳບາຍ ສຸກສຳບາຍ *ref ສຸກສຳບາຍ ໃຈຜູ້ຂ້າ ສຸກສຳບາຍ ສຸກສຳບາຍ ໃຈຜູ້ຂ້າ *2 ຊາຕານອາດບັງບຽດ ແລະ ຄວາມທຸກອາດບັງເກີດມາ ຜູ້ຂ້າຊື່ນໃຈເພາະພຣະສັນຍາ ພຣະຄຣິດຊົງຮູ້ແລ້ວ ວ່າຜູ້ຂ້າສູ້ບໍ່ໄຫວ ຈິ່ງປະທານປະໂລຫິດເພື່ອໄຖ່ໄວ້ *3 ບາບໜາຂອງຜູ້ຂ້າຖືກຄຶງໄວ້ທີ່ໄມ້ກາງແຂນ ພຣະຄຣິດຊົງຮັບໄວ້ເພາະເອັນດູ ບາບນັ້ນຊົງຍົກແລ້ວ ຈິ່ງບໍ່ຄຳນຶງເຖິງອີກ ໃຈຜູ້ຂ້າໂມທະນາພຣະເຢຊູ *4 ຂໍໂຜດເຮ່ງເວລາທີ່ຈະໃຫ້ຜູ້ຂ້າໄດ້ເຫັນ ເມື່ອທ້ອງຟ້າໄຂອອກນອກຫາຍໄປ ພຣະຄຣິດສະເດັດມາ ພອ້ມດ້ວຍສຽງແກສະນັ່ນ ເວລານັ້ນຈິດໃຈຂ້າສຸກສຳບາຍ === code 52 title ຂ້າຂໍພຣະຄຳພີ title_original Give Me the Bible authors_lyric E. S. Lorenz (1854-1942) authors_music Priscilla J. Owens (1822-1899) *1 ຂ້າຂໍພຣະຄຳພີ ຈະໄດ້ມີຈິດຫັນສາ ເປັນມິດຢູ່ຊິດຂ້າ ເມື່ອຂ້າຈິດມືນເຊົາ ໃສກວ່າປະທີບສ່ອງ ສິ່ງທັງປວງບໍ່ອາດປິດ ແຕ່ເມື່ອຄາວພຣະຄຣິດ ສິ້ນຊີວິດເພື່ອເຮົາ *ref ຂ້າຂໍພຣະຄຳພີ ລັດສະໝີສ່ອງຮຸ່ງເຮືອງ ແມ້ຂ້າຢູ່ໂດດດ່ຽວ ຊົງໂປດໃຫ້ຜ່ອງໃສ ໃສທັງກົດກັບສັນຍາ ຮັກບັນຊາຮ່ວມກັນ ໄປກວ່າໂລກຈະສະຫຼາຍ ເຖິງວັນນິຣັນ *2 ຂ້າຂໍພຣະຄຳພີ ຍາມອາລົມແສນລະທົມ ດວງຈິດສຸດຕອມຕົມ ຊື່ນຊົມໃນວິນຍານ ຈະເພິ່ງພຣະດຳຣັດ ອັນຊົງກ່າວໄວ້ຊັດແຈ້ງ ເພື່ອຍ້ອງຄວາມຮັກແກ່ ພຣະຜູ້ຊູໂລກາ *3 ຂ້າຂໍພຣະຄຳພີ ປະທີບຊີວິດນິລັນ ເປັນແສງແຈ່ມອານັນ ໂສກສັນຜ່ານພົ້ນໄປ ຂ້າເຫັນແສງເຮືອງຮອງ ຈາກປະຕູເມືອງສະຫວັນ ເປັນແສງສ່ອງນຳຂ້າ ສູ່ສະຫວັນເບື້ອງບົນ === code 53 title ຮຸ່ງເຊົ້າຈົ່ງລຸກ title_original Work, for the Night Is Coming authors_lyric Lowell Mason, 1864 (1792-1872) authors_music Mrs. Anna L. Coghill, 1854 (1836-1907) *1 ຮຸ່ງເຊົ້າຈົ່ງລຸກເຮັດວຽກການ ເພາະຍາມຄໍ່າໃກ້ຈະມາ ນໍ້າໝອກຍັງຄ້າງສ່ອງສີໃສ ດອກຂຽວບານຊອບຕາ ໝັ່ນອົດເຮັດການໃນຍາມທ່ຽງວັນ ເມື່ອແສງຕາເວັນຮ້ອນແຮງ ເຮັດໃຫ້ແລ້ວກ່ອນຄໍ່າຄືນມາ ຄືນເປັນຍາມຄວນນອນ *2 ຈົ່ງທົນໃຈເພາະຄໍ່າພວມມາ ຢ່າຢ້ານແດດຮ້ອນກາງເວັນ ວຽກມີທຸກຍາມໃຫ້ໃຈກ້າ ຍາມຫາຍເມື່ອຍຄົງເຫັນ ໃນທຸກເວລາທີ່ຕ້ອງທຽວໄປ ການດີຄວນເອົາໃຈໃສ່ ຈົ່ງພຽນເຮັດການຢ້ານຄຳມາ ເມື່ອຕ້ອງເຊົາການໄວ້ *3 ອົດທົນເຮັດການໃກ້ຄໍ່າແລ້ວ ຕາເວັນຈະຕົກເບິ່ງດຸ ຟ້າລາຍສີອ່ອນອັນຊອບຕາ ຄວາມມືດມົວຈວນຮູ້ ໝັ່ນພຽນເຮັດການຢ່າຍອມເຊົາກ່ອນ ຈົນເດືອນກັບດາວສ່ອງແຈ້ງ ອົດເອົາເຖິງຍາມຄວນຫຼັບໄປ ຈົນຫາຍເມື່ອຍໄດ້ແຮງ === code 54 title ແສງແຫ່ງໃຈຂ້າ title_original Sun of My Soul authors_lyric John Keble, 1820 *1 ແສງແຫ່ງໃຈຂ້າຄືພຣະຜູ້ໄຖ່ ບໍ່ມີມືດຖ້າພຣະອົງຢູ່ໃກ້ ຢ່າໃຫ້ໂລກເປັນເໝືອນເມກບັງຕາ ກັ້ນພຣະອົງໄວ້ຈາກໃຈຂອງຂ້າ *2 ຂໍຢູ່ກັບຂ້າແຕ່ເຊົ້າຈົນຄໍ່າ ເພາະນອກພຣະອົງບໍ່ເຫັນຜູ້ອື່ນ ສະຖິດກັບຂ້າຍາມມືດໃກ້ມາ ນອກຈາກພຣະອົງຢ້ານມໍລະນາ *3 ຖ້າຂ້າໄດ້ປະພຣະອົງຫຼົງໄປ ຮ້ອງຫາພຣະອົງຜູ້ຊົງຊ່ອຍໄດ້ ໂອ້ພຣະເຈົ້າຂ້າຂໍຊົງໂຜດຟັງ ຂໍຢ່າໃຫ້ກັບເຮັດບາບອີກຊ້ຳ *4 ໂຜດຊ່ອຍຄົນເຈັບບັນເທົາຄົນຈົນ ດ້ວຍມະຫາພອນອັນຫຼາຍເຫຼືອລົ້ນ ໃຫ້ຜູ້ທຸກຍາກນອນຫຼັບສຳບາຍ ເໝືອນດັ່ງເດັກນ້ອຍສຸກໃຈຜ່ອງໃສ *5 ສະຖິດໃກ້ຂ້າອວຍພອນເມື່ອຕື່ນ ກ່ອນຂ້າເຮັດການສິ່ງໃດສິ່ງອື່ນ ຈົນຂ້າໄດ້ເຖິງທີ່ຢູ່ເມືອງຟ້າ ເຕັມດ້ວຍຄວາມຮັກພຣະເຈົ້າຂອງຂ້າ === code 55 title ຂໍພຣະເຢຊູຊົງໂຜດໃຫ້ຂ້າໄດ້ຮັກ title_original More Love to Thee, O God authors_lyric Mrs. E. Prentiss, 1856 (1818-1878) authors_music William H. Doane, 1868 (1832-1916) *1 ຂໍພຣະເຢຊູຊົງໂຜດ ໃຫ້ຂ້າໄດ້ຮັກ ເມື່ອຄຸເຂົ່າໄຫວ້ວອນທູນ ຕໍ່ພຣະບິດາ ຂໍໃຫ້ຮັກຫຼາຍກວ່າກ່ອນ ຫຼາຍກວ່າຈົນກາຍເປັນພອນ ຮັກພຣະເຢຊູ ຫຼາຍກວ່າແຕ່ກ່ອນ *2 ເມື່ອກ່ອນຂ້າປາດຖະໜາ ສິ່ງຂອງໂລກນີ້ ຕໍ່ໄປຂ້າຍອມລະຖິ້ມ ທຸກສິ່ງອີ່ຫຼີ ດຽວນີ້ຂ້າຂໍອ້ອນວອນ ຂໍຮັກພຣະອົງກວ່າກ່ອນ ຂໍຮັກຫຼາຍຂຶ້ນ ຈົນກາຍເປັນພອນ *3 ຂ້າຮ້ອງເພງສັນຣະເສີນ ເມື່ອຈິດຈວນດັບ ຂ້າມອບຈິດວິນຍານໄວ້ ຂໍໂຜດຊົງຮັບ ເຊື່ອວ່າຈະຊົງອວຍພອນ ເພາະຮັກພຣະອົງກວ່າກອ່ນ ຮັກພຣະເຢຊູ ຫຼາຍກວ່າແຕ່ກ່ອນ === code 56 title ພຣະສະເດັດມາທີ່ປະຕູ title_original The Coming King Is at the Door authors_lyric F. E. Belden, 1886 *1 ຈອມລາຊາຜູ້ໃກ້ສະເດັດມາ ຜູ້ເຄີຍວາຍຊີບເພື່ອຊາວໂລກາ ຜູ້ຊອບທຳທັ້ງຫຼາຍຄອຍທົ່ວຫນ້າ ຈະມາພາໄປສະຫວັນ *ref ທີ່ປະຕູ ທີ່ປະຕູ ທີ່ປະຕູ ມາເຖິງແລ້ວທີ່ປະຕູ ສະເດັດກັບມາ ສະເດັດກັບມາ ພຣະສະເດັດມາທີ່ປະຕູ *2 ເຄື່ອງຫມາຍບອກເວລາຈະສະເດັດ ສຳເລັດຕາມງານທີ່ຜ່ານພົ້ນໄປ ບໍ່ຊ້າຈະເຫັນສະຫວັນວິໄລ ສຸກໄສດັ່ງແກ້ວມະນີ *3 ພຣະຈະສ້າງໂລກນີ້ໃຫ້ງົດງາມ ເປັນນິດໃຫ້ພວກເຮົາເຂົ້າອາໃສ ຄວາມຕາຍຈະບໍ່ມີອີກຕໍ່ໄປ ເວລາຈະບໍ່ຮູ້ສິ້ນ === code 57 title ຮ້ອງຊຳ້ອີກເປັນຄຳມ່ວນ title_original Wonderful Words of Life authors_lyric P. P. Bliss, 1874 (1838-1876) *1 ຮ້ອງຊໍ້າອີກເປັນຄຳມ່ວນແກ່ຫູ ເປັນຄຳຊີວິດປະຫຼາດໃຈ ທີ່ໃຫ້ເກີດຍົດໃຫຍ່ໃຫ້ໃຈຮູ້ ເປັນຄຳຊີວິດປະຫຼາດໃຈ ຄຳສັ່ງສອນກັບຄຳເຊື່ອຟັງ ເປັນທີ່ພາໃຫ້ພົ້ນຕາຍໄດ້ *ref ຄຳອັນດີງາມ ອັດສະຈັນເປັນ ຄຳຊີວິດປະຫຼາດໃຈ ຄຳອັນດີງາມ ອັດສະຈັນເປັນ ຄຳຊີຄຳວິດປະຫຼາດໃຈ *2 ພຣະອົງໂຜດໃຫ້ມະນຸດພົ້ນໂທດ ເປັນຄຳຊີວິດປະຫຼາດໃຈ ເມື່ອໄດ້ຍິນຈົ່ງຍອມເຊື່ອຟັງໂລດ ເປັນຄຳຊີວິດປະຫຼາດໃຈ ແມ່ນຄວາມພາໃຫ້ພົ້ນທຸກຮ້າຍ ຊ້ຳລອດພົ້ນຈາກຄວາມຈິບຫາຍ *3 ຂ່າວດີເລີດປະເສີດສ່ານຫວ່ານໄປ ເປັນຄຳຊີວິດປະຫຼາດໃຈ ຖ້າຕົກໃສງອກຫັ້ນໝັ່ນຢ້ຽມເບິ່ງ ເປັນຄຳຊີວິດປະຫຼາດໃຈ ພຣະເຢຊູໂຜດຍົກບາບໃຫ້ ແລະ ຊົງໂຜດໃຫ້ຊື່ນບານໃຈ === code 58 title ພຣະອົງຊົງນຳ title_original He Leadeth Me authors_lyric William B. Bradbury, 1864 (1816-1868) authors_music J. H. Gilmore, 1862 (1834-1918) *1 ພຣະອົງຊົງນຳ ໂອ້ສຳລານໃຈ ທີ່ໄດ້ຟັງໃຈເລົ້າໂລມປອບໃຈ ເຖິງຂ້າເຮັດວຽກ ຢູ່ທິດໃກ້ໄກ ພຣະອົງຊົງໃຊ້ມືເພິ່ນນຳໄປ *ref ພຣະອົງຊົງນຳ ພຣະອົງຊົງນຳ ໃຊ້ເພາະມືສຳຫຼັບນຳຂ້າໄປ ຂ້າມອບກາຍໄວ້ຈະໄດ້ເປັນສິດ ໂອ້ອົງພຣະຄຣິດໂປດນຳຂ້າໄປ *2 ບາງທີນຳໄປ ໃນທາງທີ່ທຸກ ບາງທີທີ່ສຸກສຳລານບານໃຈ ບໍ່ວ່າທາງໃດຈະຮ້າຍ ຫຼື ດີ ພຣະອົງຊົງຊີ້ທາງທີ່ພົ້ນໄພ *3 ຂ້າຂໍພຣະເຈົ້າ ຊົງຈູງມືໄປ ບໍ່ວ່າຈະນຳສູ່ແຫ່ງຫົນໃດ ຈະເກີດຄວາມທຸກ ຫຼື ສຸກກໍດີ ມືຂອງພຣະອົງຊົງນຳທຸກທີ *4 ເມື່ອໃດແລ້ວການ ງານຂ້າລາໂລກ ດັບຄວາມເສົ້າໂສກໃຫ້ເຊື່ອມສູນໄວ ເຖິງຂ້າຕ້ອງວາຍໃຈສຸກສັນເພາະ ໝັ້ນໃຈໃນພຣະອົງຜູ້ຊົງນຳ === code 59 title ພຣະຄຣິດຊົງໂຜດໃຫ້ພົ້ນ title_original What A Wonderful Savior authors_lyric Elisha A. Hoffman, 1891 (1839-1929) *1 ພຣະຄຣິດຊົງໂຜດໃຫ້ພົ້ນຄວາມບາບ ອັດສະຈັນພຣະຜູ້ໂຜດເຮົາ ຊົງໄຖ່ເຮົາໄວ້ຊົງຊຳລະບາບ ອັດສະຈັນພຣະຜູ້ໂຜດເຮົາ *ref ພຣະເຢຊູເປັນຜູ້ໂຜດອັດສະຈັນພຣະເຢຊູນັ້ນ ອັດສະຈັນພຣະເຢຊູເປັນຜູ້ໂຜດອັດສະຈັນ *2 ຂອບຄຸນພຣະໂລຫິດອັນປະເສີດ ອັດສະຈັນພຣະຜູ້ໂຜດເຮົາ ເຮົາເປັນມິດກັບຜູ້ໂຜດດີເລີດ ອັດສະຈັນພຣະຜູ້ໂຜດເຮົາ *3 ພຣະອົງຊົງໂຜດໃຫ້ເຮົາພົ້ນໄພ ອັດສະຈັນພຣະຜູ້ໂຜດເຮົາ ດຽວນີ້ພຣະອົງປະທັບໃນໃຈ ອັດສະຈັນພຣະຜູ້ໂຜດເຮົາ *4 ຊົງໂຜດປະທານໃຫ້ພຣະວິນຍານ ອັດສະຈັນພຣະຜູ້ໂຜດເຮົາ ຊົງໂຜດໃຫ້ຜົ້ນອຳນາດຂອງມານ ອັດສະຈັນພຣະຜູ້ໂຜດເຮົາ *5 ເຮົາມອບຈິດໃຈຖະຫວາຍຮ່າງກາຍ ອັດສະຈັນພຣະຜູ້ໂຜດເຮົາ ເຕັມໃຈຂັບຕາມ ແລະ ເຊື່ອໝັ້ນຄົງ ອັດສະຈັນພຣະຜູ້ໂຜດເຮົາ === code 60 title ເມື່ອໄດ້ໄຫ້ວວອນ title_original Sweet Hour of Prayer authors_lyric William B. Bradbury, 1859 (1816-1868) authors_music William W. Walford, c. 1842 (1772-1850) *1 ເມື່ອໃດໄຫວ້ວອນ ນະມັດສະການ ຂໍເຊີນພຣະເຈົ້າຊົງເປັນປະທານ ເຖິງວ່າອຶດຢາກກໍ່ຄວນທູນຂໍ ສິ່ງທີ່ປະສົງປະທານພຽງພໍ ຖ້າຖືກຂົ່ມເຫງ ຫຼື ມີໂສກທຸກ ຈິດໃຈບັນເທົາໄດ້ຮັບຄວາມສຸກ ຖ້າຖືກທົດລອງຈິດໃຈເມື່ອຍອອ່ນ ຈະໄດ້ຊູແຮງເມື່ອເຝົ້າອ້ອນວອນ *2 ເມື່ອໃດໄຫວ້ວອນ ເຮົາແສນຍິນດີ ຄຳອ້ອນວອນເຖິງສະຫວັນທັນທີ ພຣະເຢຊູຄອຍຮັບຄຳອ້ອນວອນ ປະທານພຣະພອນແກ່ຜູ້ຫິວອ່ອນ ໃຫ້ເຮົາເຂົ້າເຝົ້າຕໍ່ອົງພຣະເຈົ້າ ເຊື່ອພຣະສັນຍາທີໃຫ້ແກ່ເຮົາ ມອບຄວາມຢ້ານໄວ້ພ້ອມຄວາມທຸກຮ້ອນ ພຣະອົງຊົງຮັບຟັງຄຳອອ້ນວອນ *3 ເມື່ອໃດໄຫວ້ວອນ ເປັນອັດສະຈັນ ໄດ້ການເລົ້າໂລມເໝືອນຢູ່ສະຫວັນ ປຽບເໝືອນຂຶ້ນໄປຍອດພູກະເສີມ ເຫັນເມືອງຂອງຂ້າດີເລີດປະເສີດ ຢາກຮີບຟ້າວໄປເມືອງພຣະບິດາ ເຈົ້າເຝົ້າພຣະອົງຜູ້ຊົງຮັກສາ ຖະຫວາຍເພງສັນລະເສີນຮັບພອນ ເມື່ອນັ້ນພົ້ນແລ້ວຈາກໄປໄຫວ້ວອນ === code 61 title ເຖິງຍາມເກັບກ່ຽວເຂົ້າເຮົາຍິນດີ title_original In the Glad Time of the Harvest authors_lyric Ewin Barnes, 1886 authors_music L. D. Santee *1 ເຖິງຍາມເກັບກ່ຽວເຂົ້າເຮົາຫັນສາ ໃນເວລາຮ່ວມຫນຶ່ງພັນປີ ອົງລາຊາຈະຄອງດ້ວຍລິດເດດ ແລະ ຈະມີການພິພາກສາ ທະເລ ແລະ ໂລກຈະຄືນຄົນຕາຍ ມາກມາຍໃນວັນພິພາກສາ ແລ້ວຈະປະທານລາງວັນທົ່ວຫນ້າ ເມື່ອພຣະມາຮັບຜູ້ຊອບທຳ *2 ເມື່ອຍາມຫວ່ານກໍ່ຫວ່ານດ້ວຍນ້ຳຕາ ເມື່ອເຖີງຄາວກ່ຽວກໍທຸກທົນ ອີກບໍ່ຊ້າພາລະຈະຜ່ານພົ້ນ ທຸກຄົນຈະຊື່ນຊົມພັນປີ ເຮົາຈະມີຄວາມສຸກໃນສະຫວັນ ຄວາມໂສກສັນບໍ່ມີຈັກຄັ້ງ ພຣະຈະປະທານມົງກຸດດາຣາ ເມື່ອພຣະມາຮັບຜູ້ຊອບທຳ *3 ເຮົາຈະພົບຜູ້ທີ່ເຮົາຮັກນັ້ນ ຜູ້ຊີວິດສິ້ນໄປໃນພົບ ເມື່ອພຣະເຢຊູສະເດັດກັບມາ ທຸກໂສກາເສົ້າໃຈບໍ່ມີ ບໍ່ຕ້ອງທົນທຸກເສົ້າປວດລ້າວໃຈ ພຣະຈະບໍ່ປ່ອຍໃຫ້ໂສກາ ເຮົາໃກ້ຈະເຫັນວັນອັນຫັນສາ ເມື່ອພຣະມາຮັບຜູ້ຊອບທຳ === code 62 title ໃນພຣະໄທພຣະເຢຊູ title_original In the Heart of Jesus authors_lyric C. H. Forrest authors_music Alice Pugh *1 ໃນພຣະໄທພຣະເຢຊູ ມີຮັກຢູ່ເພື່ອທ່ານ ເປັນຮັກແທ້ຈິງໝັ້ນຄົງ ຮັກນັ້ນສຸດລໍ້າເລີດ ເປັນຫຍັງທ່ານຈຶ່ງໂດດດຽວ ຫຼຽວຫາມິດສຳພັນ ນໍ້າພຣະໄທຢູ່ກັບທ່ານ ຄວາມຮັກນັ້ນມີຫຼາຍ *2 ໃນພຣະໄທພຣະເຢຊູ ມີງານຢູ່ເພື່ອທ່ານ ແມ້ແຕ່ເຫຼົ້າທູດສະຫວັນ ກໍ່ມຸ້ງໝັ້ນຈະເຮັດ ຍັງຄອຍຖ້າຫຍັງອີກໜໍ ຫຼື ຄອຍເອົາງານໃຫຍ່ ໃນເມຶ່ອນາພຣະຄຣິດແມ່ນ ມີງານໃຫ້ທ່ານເຮັດ *3 ໃນພາສາດພຣະເຢຊູ ມີທີ່ຢູ່ເພື່ອທ່ານ ສຸກສົດໃສບໍ່ມີທຸກ ທີ່ນັ້ນສຸກຮົ່ມເຢັນ ຈະເດີນໜີໄປໃສບອກ ໃຈໃຫ້ອົດທົນສູ້ ເມື່ອພາສາດພຣະເຢຊູ ມີທີ່ຢູ່ເພື່ອທ່ານ === code 63 title ຈົ່ງຢ່າຍອມສິ່ງທົດລອງ title_original Yield Not to Temptation authors_lyric Horatio R. Palmer, 1868 *1 ຈົ່ງຢ່າຍອມສິ່ງທົດລອງ ເພາະຍອມແລ້ວຈະບາບ ຖ້າເຮົາສູ້ໄດ້ເມື່ອໃດ ຈະຈູງໃຈຄົນບາບ ຈົ່ງສູ້ລົບກັບຮ່າງກາຍ ແລະ ຫມາຍໄຊຊະນະ ຈົ່ງຂໍເພິ່ງພຣະເຢຊູ ຜູ້ຊົງຊ່ວຍທ່ານໄດ້ *ref ທູນຂໍພຣະອົງຊົງຊ່ອຍທ່ານ ປະທານກຳລັງທັງກາຍໃຈ ເພາະຊົງຊ່ວຍດ້ວຍເຕັມພຣະໄທ ຕໍ່ຜູ້ທີ່ມີໃຈໝັ້ນ *2 ຢ່າຄົບເພື່ອນທີ່ຊົ່ວຊ້າ ຈົ່ງຢ່າໃຊ້ຄຳຫຍາບ ຈົ່ງນັບຖືນາມຂອງພຣະ ຢ່າເວົ້າຫຼິ້ນຈະບາບ ຈົ່ງຄຳນຶງໃຫ້ຖ້ວນຖີ່ ມີເມດຕາຊື່ສັດ ຈົ່ງຂໍເພິ່ງພຣະເຢຊູ ຜູ້ຊົງຊ່ວຍທ່ານໄດ້ *3 ຜູ້ໃດໄດ້ໄຊຊະນະ ພຣະຈະໃຫ້ມົງກຸດ ແມ້ບາງຄັ້ງຈະທໍ້ຖອຍ ຈົ່ງເຊື່ອເຖິງທີ່ສຸດ ພຣະອົງຜູ້ເປັນພຣະເຈົ້າ ຊ່ອຍເຮົາໃຫ້ເຂັ້ມແຂງ ຈົ່ງຂໍເພິ່ງພຣະເຢຊູ ຜູ້ຊົງຊ່ວຍທ່ານໄດ້ === code 64 title ລົມພຣະຍຸຕີເຈົ້າ title_original Count Your Blessings authors_lyric Johnson Oatman, 1897 (1856-1930) authors_music E. O. Excell, 1897 *1 ລົມພະຍຸຕີເຈົ້າເກືອບລົ້ມທຸກວັນນິ້ ຫຼື ຄັນສົງໄສໃຈນ້ອຍລົງວ່າການນີ້ບໍ່ຄື ຈົ່ງລະນຶກເຖິງພຣະພອນພຣະພອນທຸກປະການ ເຈົ້າຈະງຶດປະຫຼາດໃຈດ້ວຍພຣະເຈົ້າປະທານ *ref ຈົ່ງລະນຶກເຖິງພຣະພອນທຸກປະການ ນັບທຸກສິ່ງທຸກຢ່າງທີ່ຊົງປະທານ ຈົ່ງລະນຶກເຖິງພຣະພອນທຸກປະການ ເຈົ້າຈະງຶດປະຫຼາດໃຈດ້ວຍພຣະເຈົ້າປະທານ *2 ເຈົ້າຄຶດວ່າຄວາມອຸກໃຈໜັກໃນໂລກສົງສານ ອົດບໍ່ໄດ້ຍ້ອນຄວາມອຸກນັ້ນໜັກເຫຼືອປະມານ ຈົ່ງລະນຶກເຖິງພຣະພອນທັງໝົດຄວາມສົງໃສ ເຈົ້າຈະຮ້ອງເພງສັນຣະເສີນພຣະເຈົ້າທົ່ວໄປ *3 ຄັນເຈົ້າຄຶດວ່າຄົນອື່ນມີຊັບສິນຫຼາຍໆ ຕ້ອງຈື່ວ່າພຣະເຢຊູໂຜດຢ່າງນັບບໍ່ໄຫວ ລະນຶກເຖິງພຣະພອນຈິ່ງເຫັນວ່າເຫຼືອລາຄາ ເຈົ້າຈະໄດ້ລາງວັນຂອງເຈົ້າຄັນເຖິງເມືອງຟ້າ *4 ເຫດສັນນັ້ນໃນການລຳບາກອັນນ້ອຍອັນໃຫຍ່ ຢ່າສູ່ນ້ອຍໃຈລົງພຣະເຈົ້າຊົງຄອງທົ່ວໄປ ຈົ່ງລະນຶກເຖິງພຣະພອນເທວະດາຈຶ່ງມາ ຈົນເຖິງສຸດຊີວິດປົກປ້ອງເລົ້າໂລມຮັກສາ === code 65 title ພຣະໂລຫິດຂອງພຣະເຢຊູ title_original Alas! and Did My Savior Bleed? authors_lyric Hugh Wilson, c. 1800 authors_music Isaac Watts, 1707 *1 ພຣະໂລຫິດຂອງພຣະເຢຊູໄຫລ ພຣະອົງທົນທຸກອັບອາຍ ຈົນໃນທີ່ສຸດພຣະອົງຕ້ອງຕາຍ ກໍເພື່ອລ້າງບາບຂອງຂ້າ *2 ພຣະອົງຖືກຄຶງທີ່ໄມ້ກາງແຂນ ຊົງຮັບບາບໂທດແທນຂ້າ ໄດ້ຊົງສຳແດງຄວາມຮັກເມດຕາ ຄວາມຮັກໃດບໍ່ປຽບປານ *3 ພຣະອົງຊົງທົນຄວາມທຸກເຫຼືອຄິດ ຂ້າຈິ່ງເປັນໜີ້ພຣະຄຣິດ ຂໍຍົກຖະຫວາຍທັງກາຍ ແລະ ໃຈ ມອບໃຫ້ພຣະອົງເປັນນິດ === code 66 title ຂ້າຂໍຖວາຍກຽດ title_original To God Be the Glory authors_lyric William H. Doane (1832-1915) authors_music Fanny J. Crosby, 1875 (1820-1915) *1 ຂ້າຂໍຖະຫວາຍກຽດແດ່ ພຣະເຈົ້າຜູ້ສູງສຸດ ພຣະອົງໄດ້ຊົງສຳແດງ ຄວາມຮັກແກ່ມະນຸດ ພຣະບຸດຂອງພຣະອົງຊົງ ຍອມສະລະພຣະຊົນ ເປັນຄ່າໄຖ່ເຮົາທຸກຄົນ ທຸກຊາດໃຫ້ໄດ້ພົ້ນ *ref ຈົ່ງຖວາຍ ສາທຸການ ແດ່ພຣະເຈົ້າດ້ວຍຍິນດີ ສັນຣະເສີນ ແດ່ພຣະເຈົ້າ ຈົ່ງໃຫ້ຊາວໂລກຍິນດີ ເຊີນມາເຝົ້າພຣະເຈົ້າໂດຍ ພຣະນາມພຣະເຢຊູ ຖະວາຍຍົດແດ່ພຣະຜູ້ ຊົງເມດຕາເອັນດູ *2 ຄວາມພົ້ນອັນສົມບູນເຮົາ ໄດ້ເພາະໂລຫິດໄຖ່ ຜູ້ໃດເຊື່ອພຣະສັນຍາ ຈະຮັບຊີວິດໃໝ່ ຄົນບາບຈະຊົ່ວຮ້າຍເຖີງ ປານໃດກໍພົ້ນໄດ້ ພຣະເຢຊູຊົງໂຜດຄວາມ ພົ້ນແກ່ຜູ້ວາງໃຈ *3 ພຣະອົງສອນເຖິງສິ່ງໃຫ່ຍ ຊຶ່ງໄດ້ຊົງກະທຳ ຍິນດີທີ່ພຣະບຸດຄື ພຣະເຢຊູຊົງນຳ ປະຫຼາດໃຈຫນັກຫນາ ເມື່ອເຮົາເຫັນພຣະເຢຊູ ຜູ້ບໍຣິສຸດໃຫຍ່ຫຼວງ ຊຶ່ງເຮົາເຂົ້າເຝົ້າເບີ່ງ === code 67 title ພຣະເຈົ້າແສນດີ title_original God Is So Good authors_lyric Paul Makai, c. 1970 authors_music Traditional African Melody *1 ພຣະເຈົ້າແສນດີ ພຣະເຈົ້າແສນດີ ພຣະເຈົ້າແສນດີ ຊົງແສນດີຕໍ່ຂ້າ *2 ຂ້າຮັກພຣະອົງ ຂ້າຮັກພຣະອົງ ຂ້າຮັກພຣະອົງ ຊົງແສນດີຕໍ່ຂ້າ *3 ສັນເສີນພຣະນາມ ສັນເສີນພຣະນາມ ສັນເສີນພຣະນາມ ຊົງແສນດີຕໍ່ຂ້າ *4 ຈະສະເດັດມາ ຈະສະເດັດມາ ຈະສະເດັດມາ ຊົງແສນດີຕໍ່ຂ້າ === code 68 title ຂໍພຣະຄຣິດຊົງໂຜດໃຫ້ມາ title_original Near the Cross authors_lyric William H. Doane, 1869 (1832-1915) authors_music Fanny J. Crosby, 1869 (1820-1915) *1 ຂໍພຣະຄຣິດຊົງໂຜດໃຫ້ມາ ໃກ້ກາງແຂນທຸກເວລາ ທີ່ນັ້ນພຣະໂລຫິດຫຼັ່ງໄຫຼ ຊຳລະລ້າງໃຈບາບໄດ້ *ref ຈົ່ງຫຍັບໃກ້ ໄມ້ກາງແຂນ ໃຫ້ໃກ້ສິດສະເໝີໄປ ຈົນພຣະອົງສະເດັດມາໂຜດ ພາໄປເຖິງສະຫວັນຟ້າ *2 ຂ້າມີໃຈສະທ້ານຫວັ່ນໄຫວ ຂໍຢູ່ໃກ້ກາງແຂນນັ້ນ ເພື່ອຮູ້ຈັກຄວາມຮັກເມດຕາ ທີ່ຊົງປະທານແກ່ຂ້າ *3 ຂໍພຣະບຸດຊົງໂຜດນຳພາ ໃກ້ກາງແຂນທຸກເວລາ ຊົງໂຜດໃຫ້ເດີນທາງທຸກວັນ ໃຕ້ຮົ່ມເຢັນກາງແຂນນັ້ນ *4 ທີ່ກາງແຂນຂ້າຄອຍເຝົ້າຢູ່ ໂດຍໃຈເຊື່ອພຣະເຢຊູ ຈົນໄດ້ເຖິງສະຫວັນຊັ້ນຟ້າ ໃກ້ພຣະອົງຜູ້ເມດຕາ === code 69 title ໃຫ້ຄົນທີ່ຮັກພຣະເຈົ້າ title_original Marching to Zion authors_lyric Robert Lowry, 1867 (1826-1899) authors_music Isaac Watts, 1707 (1674-1748) *1 ໃຫ້ຄົນທີ່ຮັກພຣະເຈົ້າ ສຳແດງຄວາມຊື່ນຍິນດີ ພ້ອມກັນຮ້ອງເພງເປັນໃຈດຽວກັນ ພ້ອມກັນຮ້ອງເພງເປັນໃຈດຽວກັນ ທຸກວັນຮ້ອງຮອບບັນລັງ ທຸກວັນຮ້ອງຮອບບັນລັງ *ref ເຮົາເດີນທາງໄປຊີໂອນ ເມືອງຊີໂອນເມືອງງົດງາມເລີດລົ້ນ ເຮົາມຸ່ງໜ້າເດີນທາງໄປຊີໂອນ ຄືເມືອງສຸກກະເສີມສະຫວັນຟ້າ *2 ຜູ້ທີ່ບໍ່ຮັກພຣະອົງ ກໍບໍ່ຮູ້ເພງຂອງເຮົາ ແຕ່ເຮົາຜູ້ເປັນບຸດຂອງພຣະເຈົ້າ ແຕ່ເຮົາຜູ້ເປັນບຸດຂອງພຣະເຈົ້າ ຮ້ອງເພງດ້ວຍຄວາມຍິນດີ ຮ້ອງເພງດ້ວຍຄວາມຍິນດີ *3 ຈົ່ງຮ້ອງເພງເພາະພົ້ນແລ້ວ ຢ່າໃຫ້ມີນໍ້າຕາໄຫຼ ພຣະອົງຊົງນຳໄປເຖິງຊີໂອນ ພຣະອົງຊົງນຳໄປເຖິງຊີໂອນ ພົ້ນໂສກເສົ້າເຂົ້າສະຫວັນ ພົ້ນໂສກເສົ້າເຂົ້າສະຫວັນ === code 70 title ມີແສງສວ່າງໃນໃຈຂ້າວັນນີ້ title_original Sunshine in My Soul authors_lyric E. E. Hewitt (1851-1920) authors_music John R. Sweney (1837-1899) *1 ມີແສງສະຫວ່າງໃນໃຈຂ້າວັນນີ້ ລັດສະໝີສະວ່າງສົດໃສ ຍິ່ງກວ່າແສງໃນທ້ອງຟ້າດວງໃດໃດ ເພາະໃຈຂ້າມີພຣະຄຣິດ *ref ແສງສຸລິຍັນແສງອັນລໍ້າເລີດ ເມື່ອຄວາມສຸກປະເສີດເກີດໃນໃຈຂ້າ ເມື່ອພຣະເຢຊູປະທານໃຫ້ນັ້ນ ໃຈຂ້າຈິ່ງມີຄວາມສະຫວ່າງ *2 ມີດົນຕີບັນເລງຢູ່ໃນໃຈຂ້າ ເປັນເພງສັນເສີນຈອມເທບໄທ ພຣະເຢຊູຊົງຟັງ ແລະ ເຂົ້າພຣະໄທ ໃນເພງຂ້າບໍ່ອາດຮ້ອງ *3 ມີຄວາມຍິນດີໃນໃຈຂ້າວັນນີ້ ທັງມີຄວາມຫວັງຮັກສຸກໃຈ ເພາະພຣະພອນທີ່ພຣະອົງປະທານໃຫ້ ຄຶຄວາມສຸກໃນສະຫວັນ === code 71 title ວັນນີ້ມີແສງສ່ອງໃນໃຈຂ້າ title_original There's Sunshine in My Soul Today authors_lyric E. E. Hewitt (1851-1920) authors_music John R. Sweney (1837-1899) *1 ວັນນີ້ມີແສງສ່ອງໃນໃຈຂ້າ ແສງນັ້ນຊ່າງງາມສົດໃສ ຍິ່ງກວ່າດາວໃດໃນທ້ອງນະພາ ຄືພຣະເຢຊູຄຣິດເຈົ້າ *ref ໂອ້ມີແສງງາມແສງອັນລໍ້າເລີດ ເວລາທີ່ຂ້າມີຄວາມສຸກຊື່ນບານ ຄືເມື່ອຂ້າເຫັນຫນ້າພຣະເຢຊູ ຈິ່ງມີແສງສ່ອງໃນໃຈຂ້າ *2 ວັນນີ້ມີເພງຢູ່ໃນໃຈຂ້າ ເພງນັ້ນສັນເສີນຣາຊາ ພຣະຄຣິດຊົງໄດ້ຍິນແສນອີ່ມໃຈ ແມ່ນວ່າບໍ່ອາດຮ້ອງໄດ້ *3 ວັນນີ້ດວງໃຈຂ້າແສນສຳລານ ຊື່ນບານຄວາມຮັກຄວາມຫວັງ ດ້ວຍພຣະພອນທີ່ພຣະອົງຊົງຫຼັ່ງ ອີກທັງບັນລັງເບື້ອງບົນ === code 72 title ພຣະເຈົ້າຜູ້ຊົງເປັນປ້ອມ title_original A Mighty Fortress authors_lyric Martin Luther, 1529 *1 ພຣະເຈົ້າຂອງເຮົາຜູ້ຊົງເປັນປ້ອມກຳແພງ ຊົງອິດທິຣິດທິ ແລະ ຊົງໃຫຍ່ຫຼວງ ພຣະອົງໄດ້ຊົງຜາບແພ້ອຳນາດຂອງມານ ຊຶ່ງມີມາເໝືອນດັ່ງສາຍນ້ຳທີ່ໄຫຼ ສັດຕູມະນຸດຊອກຫາ ຕັ້ງແຕ່ອະດີດສືບມາ ອຸບາຍລໍ້ລວງປວງຊົນ ໜີໂດຍຕົນເອງບໍ່ພົ້ນ ແຕ່ໄດ້ກັບເຖິງຕາຍວາຍວອດຊີວາ *2 ເຖິງແມ່ນວ່າໂລກເຕັມດ້ວຍອຸບາຍຂອງມານ ເຮົາກໍບໍ່ຢ້ານ ຫຼື ຕົກສະທ້ານໃຈ ເຖິງແມ່ນວ່າມັນຫາຊ່ອງທາງເພື່ອຕໍ່ສູ້ ເຮົາເພິ່ງອາສັຍຣິດເດດພຣະເຈົ້າໃຫຍ່ ຊົງສຳແດງນ້ຳພຣະໄທ ເອົາຄວາມຈິງສູ້ອຸບາຍ ໃຫ້ພົ້ນກອງທຸກມືດດຳ ເຂົ້າສູ່ໃນທາງຊອບທໍາ ພຣະອົງນັ້ນຊົງພຣະນາມພຣະເຢຊູ *3 ພຣະດຳຣັດຂອງພຣະເຈົ້າມີຣິດເໜືອໂລກ ອາໃສອຳນາດແຫ່ງໂລກນີ້ບໍ່ໄດ້ ພຣະເຈົ້າຊົງໂຜດປະທານພຣະວິນຍານມາ ຊົງໂຜດໃຫ້ຢູ່ຝ່າຍເຮົາຕະຫລອດໄປ ສິ່ງອະນິຈັງຂອງໂລກ ຍ່ອມໄດ້ເສຍຫາຍທັນທີ ຮ່າງກາຍຖືກຂ້າເໝືອນກັນ ພຣະໂອວາດຕັ້ງໄວ້ໝັ້ນ ແຜ່ນດິນສະຫວັນຖາວອນໄປເປັນນິດ === code 73 title ຕື່ນເຖີດຄຣິສຕຽນ title_original O Christian Awake authors_lyric Fanny J. Crosby *1 ໂອ້ຄຣິສຕຽນຕື່ນເຖີດ ນາຍທັບສະຫວັນຊົງສັ່ງ ຫມວກເຫຼັກ ແລະ ເກາະຖື ມືຈັບດາບໝັ່ນລະວັງ ປະເຊີນຫນ້າສັດຕູທ້າ ຢ່າຫວາດຫວັ່ນຢ້ານກົວ ຢືນເຊັ່ນວິລະກ້າ ປະຈັນຫນ້າກັບຂ້າເສິກ *ref ຢຶນກ້າຫານສູ້ ຢືນກ້າຫານສູ້ ຢືນກ້າຫານສູ້ ປະຈັນຫນ້າກັບຂ້າເສິກ *2 ອັນຕະລາຍຮອບກາຍ ຈົ່ງລະວັງ ແລະ ຕື່ນຕົວ ຢ່າຢືນຫັນຫຼັງໃຫ້ ສັດຕູເຂົ້າຫາທຳຮ້າຍ ຈົ່ງມຸ້ງຫນ້າໄປໝັ້ນໃຈ ໂຮ່ຮ້ອງເອົາໄຊເຖີດ ຢືນເຊັ່ນວິລະກ້າ ປະຈັນຫນ້າກັບຂ້າເສິກ *3 ນາຍທັບຂອງທ່ານຢືນ ປ້ອງກັນທີ່ສະໜາມຮົບ ຈົ່ງລະວັງຢ່າປະ ມາດຕໍ່ສູ້ເຖິງທີ່ສຸດ ທິດໃດພຣະຊົງນຳຕາມ ໄປດ້ວຍໃຈກ້າຫານ ຢືນເຊັ່ນວິລະກ້າ ປະຈັນຫນ້າກັບຂ້າເສິກ *4 ກ້າວໄປຢ່າສົງໃສ ນາຍທັບຂອງທ່ານຢູ່ໃກ້ ດ້ວຍພຣະຄຸນປະທານ ຈົ່ງຊື່ນບານເພາະມີໄຊ ຄວາມຮັກຂອງພຣະເຈົ້າດັ່ງ ລຳທານທີ່ໄຫຼເລິກ ຢືນເຊັ່ນວິລະກ້າ ປະຈັນຫນ້າກັບຂ້າເສິກ === code 74 title ພຣະເຈົ້າຂ້າ ພາຍຸຈັດ title_original Master, the Tempest Is Raging authors_lyric Miss M. A. Baker authors_music Horatio R. Palmer *1 ພຣະອົງເຈົ້າຂ້າພາຍຸພັດຈັດ ຄື້ນລົມຊັດຫວັ່ນໄຫວໄປມາ ຄວາມມືດກໍ່ຄອບຄຸມທົ່ວທ້ອງນະພາ ຈະຫາທີ່ເພີ່ງໃດບໍ່ມີ ແມ້ພຣະອົງບໍ່ຊ່ວຍຄົງມ້ວຍມົນ ຊົງນອນຫຼັບບໍ່ໃຍດີ ທ້ອງທະເລກືກກ້ອງຫວັ່ນໄຫວທຸກນາທີ ຄາວນີ້ຊີວັນຄົງສິ້ນໄປ *ref ພາຍຸ ແລະ ຄື້ນໃນທະເລຈະຟັງເຮົາ ນິ່ງສະຫງົບ ແມ້ຄື້ນ ແລະ ພາຍຸຈະຮ້າຍມືດມົວ ຫຼື ມານຮ້າຍໂຕໃດໃຜທີ່ໃດກໍຕາມທີ່ ມະຫາສະມຸດ ຫຼື ຈະຊຸດນາວານີ້ ເມື່ອເຈົ້າແຫ່ງແມ່ນ້ຳຟ້າດີນບັນທົມຢູ່ ທຸກສິ່ງຈະຍອມເຊື່ອຟັງດັ່ງຄຳເຮົາ ນິ່ງສະຫງົບ ນິ່ງສະຫງົບ ທຸກສິ່ງຈະຍອມເຊື່ອຟັງດັງຄຳເຮົາ ນິ່ງນິ່ງສະຫງົບ *2 ພຣະອົງເຈົ້າຂ້າຂ້າອິດເມື່ອຍໃຈ ຈິ່ງຂໍນ້ອມກາບໄຫ້ວພຣະອົງ ອັນຄວາມທຸກໂສກເສົ້າຂ້າບໍ່ປະສົງ ຂໍຊົງໂປດຊ່ວຍດ້ວຍພຣະຄຸນ ກະແສແຫ່ງຄວາມບາບໄຫຼບ່າມາ ທັບຖົມຂ້າເກືອບວາຍຊີບ ແມ້ພຣະອົງບໍ່ຊ່ອຍຂ້າຄົງມ້ວຍໄປນານ ພຣະໂປດສົງສານຊ່ວຍຂ້າທີ *3 ຄວາມທຸກຄວາມກວ່ານັ້ນແທບສູນສິ້ນ ທົ່ວທັງແຜ່ນດິນມີສຸກສັນ ທະເລຮ້າຍກໍລາບລຽບສະຫງົບໄວ ໃນໃຈນັ້ນສຸກສັນມາກມີ ໂອ້ພຣະຂໍໂປດຢູ່ກັບຂ້າດ້ວຍ ໂປດຊ່ວຍຂ້າຢ່າໄດ້ຫນ່າຍ ຫນີແມ້ພຣະຊົງນຳຂ້າຈະເຖີງຝັ່ງດ້ວຍ ດີໄດ້ພັກພິງຢູ່ທີ່ປອດ === code 75 title ເຮົາໄດ້ນຍິນຂ່າວປະເສີດ title_original Jesus Saves authors_lyric Priscilla J. Owens (1829-1899) authors_music William J. Kirkpatrick, 1882 (1838-1921) *1 ເຮົາໄດ້ຍິນຂ່າວປະເສີດວ່າ ພຣະເຢຊູໂຜດໃຫ້ພົ້ນ ເຮົາຈິ່ງປ່າວປະກາດທຸກແຫ່ງ ພຣະເຢຊູໂຜດໃຫ້ພົ້ນ ເຮົາຈິ່ງໄປບອກທຸກປະເທດ ຂຶ້ນພູເຂົາຂ້າມນໍ້າທັງຫຼາຍ ເຮົາຮັບໃຊ້ພຣະເຢຊູເຈົ້າ ພຣະອົງຊົງໂຜດໃຫ້ພົ້ນ *2 ຮ້ອງຂ່າວນີ້ໃຫ້ທຸກຄົນຟັງ ພຣະເຢຊູໂຜດໃຫ້ພົ້ນ ບອກຄົນບາບທັງໃກ້ທັງໄກ ພຣະເຢຊູໂຜດໃຫ້ພົ້ນ ຄົນທີ່ເຊື່ອຈົ່ງຮ້ອງຂ່າວນີ້ ຢ່າອິດອ່ອນຈົ່ງຮ້ອງເພງດີ ແຜ່ນດິນຕ້ອງມີຄວາມຍິນດີ ພຣະອົງຊົງໂຜດໃຫ້ພົ້ນ *3 ໂດຍຄຶງໄວ້ທີ່ໄມ້ກາງແຂນ ພຣະເຢຊູໂຜດໃຫ້ພົ້ນ ດ້ວຍອຳນາດຄືນມາຈາກຕາຍ ພຣະເຢຊູໂຜດໃຫ້ພົ້ນ ຈົ່ງອອກສຽງຄ່ອຍຄ່ອຍອ່ອນຫວານ ໃຫ້ຖືກໃຈຜູ້ຮູ້ທຸກໂສກ ເລົ້າໂລມໃຈຜູ້ທີ່ຮ້ອງໄຫ້ ພຣະອົງຊົງໂຜດໃຫ້ພົ້ນ *4 ໃຫ້ຂ່າວນີ້ຊ່າລືທົ່ວທີບ ພຣະເຢຊູໂຜດໃຫ້ພົ້ນ ຄົນທັງປວງຈົ່ງຊື່ນຍິນດີ ພຣະເຢຊູໂຜດໃຫ້ພົ້ນ ການຊົງໂຜດໃຫ້ທ່ານພົ້ນນັ້ນ ຊົງປະທານໃຫ້ສຳເລັດແລ້ວ ເຮົາຈິ່ງຮ້ອງຄວາມຊະນະນີ້ ພຣະອົງຊົງໂຜດໃຫ້ພົ້ນ === code 76 title ໂປດຢ່າໄດ້ລືມຂ້າ title_original Pass Me Not, O Gentle Saviour authors_lyric Fanny J. Crosby (1823-1915) authors_music William H. Doane, 1870 *1 ຂໍຜູ້ໂຜດປະເສີດຢ່າລືມຂ້າ ໂຜດຟັງສຽງອ້ອນວອນ ເມື່ອຊົງພຣະເມດຕາຕໍ່ຜູ້ອື່ນ ໂຜດຢ່າໄດ້ລື່ມຂ້າ *ref ຜູ້ຊົງໂຜດໃຫ້ພົ້ນ ຂໍຊົງໂຜດຟັງຂ້າ ເມື່ອຊົງພຣະເມດຕາຕໍ່ຜູ້ອື່ນ ໂຜດຢ່າໄດ້ລືມຂ້າ *2 ຂໍພຣະອົງຊົງໂຜດພຣະເມດຕາ ຂ້າຂາບໄຫວ້ວັນທາ ໃຈບວບຊ້ຳເພາະມີບາບໜັກໜາ ຂໍໂຜດໃຈສັດທາ *3 ຂ້າອາໄສພຣະຄຸນ ແລະ ອຳນາດ ໂຜດຮັກສາຂ້າໄວ້ ດວງຈິດໃຈອິດອ່ອນເພາະເຮັດບາບ ຂໍຊົງໂຜດຊ່ອຍຂ້າ *4 ຊົງເປັນຕົ້ນເຫດການເລົ້າໂລມໃຈ ໃນຊີວິດຂອງຂ້າ ໃນໂລກນີ້ ຫຼື ຢູ່ທີ່ເມືອງຟ້າ ບໍ່ມີໃຜທຽບໄດ້ === code 77 title ຄັນເຮົາຕາມພຣະອົງໄປ title_original Trust and Obey authors_lyric J. H. Sammis (1846-1919) authors_music Daniel B. Towner (1850-1919) *1 ຄັນເຮົາຕາມພຣະອົງໄປ ໂດຍສະຫວ່າງໃນຈິດໃຈ ພຣະອົງໂຜດສະຖິດຢູ່ນຳທຸກຍາມ ຖ້າເຮົາຕິດຕາມຄຳພີ ພຣະອົງໂຜດຣັດສະມີ ແກ່ທຸກຄົນທີ່ໄດ້ເຊື່ອ ແລະ ຟັງຄວາມ *ref ເຊື່ອ ແລະ ຟັງຄວາມ ບໍ່ມີທາງອື່ນຄວນຕາມ ພຣະເຢຊູໂຜດໃຫ້ຄວາມສຸກ ແດ່ຜູ້ເຊື່ອ ແລະ ຟັງຄວາມ *2 ບໍ່ມີທຸກເກີດຂຶ້ນໄດ້ ບໍ່ມີມືດໃນຈິດໃຈ ຊຶ່ງມີມາໂດຍນອກພຣະດຳລັດສັ່ງ ເຮົາບໍ່ຢ້ານ ຫຼື ສົງໃສ ເຮົາບໍ່ໂສກເສົ້າຮ້ອງໄຫ້ ແຕ່ເຮົາຍິນດີເພາະດ້ວຍການເຊື່ອຟັງ *3 ຖ້າເຮົາມີຄວາມລຳບາກ ຫຼື ວ່າມີຄວາມທຸກຍາກ ພຣະເຢຊູຊົງໂຜດໃຫ້ພົ້ນມານຮ້າຍ ຖ້າມີຄວາມທຸກເຫຼືອຫຼາຍ ເຮົາບໍ່ເສົ້າສະລົດໃຈ ແຕ່ມີພອນຄັນເຮົາເຊື່ອ ແລະ ຟັງຄວາມ *4 ເຮົາຈະຮູ້ຄັກບໍ່ໄດ້ ເຖິງຄວາມຮັກພຣະຜູ້ໄຖ່ ຈົນຖວາຍທຸກສິ່ງແກ່ຜູ້ຊອບທຳ ຄວາມຮັກທີ່ປະກົດແຈ້ງ ກັບຄວາມສຸກໄດ້ຊົງແບ່ງ ໃຫ້ລູກສິດທີ່ໄດ້ເຊື່ອ ແລະ ຟັງຄວາມ *5 ດ້ວຍຄວາມຮ່ວມໃຈໄດ້ຢູ່ ໃກ້ພຣະບາດພຣະເຢຊູ ຫຼື ຈະເດີນທາງກັບພຣະຜູ້ໂຜດນຳ ໄດ້ຮັບໄປຕາມຊົງໃຊ້ ຍິນດີເຮັດຕາມພຣະໄທ ບໍ່ຕ້ອງຢ້ານມີແຕ່ເຊື່ອ ແລະ ຟັງຄວາມ === code 78 title ໂກລະໂກທາ title_original Golgotha *1 ຂ້າໄດ້ເຂົ້າໄປເຖິງທີ່ໂກລະໂກທາ ໂດຍໄດ້ແບກເອົາຄວາມຜິດບາບຂອງຂ້າ ທີ່ນັ້ນຂ້າສຳນຶກວ່າໂລກນີ້ຫມົດຫວັງ ຈົນໄດ້ພົບທາງແຫ່ງໂກລະໂກທາ *2 ທີ່ໂກລະໂກທາຂ້າຍິນສຽງອ້ອນວອນ ໄດ້ເຫັນພຣະພັກເຕັມດ້ວຍຄວາມເມດຕາ ທີ່ນັ້ນເປັນທີ່ພົ້ນໄພໃຫ້ແກ່ຄົນບາບ ຂ້າຈິງເຂົ້າໄປດ້ວຍນໍ້າຕານອງໜ້າ *3 ທີ່ນັ້ນຂ້າໄດ້ພົບຄວາມຮັກຂອງພຣະອົງ ຮັບທຸກທໍລະມານເຕັມດ້ວຍບາດແຜ ລຳລານແຫ່ງຄວາມກະລຸນາຊຳລະຂ້າ ພາລະຫນັກບາບຜິດກໍຫຼຸດສິ້ນໄປ *4 ແນ່ນອນພຣະອົງຮັບຄວາມເຈັບປວດແທນຂ້າ ເຈົ້າງູຮ້າຍກໍຫມົດອຳນາດຂອງມັນ ຄວາມສັນຕິສຸກຫຼັ່ງໄຫຼເຂົ້າໃນໃຈຂ້າ ຂ້າຈິ່ງສັນລະເສີນພຣະເຈົ້າເປັນນິດ === code 79 title ຂ້ານ້ອຍປະຫຼາດໃຈ title_original When I Survey the Wondrous Cross authors_lyric Isaac Watts, 1707 (1674-1748) authors_music Lowell Mason, 1824 (1792-1872) *1 ຂ້ານ້ອຍປະຫຼາດໃຈເມື່ອເບິ່ງໄມ້ກາງແຂນ ບ່ອນທີ່ພຣະເຢຊູຊົງສະລະພຣະຊົນ ຊັບສິນໃນໂລກຂ້ານ້ອຍບໍ່ໄດ້ເສຍດາຍ ເມື່ອທຽບກາງແຂນອັນປະເສີດເຫຼືອລົ້ນ *2 ໂຜດຢ່າໃຫ້ຂ້ານ້ອຍຄິດອວດອ້າງໃນໂລກ ຂໍຄິດຮອດເຖິງແຕ່ຄວາມຕາຍຂອງພຣະຄຣິດ ສິ່ງອະນິຈັງທີ່ຂ້ານ້ອຍຊອບທີ່ສຸດ ຂໍມອບໄວ້ເພາະເຫັນແກ່ພຣະໂລຫິດ *3 ເບິ່ງດູຈາກພຣະສຽນພຣະຫັດ ແລະ ພຣະບາດ ຄວາມທຸກ ແລະ ຄວາມຮັກຈິ່ງໄດ້ໄຫຼລົງມາ ໃຜແດ່ທົນທຸກ ຫຼື ສະແດງຍັງຄວາມຮັກ ແລະ ສວມໜາມແທນມົງກຸດອັນໂສພາ *4 ເຖິງແມ່ນຈະເອົາຊັບສົມບັດໝົດໃນໂລກ ຍັງບໍ່ພຽງພໍທີ່ຈະຍົກມາຖະຫວາຍ ເພາະຄວາມຮັກຂອງພຣະອົງຍິ່ງໃຫຍ່ປະຫຼາດ ສົມຄວນຕ້ອງມອບກາຍຖະຫວາຍຈິດໃຈ === code 80 title ເພື່ອນຄົນບາບ title_original Jesus! What a Friend for Sinners authors_lyric Rowland Hugh Pritchard, 1855 authors_music J. Wilbur Chapman, 1910 (1859-1918) *1 ເພື່ອຄົນບາບຄືອົງພຣະເຢຊູ ຜູ້ຄຸ້ມຄອງ ແລະ ຊົງຮັກສາ ແມ່ນເພື່ອນບ້ານເບື່ອໜ່າຍສັດຕູຊັງ ແຕ່ພຣະອົງຍັງຊົງຮັກຂ້າ *ref ອາເລລູຢາພຣະຜູ້ໂຜດເຮົາ ພຣະເຢຊູຜູ້ເປັນສະຫາຍ ຊົງໂຜດໃຫ້ພົ້ນອັນຕະລາຍ ຊົງຢູ່ນຳຈົນວັນສຸດທ້າຍ *2 ຊົງໂຜດຊູກຳລັງຄົນອ່ອນແອ ຂ້າຂໍຢູ່ໃນອ້ອມພຣະຊວງ ຊົງເປັນຫ່ວງເມື່ອມານມາລໍ້ລວງ ຊົງຍຶດໝັ້ນຈົນຂ້າມີໄຊ *3 ຊົງເລົ້າໂລມເມື່ອເຮົາໃຈໂສກເສົ້າ ເມື່ອມີທຸກນ້ຳຕາຫຼັ່ງໄຫຼ ໃຈຂອງເຮົາແທບແຍກສະລາຍໄປ ແຕ່ພຣະເຢຊູຊົງຢູ່ໃກ້ *4 ຊົງພິທັກຮັກສາ ແລະ ນຳຂ້າ ເມື່ອຕໍ່ສູ້ໂຜດໃຫ້ໃຈກ້າ ເມື່ອເກີດທຸກໄຮ້ສຸກໃຈມືດມົວ ຂ້າຮູ້ແນ່ພຣະເຈົ້າຢູ່ນຳ === code 81 title ພຣະເຈົ້າຜູ້ຊົງລ້ຽງແກະ title_original Beneath the Cross of Jesus authors_lyric Elizabeth C. Clephane, 1872 (1830-1869) authors_music Frederick C. Maker, 1881 (1844-1927) *1 ຂ້ານ້ອຍເຕັມໃຈອາໃສຢູ່ ຮົ່ມໄມ້ກາງແຂນພຣະອົງ ເປັນທີ່ເຢັນໃຈຄືໃຕ້ຜາພູ ພົ້ນແສງຕາເວັນສ່ອງລົງ ພົ້ນແດດຮ້ອນຮ້າຍຂອງເວລາບ່າຍ ທີ່ນັ້ນປຽບດັ່ງສາລາ ປຽບດັ່ງທີ່ພັກກາງປ່າດິນຊາຍ ຝູງຄົນເດີນທາງມາຫາ *2 ທີ່ໄມ້ກາງແຂນພຣະເຢຊູ ລາງເທື່ອຂ້ານ້ອຍແຫງນຕາ ຄືເຫັນພຣະເຢຊູຊົງແຂວນຢູ່ ຂ້ານ້ອຍງຽບເຫງົາໜັກໜາ ຈິດໃຈບອກຊ້ຳນ້ຳຕາໄຫລລິນ ດ້ວຍງຶດປະຫລາດເຕັມໃຈ ເພາະໂຜດຂ້ານ້ອຍຜູ້ບໍ່ປະໂຫຍດ ຄວາມຮັກເລີດລ້ຳຍິ່ງໃຫຍ່ *3 ໂອ້ໄມ້ກາງແຂນພຣະເຢຊູ ຂໍເປັນທີ່ເພິ່ງບໍ່ລາ ຂໍໂຜດແສງແຈ້ງອັນໝັ້ນຄົງຢູ່ ແຈ້ງອື່ນບໍ່ປະສົງຫາ ຄວາມສຸກຂອງໂລກຈິ່ງບໍ່ເສຍດາຍ ສຸກນັ້ນບໍ່ກຸ້ມບໍ່ໝັ້ນ ອວດບາບບໍ່ໄດ້ເປັນໜ້າລະອາຍ ອວດໄມ້ກາງແຂນເທົ່ານັ້ນ === code 82 title ພຣະຄຣິດເປັນເຈົ້າຊີວິດ title_original Lead Me to Calvary authors_lyric Jennie E. Hussey, 1921 (1874-1958) authors_music William J. Kirkpatrick, 1921 (1838-1921) *1 ພຣະຄຣິດເປັນເຈົ້າຊີວິດຂອງຂ້າ ຊົງເປັນສະຫງ່າລາສີ ຢ່າໃຫ້ຂ້າລື່ມເລື່ອງມົງກຸດໜາມ ໂຜດນຳເຖິງໄມ້ກາງແຂນ *ref ຢ່າໃຫ້ຂ້າລືມເຄັດເຊມາເນ ຢ່າໃຫ້ຂ້າລືມຄວາມທໍລະມານ ຢ່າໃຫ້ຂ້າລືມຄວາມຮັກອ່ອນຫວານ ໂຜດນຳໄປເຖິງກາງແຂນ *2 ໃຫ້ເຫັນອຸໂມງຂອງພຣະອົງເຈົ້າ ບ່ອນພວກຜູ້ຍິງໂສກເສົ້າ ບ່ອນເທວະດາພິທັກຮັກສາ ເມື່ອເອົາພຣະສົບປົງໄວ້ *3 ເໝືອນມາຣິອາຊາວມັກດາຣາ ທີ່ເອົາເຄື່ອງຫອມບູຊາ ຂໍໃຫ້ຂ້າເຫັນອຸໂມງຫວ່າງເປົ່າ ໂຜດນຳໄປເຖິງກາງແຂນ *4 ໃຫ້ຂ້າເຕັມໃຈແບກໄມ້ກາງແຂນ ຕິດຕາມພຣະອົງທຸກວັນ ໃຫ້ຂ້າຮວ່ມທຸກກັບພຣະເຢຊູ ພຣະອົງທົນທຸກແທນຂ້າ === code 83 title ພຣະເຢຊູຂ້ານ້ອຍຮັກ title_original My Jesus I Love Thee authors_lyric William Ralf Featherston (1846-1873) authors_music Adoniram J. Gordon (1836-1895) *1 ພຣະເຢຊູຂ້ານ້ອຍຮັກພຣະຜູ້ຊົງໂຜດໃຫ້ພົ້ນ ບາບເປັນການໂງ່ຂ້ານ້ອຍຈິ່ງປະແລ້ວຕັ້ງໃຈດີ ພຣະອົງຊົງໂຜດໄຖ່ຂ້ານ້ອຍເມື່ອຜິດບາບອັນເຫຼືອລົ້ນ *ref ຂ້ານ້ອຍຮັກພຣະອົງທຸກຍາມແຕ່ແຮງຮັກຫຼາຍດຽວນີ້ *2 ຂ້ານ້ອຍຮັກພຣະອົງເພາະພຣະອົງໄດ້ຊົງຮັກກ່ອນ ພຣະອົງຊົງຕາຍທີ່ຫຼັກໄມ້ພຣະໄທຊົງປານີ ກະໂຈມແລ້ວດ້ວຍໜາມພຣະອົງຮັບດ້ວຍຖ່ອມພຣະໄທລົງ *3 ຈັກຮັກພຣະອົງຊົ່ວອາຍຸຊໍ້າຈະຮັກເທົ່າຕາຍ ຍ້ອງຍໍພຣະອົງຕະຫຼອດໄປໂຫ່ຮ້ອງໃຈຍິນດີ ຈົນວ່າເຖິງເວລາເຫື່ອອອກຜາກຈິ່ງຮູ້ວ່າໃກ້ຕາຍ *4 ຈັກຍ້ອງຍໍພຣະນາມພຣະອົງຕະລອດໄປບໍ່ຢັ້ງ ເມື່ອເຖິງເມືອງສະຫວັນຟ້າຫຼຽວເຫັນພຣະລັດສະໝີ ເມື່ອໃສ່ເຄື່ອງຂາວອັນງົດງາມນ້ອຍຈະຮ້ອງເພງສຽງດັງ === code 84 title ພັກພິງໃນພຣະເຈົ້າ title_original Lean on God authors_lyric Winida Dtripunpon *1 ເມື່ອທະເລຕ້ອງພົບມໍລະສຸມແປປ່ວນ ຊີວິດຄົນເຮົາກໍເປັນເຊັ່ນນັ້ນ ຍາມທຸກຈຽນຕາຍດຸດດັ່ງຖືກຄື້ນຊັດສາດ ຂາດທີ່ກຳບັງໄຮ້ທີ່ພັກພິງ *2 ແຕ່ຢ່າລືມວ່າພຣະອົງເຝົ້າເບີ່ງເຮົາຢູ່ ພ້ອມທີ່ຈະຊູໃຈທີ່ອ່ອນແຮງ ຢ່າຫັນໄປທີ່ພຣະພັກທີ່ແສນເມດຕາ ມອບຊີວິດໃຫ້ພຣະອົງນຳພາ *ref ພັກພິງໃນພຣະເຈົ້າ ພັກພິງໃນພຣະອົງ ພຣະຊົງເປັນສິລາຫມັ້ນຄົງ ພຣະອົງເປັນພຣະເຈົ້າ ພະລັງຄວາມລອດບາບ ຊົງເປັນໂລ່ເປັນກຳບັງທີ່ເຂັ້ມແຂງ ຕໍ່ໄປນີ້ ຂ້າຈະບໍ່ຕໍ່ ສູ້ພຽງລຳພັງ ເພາະພຣະອົງຜູ້ຊົງມີໄຊ ເຫນືອຄວາມຕາຍຄວາມບາບ ຊົງເດີນໄປຄຽງຂ້າງຂ້າ === code 85 title ເດີນໄປກັບພຣະຄຣິດສ title_original Walking with Jesus *1 ເດີນໄປກັບພຣະຄຣິດ ເດີນໄປທຸກທຸກວັນ ເດີນໄປສູ່ສະຫວັນ ເດີນໄປກັບພຣະຄຣິດ ເດີນໄປກັບພຣະແຕ່ຜູ້ດຽວ *ref ເດີນໄປໃນຄວາມສຳລານ ເດີນໄປໃນຄວາມລຳບາກ ເດີນໄປກັບພຣະຄຣິດ ເດີນໄປສູ່ສະຫວັນ ເດີນໄປກັບພຣະຄຣິດ ເດີນໄປກັບພຣະແຕ່ຜູ້ດຽວ === code 86 title ພຣະເຢຊູຊົງເປັນປັນຍາ title_original Close to Thee authors_lyric Fanny J. Crosby, 1874 (1820-1915) authors_music S. J. Vail (1874) *1 ພຣະເຢຊູຊົງເປັນປັນຍາເຮົາ ຊົງສ່ອງແຈ້ງຫົນທາງຂອງເຮົາ ຖ້າແມ່ນອ່ອນແຮງເຮົາເດີນທາງໄປ ມີພຣະຫັດຊົງນຳພາໄປ ຊົງສ່ອງແຈ້ງຫົນທາງຂອງເຮົາ ຊົງສອ່ງແຈ້ງຫົນທາງຂອງເຮົາ ຖ້າແມ່ນອ່ອນແຮງເຮົາເດີນທາງໄປ ມີພຣະຫັດຊົງນຳພາໄປ *2 ພຣະອົງເປັນຄວາມຊອບທຳຂອງເຮົາ ໂລຫິດພຣະອົງໄຫຼເພື່ອເຮົາ ດ້ວຍບູຊານັ້ນຊົງປະທານໃຫ້ ມີຄວາມສຸກສຳລານໃນໃຈ ໂລຫິດພຣະອົງໄຫຼເພື່ອເຮົາ ໂລຫິດພຣະອົງໄຫຼເພື່ອເຮົາ ດ້ວຍບູຊານັ້ນຊົງປະທານໃຫ້ ມີຄວາມສຸກສຳຮານໃນໃຈ *3 ພຣະເຢຊູຊຳຣະໃຫ້ເສາະໃສ ພຣະອົງຊົງສະຖິດໃນໃຈ ຍັງປະທານຊີວິດອີ່ມສົມບູນ ແພ້ອຳນາດບາບໂຜດໃຫ້ພົ້ນ ພຣະອົງຊົງສະຖິດໃນໃຈ ພຣະອົງຊົງສະຖິດໃນໃຈ ຍັງປະທານຊີວິດອັນສົມບູນ ແພ້ອຳນາດບາບໂຜດໃຫ້ພົ້ນ *4 ພຣະເຢຊູໄຖ່ໂທດຂອງພວກເຮົາ ດ້ວຍລາຄາອັນແພງປະເສີດ ໃນເມືອງຟ້າຊົງຈັດແຈງບ່ອນຢູ່ ໃຫ້ເຮົາກັບພຣະອົງຢູ່ຫັ້ນ ດ້ວຍລາຄາອັນແພງປະເສີດ ດ້ວຍລາຄາອັນແພງປະເສີດ ໃນເມືອງຟ້າຊົງຈັດແຈງບ່ອນຢູ່ ໃຫ້ເຮົາກັບພຣະອົງຢູ່ຫັ້ນ === code 87 title ຢູ່ໃນໃນຂ້ານ້ອຍ title_original He Keeps Me Singing authors_lyric Luther B. Bridgers, 1910 *1 ຢູ່ໃນໃຈຂ້ານ້ອຍມີສຽງຮ້ອງເພງ ພຣະເຢຊູຊົງໂຜດຄວາມອ່ອນຫວານໃຫ້ ຢ່າສູ່ຢ້ານເຮົາຍັງສະຖິດຢູ່ນຳ ໃນການຢູ່ກິນການເຮັດໄປ *ref ພຣະເຢຊູພຣະເຢຊູ ນາມປະເສີດກວ່າເພິ່ນ ໂຜດສົມປາດຖານາຫາ ຈິ່ງຮ້ອງເພງໃນທາງທີ່ເດີນ *2 ໃຈຂ້ານ້ອຍໄດ້ເພຍ້ອນຕິດບາບໃຫຍ່ ບໍ່ມີຄວາມສະຫວ່າງໃນຈິດໃຈເລີຍ ພຣະເຢຊູຊົງໂຜດແປງໃຈເພນັ້ນ ດ້ວຍລິດທິເດດຢ່າງບໍ່ເຄິຍ *3 ແມ່ນວ່າທາງພຣະອົງຊົງນຳໄປນັ້ນ ມີຄວາມທຸກລຳບາກຈົນນໍ້າຕາໄຫຼ ແມ່ນວ່າຖືກການທົດລອງລໍ້ລວງໃຈ ຍັງເຫັນຮອຍພຣະບາດທົ່ວໄປ *4 ຍັງບໍ່ເຫິງພຣະອົງສະເດັດມາອີກ ແຕ່ບໍ່ໄດ້ຊົງບອກຍາມ ຫຼື ບອກໂມງ ພຣະເຢຊູຈະໂຜດໃຫ້ໄປສະຫວັນ ຢູ່ຫັ້ນຄອບຄອງນຳພຣະອົງ === code 88 title ພຣະເຢຊູຄືຮາກໝັ້ນ title_original The Church Has One Foundation authors_lyric Samuel J. Stone, 1866 authors_music Samuel S. Wesley, 1864 *1 ພຣະເຢຊູຄຣິດຄືຮາກໝັ້ນ ໃຫ້ຄຣິສຕະຈັກຕັ້ງຂຶ້ນ ພຣະອົງຊົງສ້າງພວກໃໝ່ນີ້ ດ້ວຍພຣະຄຳພີເປັນເຄົ້າ ພຣະອົງຊົງມາແຕ່ຟ້າຫາ ພວກຫນຶ່ງໃຫ້ເປັນເຈົ້າສາວ ຊົງສິ້ນພຣະຊົນເປັນການໄຖ່ ພວກນັ້ນເປັນຂອງເຈົ້າບ່າວ *2 ພຣະອົງຊົງເລືອກພວກນັ້ນໄວ້ ຊຸມດຽວແຕ່ທຸກພາສາ ເຊື່ອຖືເຈົ້ານາຍແຕ່ອົງດຽວ ຄືບຸດຂອງພຣະບິດາ ອອກປາກຍ້ອງຍໍພຣະນາມດຽວ ຮັບສິນທີ່ລ້ຽງຊີວິດ ຄອງຫາພຣະເຢຊູເຈົ້າຢູ່ ຂໍສະເດັດມາດ້ວຍລິດ *3 ເມື່ອທ່ຽວທາງຍາກລຳບາກໃຈ ໃນຍາມຕໍ່ສູ້ຊາຕານ ອົດທົນຄອຍຖ້າວັນຢຸດການ ພົ້ນທຸກເຖິງສຸກສຳລານ ລາງເທື່ອຕາເຫັນນິມິດຝັນ ສະຫວັນໄດ້ໄຂປະຕູ ຮັບຄົນທີ່ແພ້ໃນການເສິກ ໃຫ້ຢູ່ກັບພຣະເຢຊູ *4 ໂອ້ພຣະອົງເຈົ້າຢາໂຮວາ ຂ້ານ້ອຍຮ້ອງສັນລະເສີນ ຍ້ອງຍໍສານຕົນແຕ່ອົງດຽວ ຊົງຍົດອັນເຫຼືອປະມານ ຂໍພຣະອົງຊົງໂຜດແນະນຳ ລູກສິດທຸກຄົນດ້ວຍດີ ໃຫ້ຍອມ ແລະ ເຊື່ອຟັງພຣະອົງ ນຳເຖິງພຣະລັດສະໝີ === code 89 title ຜູ້ເຊື່ອພຣະເຢຊູຈະໝັ້ນຄົງບໍ່ເຊື່ອມຄາຍ title_original How Firm a Foundation authors_lyric George Keith, 1787 authors_music Anon., Funk's "Genuine Church Music," 1832 *1 ຜູ້ເຊື່ອພຣະເຢຊູຈະໝັ້ນຄົງບໍ່ເສື່ອມຄາຍ ຖືຄຳພຣະປະທານເປັນຮາກຖານຂອງເຮົາໄວ້ ບໍ່ມີຂໍ້ຄວາມໃດຊົງໜ່ວງໄວ້ບໍ່ສອນເຮົາ ເມື່ອເຮົາໜີຈາກໄຟໄດ້ອາໃສພຣະຂອງເຮົາ ເມື່ອເຮົາໜີຈາກໄຟໄດ້ອາໃສພຣະຂອງເຮົາ *2 ເມື່ອບອກໃຫ້ເຮົາຂ້າມແມ່ນ້ຳເລິກແຫ່ງຫົນໃດ ສາຍນໍ້າແຫ່ງຄວາມເສົ້າບໍ່ຖ້ວມຖ້າພຣະໃຊ້ ເພາະທາງທຸກ ແລະ ໄຟພຣະຈະໄປ ແລະ ຢູ່ດ້ວຍ ເມື່ອຂ້າມແມ່ນໍ້າຮ້າຍຈະຢູ່ໃກ້ ແລະ ຄອຍຊ່ອຍ ເມື່ອຂ້າມແມ່ນໍ້າຮ້າຍຈະຢູ່ໃກ້ ແລະ ຄອຍຊ່ອຍ *3 ໃນທາງທີ່ໃຊ້ໄປຖ້າມີໄຟຮ້ອນເຫຼືອທົນ ພຣະຄຸນ ແລະ ເມດຕາມີລິດທາຫຼາຍເຫຼືອລົ້ນ ຈະພົ້ນຈາກໄຟນັ້ນພຣະບັນດານໃຫ້ໄຟມີ ລອງໃຈທ່ານຖ້າເຊື່ອໝັ້ນຕໍ່ຜູ້ຊ່ອຍຊີວິດ ລອງໃຈທ່ານຖ້າເຊື່ອໝັ້ນຕໍ່ຜູ້ຊ່ອຍຊີວິດ *4 ວິນຍານທີ່ມາພັກພິ່ງນິ່ງຂ້າງພຣະເຢຊູ ພຣະຄົງບໍ່ທອດຖິ້ມບໍ່ທອດຖິ້ມໃຫ້ສັດຕູ ເຖິງແມ່ນວ່ານາລົກໃຜຈະໄດ້ວິນຍານນັ້ນ ພຣະບໍ່ຖິ້ມ ພຣະບໍ່ຖິ້ມ ພຣະບໍ່ຖີ້ມແນ່ນອນ ພຣະບໍ່ຖິ້ມ ພຣະບໍ່ຖິ້ມ ພຣະບໍ່ຖິ້ມແນ່ນອນ === code 90 title ຈົ່ງຊ່ອຍຜູ້ທີ່ເສຍໄປ title_original Rescue the Perishing authors_lyric Fanny J. Crosby, 1869 (1820-1915) authors_music W. H. Doane, 1869 (1832-1915) *1 ຈົ່ງຊ່ອຍຜູ້ທີ່ເສຍໄປ ຮັກສາຜູ້ຈະຕາຍ ດຶງເຂົາອອກມາ ໃຫ້ລອດພົ້ນຈາກຄວາມບາບ ຈົ່ງເມດຕາຜູ້ຫຼົງທາງ ແລະ ຜູ້ຜິດພາດໄປ ບອກວ່າພຣະເຢຊູ ຊົງໂຜດໃຫ້ພົ້ນໄດ້ *ref ຊ່ອຍໃຫ້ພົ້ນອັນຕະລາຍ ຊ່ອຍຜູ້ທີ່ໃກ້ຕາຍ ພຣະເຢຊູຊົງເມດຕາ ຊົງກະລຸນາ *2 ເຖິງແມ່ນວ່າເຂົາດູໝິ່ນ ແຕ່ຊົງອົດທົນໄດ້ ຊົງຄອຍຄົນບາບ ໃຫ້ສຳນຶກຜິດກັບໃຈ ຈົ່ງຮ້ອນໃຈຊັກຊວນເຂົາ ສັ່ງສອນດ້ວຍເມດຕາ ຜູ້ໃດຍອມເຊື່ອ ພຣະອົງຊົງຍົກໂທດໃຫ້ *3 ຖ້າວ່າມານມາລົບກວນ ຊັກຊວນໃຫ້ຫຼົງໄຫຼ ຄົນບາບພົ້ນໄດ້ ເພາະພຣະເຈົ້າກະລຸນາ ເອົາໃຈເຂົາດ້ວຍຄວາມຮັກ ຊັກນຳໃຫ້ກັບໃຈ ຈິດໃຈບວມຊໍ້າ ຕ້ອງການຜູ້ຊ່ອຍເມດຕາ *4 ຈົ່ງຊ່ອຍຜູ້ທີ່ເສຍໄປ ດ້ວຍໃຈອັນຮ້ອນຮົນ ເວລາເຂົ້າການ ພຣະອົງຊົງຊູກຳລັງ ຈົ່ງຊ່ອຍເຂົາດ້ວຍພາກພຽນ ໃຫ້ຄືນຫາທາງດີ ບອກວ່າມີຜູ້ໂຜດ ໃຫ້ພົ້ນຈາກການຫຼົງ === code 91 title ຈະໄດ້ຮັບພຣະພອນດັ່ງສາຍຝົນ title_original There Shall Be Showers of Blessing authors_lyric James McGranahan (1840-1915) authors_music Daniel W. Whittle, 1883 (1840-1901) *1 ຈະໄດ້ພຣະພອນດັງສາຍຝົນແທ້ ຕາມຄຳພຣະເຈົ້າປະຕິຍານ ຄົງໄດ້ຄວາມຊື່ນໃຈອັນເລີດແທ້ ເຊິ່ງພຣະບິດາເຈົ້າປະທານ *ref ໂອ້ພອນຈາກເບື້ອງບົນ ດັ່ງສາຍຝົນຂໍຊົງຫຼັ່ງລົງ ໄດ້ຮັບແດ່ແລ້ວຍັງບໍ່ເຕັມລົ້ນ ຂໍເທພຣະພອນໃຫ້ອີກກ່ອນ *2 ຄົງຮັບພຣະພອນເຫມືອນດັ່ງສາຍຝົນ ຈົນວິນຍານຮູ້ສືກຊື່ນບານ ຂໍພຣະຊົງໂປດດົນໃຈຊາດຊົນ ໃຫ້ອຸສາທຳແຕ່ການດີ *3 ຄົງຮັບພຣະພອນເຫມືອນດັ່ງສາຍຝົນ ຂໍໂປດປະທານໃຫ້ດຽວນີ້ ໃຫ້ເຫຼົ່າສິດຮັບຄວາມສຸກທຸກຄົນ ສົມດັ່ງໂອວາດໃນຄຳພີ *4 ຄົງໄດ້ຮັບພອນເຫມືອນດັ່ງສາຍຝົນ ຂໍໂປດປະທານໃຫ້ມື້ນີ້ ສາລະພາບຄວາມຜິດບາບຂອງຕົນ ຂໍພຣະຊົງເມດຕາປານີ === code 92 title ສຸກສັນຕິສຸກ title_original There Comes to My Heart One Sweet Strain authors_lyric P. P. Bilhorn *1 ໃຈຂ້າໄດ້ປະສົບພົບຄວາມສຸກ ຊາບຊຶ້ງດວງໃຈຂ້າຈົນຄາຍທຸກ ຈຶ່ງຮ້ອງເພງໄປມາດ້ວຍມີສຸກ ສຸກນັ້ນປະທານຈາກເບື້ອງບົນ *ref ສຸກ ສຸກ ສັນສຸກ ເປັນສິ່ງປະທານຈາກເບື້ອງບົນ ໂອ້ສຸກປະເສີດສັນຕິສຸກເລີດ ເພາະຮັກຈຶ່ງປະທານສຸກລົ້ນ *2 ທີ່ກາງແຂນເຖິງທຸກປະທານສຸກ ຊົງໄຖ່ບາບຂ້າໃຫ້ພົ້ນຈາກທຸກ ຈາກພື້ນຖານອື່ນໃດສຸກບໍ່ມີ ສັນຕິສຸກນີ້ພຣະປະທານ *3 ເມື່ອພຣະຄຣິດຊົງຮັບພະມົງກຸດ ມີສັນຕິນີ້ຂ້າສຸກທີ່ສຸດ ຈາກພຣະອົງສັນຕິໄດ້ດຳລົງ ສັນຕິປະທານຈາກພຣະອົງ *4 ສັນຕິສຸກມີໄດ້ໃນພຣະຄຣິດສ ຖ້າຂ້າແນບພຣະອົງໄວ້ໃກ້ຊິດ ສິ່ງໃດເປັນບໍ່ມີນອກຈາກສຸກ ເພາະຊົງປະທານສັນຕິສຸກ === code 93 title ເມືອງສະຫວັນ title_original In the Land of Fadeless Day authors_lyric John R. Clements authors_music H. P. Danks (1834-1903) *1 ເມືອງສະຫວັນເມືອງອັດສະຈັນ ມີກາງເວັນຕະຫຼອດການ ເຂດເມືອງນັ້ນກໍອັດສະຈັນ ມີຂະໜາດທໍ່ກັນທຸກດ້ານ *ref ພຣະອົງເຈົ້າຊົງເຊັດນ້ຳຕາ ເຖົ້າຊະລາປ່ວຍຕາຍບໍ່ມີ ໃນສະຫວັນບໍ່ນັບວັນເດືອນປີ ເພາະບໍ່ມີກາງຄືນຕໍ່ໄປ *2 ເມືອງສະຫວັນຮູບຮ່າງສີ່ຫຼ່ຽມ ຖະໜົນປູດ້ວຍທອງຄຳ ມີປະຕູເຮັດດ້ວຍມຸກດາ ແລະ ບໍ່ມີກາງຄືນຕໍ່ໄປ *3 ແມ່ນໍ້າແຫ່ງຊີວິດຫຼັ່ງໄຫຼ ຜ່ານໃຈກາງເມືອງງາມເລີດ ປະຕູມຸກໄຂໄວ້ສະເໝີ ເພາະບໍ່ມີກາງຄືນຕໍ່ໄປ *4 ບໍ່ຕ້ອງການແສງພຣະອາທິດ ແສງສະຫວ່າງມີຢູ່ແລ້ວ ເພາະພຣະຄຣິດສ່ອງລັດສະໝີ ຈິ່ງບໍ່ມີກາງຄືນຕໍ່ໄປ === code 94 title ມີບ່ອນຢູ່ເຮົາກໍຮູ້ title_original In the Sweet By and By authors_lyric S. F. Bennett, 1867 (1836-1898) authors_music J. P. Webster, 1867 (1819-1875) *1 ມີບ່ອນຢູ່ເຮົາກໍ່ຮູ້ເພາະໄດ້ເຊື່ອ ເມືອງອັນມ່ວນເພງປະເສີດເລີດດີເຫຼືອ ພຣະບິດາຊົງຄອງຫາໃຫ້ໝູ່ເຮົາ ຢູ່ຕະລອດກັບພຣະອົງໃນເມືອງຟ້າ *ref ເຮົາຄະນຶງເຖິງສະຫວັນ ສະຖານທີ່ພຣະອົງຊົງຕັ້ງໄວ້ໝັ້ນ ສຸກສຳບາຍໃນທີ່ນັ້ນ ເພາະສະຫວັນເປັນທີ່ມີສຸກຂະເສີມ *2 ພຣະອົງຊົງເຊີນໃຫ້ໝັ່ນເດີນທາງໄປ ເຖິງວິຫານໜ້າສະອອນເກີດສຸກໃຈ ເຮົາຮັກແພງຢາກເຝົ້າຢູ່ທຸກເວລາ ມີໃຈຕິດກັບພຣະຄຣິດເຖິງເມືອງຟ້າ *3 ເມື່ອຕົວເຮົາເຖິງຈະຫຼັບຕາລາໂລກ ຄົງຍິນດີໃຈຈຳເລີນໝົດທຸກໂສກ ໃນສະຫວັນສຸກກະເສີມອີ່ມໃຈດີ ອັນຕະລາຍທຸກຮ້ອນຮ້າຍຄົງບໍ່ມີ *4 ເປັນສະຖານຂອງພຣະອົງອັນເໝາະສົມ ພຣະບິດາກະຣຸນາຄວາມເລົ້າໂລມ ມີພຣະໄທຊົງໂຜດຮັກທຸກເວລາ ພາກັນຍ້ອງຍໍພຣະຜູ້ຊົງເມດຕາ === code 95 title ຈົ່ງຕັ້ງເວລາໄວ້ກ່ອນ title_original Take Time to Be Holy authors_lyric W. D. Longstaff, 1882 (1822-1894) authors_music George C. Stebbins, 1890 (1846-1945) *1 ຈົ່ງຕັ້ງເວລາໄວ້ກ່ອນ ເພື່ອເຝົ້າທຸກໄຫວ້ວອນ ອາໃສພຣະເຢຊູຮັບ ເອົາຄຳສັ່ງຄຳສອນ ແລ້ວເປັນມິດກັບພວກສິດ ຊ່ອຍຜູ້ທີ່ອ່ອນແອ ຮັບໃຊ້ອົງພຣະເຢຊູ ເພື່ອໄດ້ພອນທ່ຽງແທ້ *2 ຈົ່ງຕັ້ງເວລາໄວ້ກ່ອນ ເພື່ອເຝົ້າທູນໄຫວ້ວອນ ໂລກນີ້ກຳລັງວຸ້ນວາຍ ແຕ່ທ່ານຈົ່ງຫາພອນ ຖ້າຫຼຽວເບິ່ງພຣະຄຣິດທ່ານ ກາຍເປັນເໝືອນພຣະອົງ ແລ້ວເຂົາຈະເຫັນພຣະຄຣິດ ໃນທ່ານຢ່າງໝັ້ນຄົງ *3 ຈົ່ງຕັ້ງເວລາໄວ້ກ່ອນ ເພື່ອເຝົ້າທູນໄຫວ້ວອນ ພຣະອົງຊົງເປັນຜູ້ນຳ ຢ່າໃຫ້ທ່ານໄປກ່ອນ ໃນເມື່ອມີຄວາມສຸກທຸກ ຈົ່ງຕິດຕາມຕໍ່ໄປ ເງີຍໜ້າເບິ່ງພຣະເຢຊູ ດ້ວຍຄວາມໄວ້ວາງໃຈ *4 ຈົ່ງຕັ້ງເວລາໄວ້ກ່ອນ ເພື່ອເຝົ້າທູນໄຫວ້ວອນ ຈົ່ງຖະວາຍຮ່າງກາຍ ແລະ ຈິດໃຈຢ່າງແນ່ນອນ ຂໍເຊີນພຣະວິນຍານຊົງ ນຳລິດອຳນາດມາ ແລ້ວດວງໃຈຂອງທ່ານຈະ ມີຄວາມຮັກໜັກໜາ === code 96 title ສຸກສັນລື່ນເລີງຫັນສາ title_original Far Away in the Depths of My Spirit authors_lyric W. D. Cornell; alt. authors_music W. G. Cooper *1 ຍາມຄໍ່າຄືນລາຕີຈິດໃຈຂ້ານີ້ແສນເບີກບານ ຊື່ນຊໍ່າກວ່າສຽງປະສານປານເພງໃດ ດັງພອນສະຫວັນໄຫຼຫຼັ່ງລົ້ນຝັ່ງຫົວໃຈບໍ່ຄາຍ ວິນຍານສຸກກາຍໃຈໃຝ່ສັນຕິສຸກ *ref ສຸກສັນຄື້ນເຄງຫັນ ພຣະບິດາພາສຸກມາໃຫ້ເຖິງທີ່ ອະທິຖານປະທານໄດ້ໂປດປານຢ່າງນີ້ ໃຫ້ຂ້າສຸຂີມີຮັກປັກໃຈ *2 ສົມບັດໃດໃສອື່ນທີ່ຊື່ນກວ່າວິນຍານຫັນສາ ເຫນືອໃຕ້ເພາະແຜ່ນດິນບໍ່ອາດຢັ້ງໄດ້ ຄວນປ້ອງປັດກຳຈັດເສຍໃຫ້ໄກຈາກອັນຕະລາຍ ເມື່ອປິແຫ່ງຄວາມລອດໃກ້ມາທຸກທີ *3 ວິນຍານຈິດທີ່ເມື່ອອ່ອນໄຮ້ພັກຜ່ອນ ແລະ ເສົ້າສ້ອຍ ຊີວິດຈິ່ງມີແຕ່ເຫງົາຫງອຍຮ້ອງໄຫ້ ຈົ່ງຮັບເອົາພຣະຄຣິດກ່ອນທີ່ຊີວິດຈະວາງວາຍ ສັນຕິສຸກປະເສີດຮ້າຍກາຍເປັນດີ === code 97 title ໂອ້ພຣະບິດາຂ້າມັ່ງຄັ່ງ title_original My Father Is Rich in Houses and Lands authors_lyric Hattie E. Buel authors_music Arr. from a melody by John B. Sumner *1 ໂອ້ພຣະບິດາຂ້າມັ່ງຄັ່ງບ້ານແຜ່ນດິນ ຊັບສິນຖິ່ນໂລກາພຣະບິດາຊົງຄອບຄອງ ທັງທັບທິມເພັດພອຍຫອຍມຸກເງິນ ແລະ ທອງ ພຣະຄັງຂອງທ່ານນັ້ນເຕັມດ້ອຍຊັບນັບບໍ່ຖ້ວນ *ref ຂ້າເປັນບຸດພະລາຊາ ເປັນບຸດພະລາຊາ ກັບພຣະຄຣິດເຈົ້າຜູ້ຊ່ວຍ ຂ້າເປັນບຸດພຣະລາຊາ *2 ບຸດຊາຍອົງບິດາເກີດມາໃນໂລກນີ້ ເປັນຜູ້ຊ່ວຍຊີວິດທີ່ຍາກໄຮ້ໃນຫມູ່ຄົນ ເພື່ອຄົນບາບທ່ານວອນຂໍພອນຈາກສະຫວັນ ທ່ານຈະມາໂດຍໄວ ແລະ ໃຫ້ຂ້າມີບ້ານງາມ *3 ເຖິງບ້ານເປັນກະທ່ອມຂ້າຍ່ອມບໍ່ນຳພາ ເທິງສະຫວັນພຣະບິດາຕຽມປາສາດໃຫ້ຂ້າ ເຖິງຂ້າຖືກຂັບໄລ່ຍັງໄດ້ຮ້ອງເພງວ່າ ສັນເສີນພຣະບິດາຂ້າເປັນບຸດພຣະລາຊາ === code 98 title ເຮົາຈະສ້າງເທິງສິລາ title_original We'll Build on the Rock authors_lyric F. E. Belden, 1886 (1858-1945) *1 ເຮົາຈະສ້າງເທິງສິລາແຫ່ງຊີວິດ ຄືພຣະຄຣິດຜູ້ເປັນສິລາໃຫຍ່ ເຖິງພາຍຸປັ່ນປ່ວນຮ້າຍແຮງຢ່າງໃດ ຢູ່ໃນພຣະເຮົາບໍ່ຢ້ານໄຟ *ref ເຮົາສ້າງເທິງສິລາ ເຮົາສ້າງເທິງສິລາ ຈົ່ງສ້າງເທິງສິລາເທີງສິລາໝັ້ນຄົງ ຄືອົງພຣະເຢຊູເຈົ້າ *2 ບາງຄົນກໍສ້າງເທີງຊາຍແຫ່ງຊີວິດ ຄືໃກ້ຊິດໃນສົມບັດໂລກນີ້ ບາງຄົນສ້າງເທີງຄວາມຜິດບາບກໍມີ ອີກທັ້ງໂລກີ ແລະ ຊື່ສຽງ *3 ຈົ່ງສ້າງຢູ່ເທີງສິລາອັນຖາວອນ ໝັ້ນຄົງແນ່ນອນບໍ່ປ່ຽນແປຜັນ ຄວາມຫວັງອັນສຸດປະເສີດເລີດນິຣັນ ຄືຄວາມລອດພຣະທ່ານປະທານ === code 99 title ແສນຊື່ນໃຈທີ່ເຊື່ອພຣະເຢຊູ title_original 'Tis So Sweet to Trust in Jesus authors_lyric Louisa M. R. Stead (1871-1917) authors_music William J. Kirkpatrick, 1882 (1838-1921) *1 ແສນຊື່ນໃຈທີ່ເຊື່ອພຣະເຢຊູ ຄືຮັກສາພຣະທໍາພຣະອົງ ແລະ ໄວ້ໃຈໃນພຣະສັນຍານັ້ນ ທີ່ພຣະອົງຊົງກ່າວໝັ້ນຄົງ *ref ພຣະຜູ້ໂຜດນັ້ນຄືພຣະເຢຊູ ຂ້າໄວ້ໃຈຜູ້ຊົງປານີ ພຣະຜູ້ໂຜດນັ້ນຄືພຣະເຢຊູ ຂໍໂຜດໃຫ້ຄວາມເຊື່ອທະວີ *2 ແສນຊື່ນໃຈຄັ້ນເຊື່ອພຣະເຢຊູ ຄືໄວ້ໃຈໃນໂລຫິດໄຖ່ ແລະ ໄວ້ໃຈໃນລິດໂລຫິດຢູ່ ຄວາມຜິດບາບຈະຫຼຸດງ່າຍໄດ້ *3 ແສນຊື່ນໃຈຄັນເຊື່ອພຣະເຢຊູ ໄດ້ຖິ້ມບາບມອບໃຈ ແລະ ກາຍ ຮັບຊີວິດຈາກອົງພຣະເຢຊູ ໄດ້ພັກຜ່ອນໃຈສຸກສຳບາຍ *4 ຍິນດີວາງໃຈໃນພຣະເຢຊູ ຜູ້ຊົງຍອມເປັນມິດສະຫາຍ ຂ້າເຊື່ອວ່າພຣະອົງສະຖິດຢູ່ ແລະ ຊົງຢູ່ນຳຈົນສຸດປາຍ === code 100 title ໃນຟ້າສະຫວັນອັນຮຸ່ງເຮືອງ title_original That Will Be Glory authors_lyric Charles H. Gabriel, 1900 (1856-1932) *1 ໃນຟ້າສະຫວັນອັນຮຸ່ງເຮືອງຢູ່ໄປເປັນ ນິດໃນແຜ່ນດິນນັ້ນກໍ່ບໍ່ຫ່ອນມີຄວາມທຸກ ແຕ່ເຮົາທັງຫຼາຍຈະມີຄວາມສຸກສະບາຍ ດ້ວຍເບິ່ງພຣະພັກຊອບທີ່ສຸດຂອງພຣະຄຣິດ *ref ມີລັດສະໝີນຳພຣະເຢຊູ ມີລັດສະໝີນຳພຣະເຢຊູ ຢູ່ນຳພຣະອົງເຮົາຈະບໍ່ມີຜິດບາບ ລັດສະໝີຈົ່ງມີແກ່ອົງພຣະເຢຊູ *2 ຄັນພຣະອົງເຈົ້າຜູ້ມີພຣະຄຸນອັນໃຫຍ່ ເລີດຊົງຕ້ອນຮັບເຮົາໃນທ່າມກາງຊາວສະຫວັນ ຄວາມສຸກຄວາມຍິນດີ ແລະ ຊີວິດຂອງເຮົາ ຈະເປັນການຮ້ອງສັນລະເສີນນາມພຣະບຸດ *3 ພີ່ນ້ອງປະເສີດເອິຍທີ່ເຊື່ອໃນພຣະເຢຊູ ຢູ່ພ້ອມກັນໃນສະຫວັນບໍ່ລາຈາກກັນ ແຕ່ວ່າຄວາມຍິນດີໜັກໜາຂອງໃຈເຮົາ ຈະມີດ້ວຍການຊອບພຣະໄທພຣະເຢຊູ === code 101 title ເວລາເຫັນພຣະພັກພຣະເຢຊູ title_original Face to Face authors_lyric Mrs. Frank A. Breck, 1898 (1855-1934) authors_music Grant Colfax Tullar, 1898 (1869-1950) *1 ເວລາເຫັນພຣະພັກພຣະເຢຊູ ຜູ້ປະກອບດ້ວຍລັດສະໝີ ເຮົາຈະໄດ້ພຣະຄຸນອັນຍິ່ງໃຫຍ່ ທັງຄວາມສຸກກັບຄວາມຍິນດີ *ref ເຮົາຈະເຫັນລັດສະໝີຮຸ່ງເຮືອງ ຂອງພຣະຜູ້ເປັນເຈົ້າຊີວິດ ໃນສະຫວັນເຮົາຈະເປັນຊາວເມືອງ ກັບພຣະເຢຊູເລື້ອຍເປັນນິດ *2 ຣິດເດດຂອງພຣະອົງຍັງບັງໄວ້ ເພາະພຣະອົງຊົງເປັນມະນຸດ ແຕ່ສະຫງ່າລາສີອັນເຫຼື້ອມໃສ ຈະປະກົດໃນວັນສຸດທ້າຍ *3 ເຮົາຈະຕື່ນດ້ວຍຊົມຊື່ນຍິນດີ ເວລາພຣະອົງຊົງເບິ່ງເຮົາ ກໍຊົງບອກດ້ວຍຄຳອ່ອນຫວານດີ ວ່າເຮົາເສຍຊີວິດເພື່ອເຈົ້າ === code 102 title ຜູ້ໃດເຊື່ອ ແລະ ມາຫາເຮົາ title_original Him That Cometh Unto Me authors_lyric William James Kirkpatrick authors_music Eliza Edmunds Stites Hewitt, 1888 *1 ເຮົາທັງຫຼາຍຈົ່ງຟັງພຣະເຢຊູກ່າວເຊີນ ດ້ວຍສຳນຽງນຸ້ມນວນອ່ອນຫວານຊົງເຊີນ ເປັນພຣະດຳລັດທີ່ກ່າວມາຈາກເມືອງຟ້າ ເຊີນທຸກທ່ານທີ່ຜ່ານໄປມາ *ref ຜູ້ໃດເຊື່ອ ແລະ ມາຫາເຮົາ ຜູ້ໃດເຊື່ອ ແລະ ມາຫາເຮົາ ຜູ້ໃດເຊື່ອ ແລະ ມາຫາເຮົາ ເຮົາຈະຮັບໄວ້ບໍ່ຖີ້ມເລີຍ *2 ຜູ້ລຳບາກອິດເມື່ອຍພາລະມີມາກຫຼາຍ ເບີ່ງພຣະເຢຊູແລ້ວຄວາມເມື່ອຍຜ່ອນຄາຍ ຂໍພຣະອົງຢູ່ໃກ້ຊ່ວຍບັນເທົາເມື່ອຍກາຍ ແລ້ວພາລະທຸກຢ່າງຫຼຸດຫາຍ *3 ຄົນຜິດບາບ ແລະ ຄົນພິການເຊີນທ່ານມາ ຈົ່ງເຂົ້າເຝົ້າພຣະເຈົ້າທຸກວັນເວລາ ອະຖິຖານແລ້ວອ່ານພຣະທຳດ້ວຍຫມັ້ນໃຈ ວັນໜຶ່ງຊົງຮັບເຮົາຂຶ້ນໄປ === code 103 title ໃນທົ່ງຫຍ້າຂອງພຣະເຈົ້າ title_original His Sheep Am I authors_lyric Orien Johnson, 1956 *1 ໃນທົ່ງຫຍ້າຂອງພຣະເຈົ້າມີນໍ້າ ແລະ ຫຍ້າອຸດົມດີ ຂ້າກັບພຣະເຈົ້າເດີນດ້ວຍກັນຢ່າງຍິນດີ ຂ້າປຽບເຫມືອນແກະຂອງພຣະເຈົ້າທີ່ໄດ້ເຝົ້າໄວ້ຢ່າງດີ ເດີນຕາມພຣະເຈົ້າ *ref ມີນໍ້າທ່າ (ຢູ່ໃນພູພາ) ຫຍ້າຂຽວດີ (ຢູ່ໃນພູພາ) ຍາມຄ່ຳຄືນ (ຍາມຄໍ່າຄືນ) ຂ້າເດີນໄປກັບພຣະເຈົ້າ ແມ້ມືດມິດ (ຢູ່ໃນພູພາ) ທາງລຳບາກ (ຢູ່ໃນພູພາ) ຂ້າເດີນຕາມ (ຂ້າເດີນທາງ) ຜູ້ລ້ຽງອັນດີ === code 104 title ພາຊະນະວ່າງເປົ່າເອົາມາ title_original Bring Your Vessels, Not a Few authors_lyric Lelia N. Morris, 1912 *1 ປາດຖະໜາຈະເຕີມໃຫ້ເຕັມລົ້ນດ້ວຍພຣະພອນແຕ່ງພຣະເຈົ້າ ຫຼື ທັງເຊົ້າຄໍ່າອີ່ມໜຳາສຳລານ ພຣະສັນຍາທີ່ບິດາຂອງເຮົາບອກໄວ້ວ່າຈົ່ງຍຶດໃຫ້ໝັ້ນ ເຊັ່ນໃນຕອນສະໄໝບູຮານ *ref ພຣະອົງຊົງເຕີມດວງໃນໃຫ້ລົ້ນດ້ວຍຄວາມຍິນດີ ເໝືອນຢ່າງທີ່ພຣະເຈົ້າສັ່ງໃຫ້ພາຊະນະວ່າງເປົ່າເອົາມາ ຈະຊົງເຕີມດວງໃຈໃຫ້ລົ້ນຫຼັ່ງໄຫຼໃນວັນນີ້ ດ້ວຍຣິດທາ ແລະ ພຣະວິນຍານ *2 ພາຊະນະເຮືອນດິນຊຳລະດ້ວຍພຣະໂລຫິດຂອງພຣະເຢຊູ ໃຈເຫືອດແຫ້ງກະຫາຍຈົ່ງມາ ພາກັນຖ່ອມໃຈກາບລົງທີ່ພຣະບາທາໜ້າພຣະບ່ອນນັ່ງນັ້ນ ຈົນພຣະວິນຍານຊົງລົງມາ *3 ເໝືອນຢ່າງນໍ້າມັນທີ່ຈະຫຼັ່ງໄຫຼ ແລະ ບໍ່ຮູ້ຈັກຫມົດສິ້ນລົງ ຄວາມຮັກບໍ່ຮູ້ປ່ຽນແປງຕາມ ພຣະສັນຍາພຣະເຢຊູຈະໂປດປະທານພຣະວິນຍານຈົນມາ ຈົນກວ່າໃຈທັ້ງຫລຼາຍຈະເຕັມ === code 105 title ພຣະເຢຊູຜູ້ງາມເລີດ title_original Fairest Lord Jesus authors_lyric Gesunbuch, Munster, 1672 authors_music From Schlesische Volkslieder, 1842 *1 ພຣະເຢຊູຜູ້ງາມເລີດ ຜູ້ຊົງຄຸ້ມຄອງທົ່ວໂລກາ ຊົງເປັນພຣະເຈົ້າ ແລະ ຊົງເປັນມະນຸດ ຕົວຂ້າຈະຮັກພຣະອົງ ຕົວຂ້າຍົກທູນພຣະອົງ ຕົນຊົງສະຫງ່າຣາສີສູງສຸດ *2 ທົ່ງນາໃຫຍ່ກວ້າງງົດງາມ ແຖວພືດພົງກໍແຮງງາມກວ່າ ເຖິງຍາມລະດູເມື່ອປົ່ງໃບດອກບານ ພຣະເຢຊູຜູ້ໂຊພາ ພຣະອົງປະເສີດຫລາຍກວ່າ ຮັກສາໃຈຂ້າໃຫ້ສຸກສຳຣານ *3 ແສງແດດສອ່ງງາມສົດສີ ແສງດວງຈັນແຮງງາມກວ່ານີ້ ຍັງແສງດວງດາວຊຶ່ງສອ່ງແຈ້ງເຫຼື້ອມໃສ ພຣະເຢຊູບໍ່ຣິສຸດ ງາມເລີດດ້ວຍຣັດສະໝີ ຝູງເທວະດາຈິ່ງຂາບລົງໄຫ້ວ === code 106 title ສ່ອງແສງໃນມຸມທີ່ທ່ານອາໃສ title_original Brighten the Corner Where You Are authors_lyric Ina Duley Ogdon authors_music Charles H. Gabriel *1 ຢ່າຄ່ອຍຖ້າຫາກິດການໃຫຍ່ກ່ອນແລ້ວຈິ່ງຄ່ອຍທຳໄປ ຢ່າຄ່ອຍສ່ອງແສງທ່ານແຕ່ໃນທີ່ໄກ ມີການງານຢູ່ໃກ້ ຫຼື ໄກຈົ່ງທຳໄປດ້ວຍເຕັມໃຈ ສ່ອງແສງໃນມຸມທີ່ທ່ານອາໄສ *ref ສ່ອງແສງໃນມຸມທີ່ທ່ານອາໄສ ສ່ອງແສງໃນມຸມທີ່ທ່ານອາໄສ ບາງຄົນນອກສັນດອນທ່ານນຳທາງໃຫ້ພົ້ນອັນຕະລາຍ ສ່ອງແສງໃນມຸມທີ່ທ່ານອາໄສ *2 ຫາກເບື້ອງບົນມືດມົນຮອບທິດຈົ່ງຊ່ອຍຄິດໃຫ້ກະຈ່າງ ຢ່າໃຫ້ຄວາມໃຈແຄບມາຄ່ອຍຂັດຂວາງ ຈົ່ງຮ້ອງເພງຫາກເພງໃດທຳໃຫ້ຈິດຄົນອື່ນຜ່ອງສ່ອງ ສ່ອງແສງໃນມຸມທີ່ທ່ານອາໄສ *3 ມີຄົນຫຼົງໃນມືດຫຼວງຫຼາຍຈົ່ງສ່ອງແສງໃຫ້ທົ່ວຫລ້າ ໃຫ້ແສງຂອງທ່ານເປັນທ່ານດັງເຊັ່ນດາ ລາເຖິງມືຂອງທ່ານອ່ອນກຳລັງຊ່ວຍປະທັງຊີບໄດ້ ສ່ອງແສງໃນມຸມທີ່ທ່ານອາໄສ === code 107 title ຂ້າຢູ່ໃນຕັກຂອງພຣະເຢຊູ title_original Safe in the Arms of Jesus authors_lyric Fanny J. Crosby, 1868 (1823-1915) authors_music W. H. Doane, 1898 *1 ຂ້າຢູ່ໃນຕັກຂອງພຣະເຢຊູ ອີງພຣະຊວງຂອງພຣະອົງ ຄວາມຮັກພຣະອົງຈັກປົກຫຸ້ມຢູ່ ຈິດໃຈຈິ່ງໄດ້ຄວາມບັນເທົາ ຟັງເທີນໝູ່ເທວະດາຟັງ ຄຳເພງອັນມ່ວນແກ່ຈິດໃຈ ສຽງອອກແຕ່ເມືອງສະຫວັນຟ້າ ຄຳເພງຄວນໄດ້ຈື່ຈຳໄວ້ *ref ຂ້າຢູ່ໃນຕັກຂອງພຣະເຢຊູ ອີງພຣະຊວງຂອງພຣະອົງ ຄວາມຮັກພຣະອົງຈະປົກຫຸ້ມຢູ່ ຈິດໃຈຈິ່ງມີຄວາມບັນເທົາອາແມ່ນ *2 ຂ້າຢູ່ໃນຕັກຂອງພຣະເຢຊູ ຄວາມໜັກໃຈຫາຍເສຍໄປ ຜູ້ລອງໃຈຮ້າຍຕ້ອງມິດງຽບຢູ່ ຄວາມຜິດບາບຈິ່ງກວນບໍ່ໄດ້ ເປັນທີ່ໃຫ້ພົ້ນຄວາມໂສກເສົ້າ ເປັນທີ່ຈຳເລີນຈິດໃຈໃໝ່ ພົ້ນຄວາມສົງໄສຄວາມມົ້ວເມົາ ພຣະອົງຊົງເຊັດນໍ້າຕາໃຫ້ *3 ຈົ່ງພາກັນເພິ່ງອົງພຣະເຢຊູ ຜູ້ວາຍພຣະຊົນຕາຍຕ່າງ ພຣະອົງຊົງປຽບຄືດັ່ງຫີນຜາ ຂ້ານ້ອຍໄດ້ເຊື່ອຈິ່ງມີຫວັງ ໃຫ້ໄດ້ຢູ່ຖ້າເຝົ້າຮັກສາ ຈົນຍາມມືດຄໍ່າຈະຫາຍໄປ ຈົນເຖິງໄດ້ເຫັນຍາມຮຸ່ງເຊົ້າ ສ່ອງແຈ້ງພຣະຣັດສະໝີໃສ === code 108 title ນາມພຣະເຢຊູ title_original How Sweet the Name authors_lyric Alexander R. Reinagle, 1836 authors_music John Newton, 1779 *1 ນາມພຣະເຢຊູເປັນທີ່ເຊີດຊູ ເພາະຫູຜູ້ເຊຶ່ອໜັກໜາ ເປັນທີ່ດັບໂສກຊາລາໂລຄາ ຄວາມຢ້ານກົວລາໜີໄປ *2 ພຣະນາມປະເສີດຮັກສາດວງໃຈ ຊອກຊໍ້າໃຈທີ່ທຸກໂສກ ເປັນເໝືອນມານາແຮງຈິດວິນຍານ ໃຫ້ກາຍສຳລານຫາຍເມື່ອຍ *3 ຄວາມຕັ້ງໃຈຂອງຂ້າອ່ອນເພຍລົງ ຄວາມຄິດຮ້ອນຮົນຈືດຈ່າງ ເປັນທັງຫົນທາງ ແລະ ເຈົ້າຊີວິດ ຂ້າຂໍສັນເສີນພຣະອົງ *4 ໂອພຣະເຢຊູຜູ້ຊົງໃກ້ຊິດ ຊີວິດຂ້າທຸກເວລາ ເມື່ອໄດ້ພົບພຣະພັກຂອງພຣະຜູ້ ໄຖ່ຈະສັນເສີນພຣະອົງ === code 109 title ສາທຸນາມຣິດພຣະເຢຊູຄຣິດ title_original All Hail the Power authors_lyric Edward Perronet, 1779 (1726-1792) authors_music Oliver Holden, 1793 (1765-1844) *1 ສາທຸນາມລິດພຣະເຢຊູຄຣິດ ໃຫ້ເທວະດາຂາບໄຫວ້ ເຊີນພຣະອົງຊົງມົງກຸດເປັນນິດ ກະສັດເຈົ້າຟ້າອົງໃຫຍ່ ເຊີນພຣະອົງຊົງມົງກຸດເປັນນິດ ກະສັດເຈົ້າຟ້າອົງໃຫຍ່ *2 ໄພ່ພົ້ນທັງຫຼາຍທຸກເມືອງທຸກບ້ານ ທີ່ພຣະອົງຊົງເລືອກໄວ້ ຕ້ອງສັນລະເສີນນະມັດສະການ ກະສັດເໜືອໂລກທົ່ວໄປ ຕ້ອງສັນລະເສີນນະມັດສະການ ກະສັດເໜືອໂລກທົ່ວໄປ *3 ຄົນບາບທັງຫຼາຍທີ່ລືມບໍ່ໄດ້ ພຣະອົງຊົງຕາຍແທນເຈົ້າ ຂອງເລີດປະເສີດຈົ່ງຍົກຖະຫວາຍ ແກ່ເຈົ້າກະສັດອົງເຄົ້າ ຂອງເລີດປະເສີດຈົ່ງຍົກຖະຫວາຍ ແກ່ເຈົ້າກະສັດອົງເຄົ້າ *4 ມະນຸດສະໂລກທຸກຊາດພາສາ ອັນມີທົ່ວທຸກປະເທດ ຕ້ອງຍ້ອງຍໍອານຸພາບເຈົ້າຟ້າ ກະສັດອົງຊົງລິດເດດ ຕ້ອງຍ້ອງຍໍອານຸພາບເຈົ້າຟ້າ ກະສັດອົງຊົງລິດເດດ *5 ຊາວລຸ່ມທັງຫຼາຍຈົ່ງພ້ອມຂາບລົງ ກັບຫມູ່ຊາວຟ້າຊຸມໃຫ່ຍ ຮ້ອງເພງຂາບທູນພຣະບາດພຣະອົງ ກະສັດເໜືອຟ້າໂລກໄຄ່ວ ຮ້ອງເພງຂາບທູນພຣະບາດພຣະອົງ ກະສັດເໜືອຟ້າໂລກໄຄ່ວ === code 110 title ພຣະເຢຊູກຳລັງສະເດັດມາ title_original Christ Is Coming authors_lyric John R. Macduff (1818-1895) authors_music John Hughes (1873-1932) *1 ພຣະເຢຊູກຳລັງສະເດັດມາ ໃຫ້ຄວາມເສົ້າໂສກາສິ້ນໄປ ໃຫ້ເຮົາຮ້ອງສັນເສີນດ້ວຍດີໃຈ ໃຫ້ຄວາມຫວັງຄວາມເຊື່ອໝັ້ນຄົງ ພຣະເຢຊູກຳລັງສະເດັດມາ ເຊີນເຈົ້າຊາຍແຫ່ງຄວາມສຸກສັນ ເຊີນພຣະສະເດັດມາໂດຍໄວ *2 ຊາວໂລກາຮູ້ວ່າພຣະອົງທົນ ທຸກປວດລ້າວບົນກາງແຂນນັ້ນ ແຕ່ເມື່ອພຣະອົງສະເດັດກັບມາ ເຂົາຈະເຫັນລາສີຍິ່ງໃຫ່ຍ ພຣະເຢຊູກຳລັງສະເດັດມາ ໃຫ້ເຮົາບອກກ່າວຊາວໂລກາ ໃຫ້ເຮົາບອກກ່າວຊາວໂລກາ *3 ດ້ວຍຄວາມຫວັງອັນແຈ່ມຈຳນິລັນດອນ ຈົ່ງຊ່ອຍກັນປະກາດຂ່າວໄປ ຈົ່ງປະກາດໃຫ້ຮູ້ດ້ວຍສຽງເພງ ຮ້ອງບັນເຣງໃຫ້ຮູ້ແຈ້ງໃຈ ພຣະເຢຊູກຳລັງສະເດັດມາ ເຊີນພຣະສະເດັດມາໂດຍໄວ ເຊີນພຣະສະເດັດມາໂດຍໄວ === code 111 title ໃກ້ເວລາພຣະເຈົ້າສະເດັດມາ title_original 'Tis Almost Time for the Lord to Come authors_lyric G. W. Sederquist *1 ໃກ້ເວລາພຣະເຈົ້າຈະສະເດັດມາ ຂ້າໄດ້ຍິນປະຊາວ່າ ດວງເດືອນຈະລັບໄປບໍ່ແຈ່ມແຈ້ງ ນັ້ນຄືສັນຍາລັກວັນໃຫມ່ໃກ້ມາ *ref ໂອ້ຂ້າຫມັ້ນໃຈວັນໃຫມ່ຈະມາແນ່ນອນ ໂອ້ຂ້າຫມັ້ນໃຈວັນໃຫ່ມຈະມາແນ່ນອນ ຄືນວັນໃກ້ຈະຫມົດໄປ ວັນໃຫ່ມໃກ້ຈະເຂົ້າມາ ໂອ້ຂ້າຫມັ້ນໃຈວັນໃຫ່ມຈະມາແນ່ນອນ *2 ຄຳກ່າວທຳນາຍເຖິງດວງຈັນໂລກາ ຕາເວັນທ້ອງຟ້າສາຄອນ ເຕືອນມະນຸດທຸກຄົນໃຫ້ສັງວອນ ຮູ້ໄວ້ກ່ອນວ່າໃກ້ພຣະຈະກັບມາ *3 ຈົ່ງອອກໄປເຊື້ອເຊີນໂດຍໄວຢ່າຊ້າ ຕາມມັນຄາກ້ວາງນ້ອຍໃຫ່ຍ ເຊີນທັງຄົນພິການຕາບອດເພື່ອ ໃຫ້ຕຽມຮັບວັນໃຫ່ມທີ່ໃກ້ຈະມາ === code 112 title ສິດທັງຫຼາຍຈົ່ງເຝົ້າລະວັງຢູ່ title_original Lo! He Comes authors_lyric Mrs. Phoebe Palmer, 1844 (1807-1874) authors_music William J. Kirkpatrick (1838-1921) *1 ສິດທັງຫຼາຍຈົ່ງເຝົ້າລະວັງຢູ່ ເໝືອນຢ່າງສາວສິບຄົນຄອຍເຝົ້າດູ ຕື່ມນ້ຳມັນໂຄມໄຟໃຫ້ລຸກຢູ່ ຈົ່ງພ້ອມກັນຄອຍຖ້າພຣະເຢຊູ *ref ພຣະເຢຊູ ຜູ້ສະເດັດມາ ຈາກສະວັນພຣະອົງສະເດັດມາ ຊົງຄຸ້ມຄອງຢູ່ເໝືອນຜູ້ມີໄຊ ພຣະເຢຊູ ຜູ້ສະເດັດມາ *2 ພຣະເຢຊູຊົງໃຫ້ຄຳສັນຍາ ໂຜດຍົກບາບດ້ວຍໃຈຮັກສັດທາ ໂຜດປະທານຄວາມບໍລິສຸດມາ ແກ່ໄພ່ພົ້ນພຣະອົງທົ່ວໂລກາ *3 ຄົນທຸກຊາດກຳລັງຈິບຫາຍໄປ ເພາະບໍ່ຍອມຕ້ອນຮັບພຣະຜູ້ໄຖ່ ຄວາມທຸກໂສກຄວາມຕາຍກໍໝົດໄປ ສິດທັງຫຼາຍໂຫ່ຮ້ອງສະລອງໄຊ *4 ໃຫ້ຄົນບາບທັງຫຼາຍຮີບກັບມາ ພຣະອົງເຈົ້າຊົງເຊີນທຸກເວລາ ຮີບມາກ່ອນໂອກາດໄດ້ໝົດສາ ມາໄວເທີດຢ້ານວ່າໝົດເວລາ === code 113 title ເມື່ອພຣະອົງຊົງເອີ້ນໃນສະຫວັນ title_original When the Roll Is Called Up Yonder authors_lyric J. M. Black (1856-1938) *1 ຄັ້ງເມື່ອແກສົ່ງສຽງສະນັ່ນເວລາໂລກນີ້ບໍ່ມີຕໍ່ໄປ ກັບເປັນອາລຸນໃຫ່ມແຈ່ມໃສວິໄລນິລັນ ໃນຄາວນັ້ນເຫຼົ່າຜູ້ຊອບທຳຈະເຂົ້າອາໄສໃກ້ຝັ່ງແມ່ນໍ້າ ເມື່ອພຣະອົງຊົງເອີ້ນຊື່ຂ້າຂ້າຢູ່ທີ່ນັ້ນ *ref ເມື່ອພຣະອົງຊົງເອີ້ນໃນສະຫວັນ ເມື່ອພຣະອົງຊົງເອີ້ນໃນສະຫວັນ ເມື່ອພຣະອົງຊົງເອີ້ນໃນສະຫວັນ ພຣະອົງຊົງເອີ້ນໃນສະຫວັນຂ້າຢູ່ທີ່ນັ້ນ *2 ຄົນຊອບທຳທັງຫຼາຍທີ່ຕາຍໃນອົງພຣະຄຣິດຊີວິດຈະຄືນ ແລະ ພຣະອົງຈະຊົງຮັບໄປໄວ້ໃນສະຫວັນ ສິດພຣະອົງທີ່ຊົງເລືອກຂ້າຈະຢູ່ທີ່ນັ້ນສຳລານເຣີງຣື່ນ ເມື່ອພຣະອົງຊົງເອີ້ນຊື່ຂ້າຂ້າຢູ່ທີ່ນັ້ນ *3 ພວກເຮົາເອີຍຢ່າເຊີຍຈົ່ງຄິດເຮັດການຖະຫວາຍແຕ່ເຊົ້າຈົນຄ່ຳ ໃຫ້ເຮົາພໍ້າສອນເຖິງພຣະອົງຜູ້ຊົງປານີ ຄັ້ງເມື່ອຊີວິດເຮົາໄດ້ຕາຍງານທີ່ເຮັດນັ້ນກໍຈົບສິ້ນໄປ ເມື່ອພຣະອົງຊົງເອີ້ນຊື່ຂ້າຂ້າຢູ່ທີ່ນັ້ນ === code 114 title ພຣະເຈົ້າຊົງຮັກຂ້ານ້ອຍແທ້ title_original Jesus Loves Me authors_lyric Anna B. Warner (1827-1915) authors_music William B. Bradbury, 1862 (1816-1868) *1 ພຣະເຈົ້າຊົງຮັກຂ້ານ້ອຍແທ້ ພຣະຄໍາພີສອນໄວ້ເປັນແນ່ ລູກພຣະອົງນັ້ນບໍ່ມີແຮງ ແຕ່ພຣະຄຣິດຊົງລິດເຂັ້ມແຂງ *ref ພຣະເຢຊູຊົງຮັກ ພຣະເຢຊູຊົງຮັກ ພຣະຄໍາພີສັ່ງສອນ ຈິ່ງຮູ້ດັ່ງນັ້ນແນ່ນອນ *2 ພຣະອົງຊົງເມດຕາປານີ ຕາຍເພື່ອໄປໄຂເມືອງຟ້າໄວ້ ຊົງລ້າງບາບໃຫ້ໝົດຄວາມທຸກ ຊ້ຳໂຜດນຳໄປສູ່ຄວາມສຸກ *3 ພຣະເຢຊູຊົງຮັກໜັກໜາ ເປັນດັ່ງນັ້ນທຸກວັນເວລາ ເມື່ອປ່ວຍລົງພຣະອົງຊົງເຫັນ ຈິ່ງໂຜດຊົງຮັກສາທຸກວັນ *4 ພຣະເຢຊູຊົງຮັກຢູ່ໃກ້ ຄົງບໍ່ລະໃນທາງທີ່ໄປ ຂໍຕາມທາງຈົນສ້ຽງຊີວິດ ຄົງຈັກຢູ່ຊ້ອງໜ້າພຣະຄຣິດ === code 115 title ເຮົາສູ້ຍອມຕາຍເພື່ອທ່ານ title_original I Gave My Life for Thee authors_lyric Frances Ridley Havergal, 1858 (1836-1879) authors_music J. E. White (1849-1928) *1 ເຮົາສູ້ຍອມຕາຍເພື່ອທ່ານ ໂລຫິດປະເສີດຫຼັ່ງໄຫຼເພື່ອ ລ້າງຊຳລະວິນຍານ ໄຖ່ໂທດໃຫ້ເກີດໃຈໃໝ່ ສະລະຊີວິດບໍ່ຄິດເສຍດາຍ ທ່ານມີສິ່ງໃດຖະຫວາຍ ສະລະຊີວິດບໍ່ຄິດເສຍດາຍ ທ່ານມີສິ່ງໃດຖະຫວາຍ *2 ຜາສາດແຫ່ງພຣະບິດາ ບັນລັງຮຸ່ງເຮືອງຂອງເຮົາໄດ້ ຖິ້ມມາສູ່ໂລກາ ຮັບທຸກລຳບາກດຽວດາຍ ເຮົາຖິ້ມຍົດສັກທັງໝົດສູນເປົ່າ ທ່ານຖິ້ມອັນໃດເພື່ອເຮົາ ເຮົາຖິ້ມຍົດສັກທັງໝົດສູນເປົ່າ ທ່ານຖິ້ມອັນໃດເພື່ອເຮົາ *3 ເຮົາສູ້ທົນທຸກແຮງຮ້າຍ ເຫຼືອທີ່ຈະພັນລະນາທົນ ຄວາມຮາວີຈົນຕາຍ ໃຫ້ທ່ານພົ້ນໄພນານາ ເຮົາທົາຄວາມອາຍເຫຼືອຫຼາຍເພື່ອທ່ານ ທ່ານທົນອັນໃດເພຶ່ອເຮົາ ເຮົາທົນຄວາມອາຍເຫຼືອຫຼາຍເພື່ອທ່ານ ທ່ານທົນອັນໃດເພື່ອເຮົາ *4 ເຮົານຳຂອງດີລົງມາ ຈາກເມືອງສະຫວັນເບື້ອງເທິງເຮົາ ນຳຄວາມຮັກຄວາມພົ້ນ ແລະ ການຍົກໂທດໂຜດຄົນ ເຮົານຳຂອງດີມາຍື່ນໃຫ້ທ່ານ ທ່ານຍື່ນສິ່ງໃດຕອບແທນ ເຮົານຳຂອງດີມາຍື່ນໃຫ້ທ່ານ ທ່ານຍື່ນສິ່ງໃດຕອບແທນ === code 116 title ຜູ້ຂ້າຢາກຮູ້ເລື່ອງພຣະເຢຊູ title_original More About Jesus authors_lyric Eliza E. Hewitt, 1887 (1851-1920) authors_music John R. Sweney, 1887 (1837-1899) *1 ຜູ້ຂ້າຢາກຮູ້ເລື່ອງພຣະເຢຊູ ຢາກຮູ້ແຈ່ມແຈ້ງຫຼວງຫຼາຍກວ່າເກົ່າ ຢາກເຫັນຄວາມພົ້ນຄົບຖ້ວນສົມບູນ ຄວາມຮັກຜູ້ໄຖ່ຂ້າຂໍເພີ່ມພູນ *ref ຢາກຮູ້ເລື່ອງພຣະເຢຊູ ຢາກຮູ້ເລື່ອງພຣະເຢຊູ ຢາກເຫັນຄວາມພົ້ນຄົບຖ້ວນສົມບູນ ຄວາມຮັກຜູ້ໄຖ່ຢາກໄດ້ເພີ່ມພູນ *2 ຜູ້ຂ້າຢາກຮູ້ເລື່ອງພຣະເຢຊູ ຄວາມບໍ່ລິສຸດຂໍຫຼາຍກວ່າເກົ່າ ຂໍພຣະວິນຍານຊົງໂຜດສຳແດງ ໃຫ້ຜູ້ຂ້າເຫັນພຣະຄຣິດແຈ່ມແຈ້ງ *3 ໂດຍພຣະຄໍາພີຂ້າຮູ້ແນ່ນອນ ເລື່ອງພຣະເຢຊູຫຼາຍກວ່າແຕ່ກ່ອນ ຟັງສຸລະສຽງຊຶ່ງສັ່ງໃຫ້ຂ້າ ເຮັດຕາມຄຳສອນທຸກວັນເວລາ *4 ຜູ້ຂ້າຢາກຮູ້ເລື່ອງພຣະເຢຊູ ຜູ້ປະທັບເທິ່ງບັນລັງປະເສີດ ຢາກເຫັນພຣະອົງຄຸ້ມຄອງໃຫ້ໂລກ ມີສັນຕິສຸກໝົດຄວາມທຸກໂສກ === code 117 title ພຣະເຢຊູເປັນທຸກສິ່ງແກ່ຂ້າ title_original Jesus Is All the World to Me authors_lyric Will L. Thompson, 1904 (1847-1909) *1 ພຣະເຢຊູເປັນທຸກສິ່ງແກ່ຂ້າ ເປັນຊີວິດຄວາມຫັນສາ ຊົງໃຫ້ກຳລັງຂ້າຍັງຊີວິດ ບໍ່ແນ່ຂ້າສິ້ນຫວັງໄວ ເມື່ອຈິດຂ້າເສົ້າເຂົ້າວອນພຣະອົງ ຄົນອື່ນຄົງບໍ່ມີໃຜຈະຟັງ ເມື່ອຂ້າໝອງໝົ່ນ ເລົ້າໂລມສອນສັ່ງ ດ້ວຍເປັນເພື່ອນ *2 ພຣະເຢຊູເປັນທຸກສິ່ງແກ່ຂ້າ ເປັນມິດວັນຂ້າມີໄພ ເມື່ອຂ້າຂໍພອນອ້ອນວອນກາບໄຫ້ວ ໂປດໃຫ້ມາກມາຍຫຼາກຫຼາຍ ປະທານແດດຝົນທຸກຄົນເທົ່າກັນ ອີກທັນຍາຫານປະທານທຸກວັນ ແດດຝົນອາຫານ ປະທານຫຼາກຫຼາຍ ດ້ວຍເປັນເພື່ອນ *3 ພຣະເຢຊູເປັນທຸກສິ່ງແກ່ຂ້າ ມິດອື່ນໝື່ນພັນບໍ່ເທົ່າ ຂ້າວາງໃຈໃນພຣະອົງຄໍ່າເຊົ້າ ຕາບເທົ່າຊີວິດຈະຕາຍ ໂອ້ເບີກບານຈິດມີມິດເລີດລໍ້າ ຂ້າຈະສຳລານຢູ່ຄູ່ສະຫວັນ ຊີວິດສຳລານ ຊົ່ວການນິລັນ ກັບພຣະອົງ === code 118 title ໂອ້ພຣະອົງຊົງຈູງຂ້າ title_original Precious Lord, Take My Hand authors_lyric George N. Allen (1812-1877) authors_music Thomas A. Dorsey, 1938 *1 ໂອ້ພຣະອົງຊົງຈູງຂ້າ ພາໃຫ້ເດີນດຳເນີນໄປ ຂ້າເມື່ອຍກາຍ ຂ້າອ່ອນແອ ທໍ້ແທ້ໃຈ ຜ່ານທາງຍາກລຳບາກແຮງ ຂ້າຈະຕາມຮອຍຊົງລິດ ອັນສັກສິດ ຂອງພຣະອົງ ເຖິງສະຫວັນ *2 ທາງຊີວິດຜິດພ້ຽນໄປ ຂໍພຣະອົງຊົງຢູ່ໃກ້ ແລະ ເມື່ອຊີວິດຂອງຂ້າ ເກືອບຈະຕາຍ ຂໍພຣະອົງຊົງຮັບຟັງ ຄຳວິ່ງວອນເຖິງວ່າຂ້າ ຈະຕາຍໄວ ໂປດຊົງຊ່ອຍ ເຖິງສະຫວັນ === code 119 title ບໍ່ມີໃຜຫ່ວງຂ້າໄປຍິ່ງກວ່າພຣະຄຣິດ title_original No One Ever Cared for Me Like Jesus authors_lyric Charles F. Weigle *1 ຂ້າຍິນດີບອກທ່ານຂ້າຄິດແບບໃດກັບພຣະຄຣິດ ຊົງເປັນມິດຮ່ວມທຸກສຸກຕັ້ງແຕ່ເມື່ອພົບກັນ ຂ້າຈະບອກດ້ວຍວ່າພຣະຊົງປ່ຽນໃຈຂ້າຢ່າງໃດ ພຣະຊົງເຮັດໃນສິ່ງມິດໃດບໍ່ສາມາດເຮັດ *ref ບໍ່ມີໃຜຫ່ວງຂ້າຍິ່ງໄປກວ່າພະຄຣິດ ບໍ່ມີມິດອື່ນໃດຍິ່ງໄປກວ່າພຣະ ບໍ່ມີໃຜອື່ນທີ່ຊຳລະຂ້າພົ້ນຈາກຄວາມບາບ ໂອ້ພຣະຫ່ວງຂ້າຍິ່ງກວ່າໃຜ *2 ຊີວິດຂ້າຊົ່ວບາບຫຍາບຊ້າເມື່ອພຣະມາພົບຂ້າ ໃນໃຈນັ້ນເຕັມດ້ວຍຄວາມທຸກລຳບາກມາກຫຼາຍ ພຣະອົງຊົງຈັບຂ້າດ້ວຍມືຊົງຣິດທັງປານີ ແລະ ພຣະອົງຊົງຊີ້ບອກຂ້າທາງທີ່ຄວນໄປ *3 ພຣະຊົງເວົ້າກັບຂ້າທຸກວັນດ້ວຍຄຳໝັ້ນສັນຍາ ຂ້າເຂົ້າໃຈວ່າພຣະຮັກຂ້າຍິ່ງຂຶ້ນທຸກວັນ ແຕ່ຂ້າສົງໃສເປັນຫຍັງພຣະໄຖ່ຂ້າໃນວັນນັ້ນ ເທິງສະຫວັນໄດ້ພົບຫນ້າທ່ານຂ້າຈະເຂົ້າໃຈ === code 120 title ບ້ານທີ່ມີຄວາມສຸກ title_original Happy the Home authors_lyric John B. Dykes, 1866 (1823-1876) authors_music Henry Ware, 1858 (1794-1843) *1 ບ້ານຈະມີສຸກເມື່ອມີພຣະເຈົ້າ ແລະ ຮັກຄຸ້ມຄອງທຸກຄົນ ອະທິຖານຂໍເປັນໃຈດຽວກັນ ມຸ້ງສະຫວັນແຕ່ສິ່ງດຽວ *2 ບ້ານຈະມີສຸກເພາະອອກພຣະນາມ ອົງພຣະເຢຊູລໍ້າເລີດ ເດັກນ້ອຍຮຽນຮູ້ພຣະຜູ້ປະເສີດ ພໍ່ແມ່ເທີດທູນພຣະອົງ *3 ບ້ານຈະມີສຸກເພາະອະທິຖານ ແລະ ການສັນເສີນຮ້ອງເພງ ທຸກຄົນສຶກສາພຣະຄຳຍຳເກງ ແລະ ເຄັ່ງຕາມນ້ຳພຣະໄທ *4 ຂໍໃຫ້ພວກເຮົາກົມກຽວຮັກກັນ ເພື່ອຄວາມສຸກສັນຫມັ້ນຄົງ ມີໃຈຮັກພັກດີໃນພຣະອົງ ຮັກຈຶ່ງຍືນຍົງສືບໄປ === code 121 title ຈົ່ງສັນເສີນຮັກຂອງພຣະອົງ title_original I Will Sing of Jesus' Love authors_lyric F. E. Belden, 1886 (1859-1945) *1 ຈະສັນເສີນ (ຈະສັນເສີນ) ຮັກຂອງພຣະຄຣິດ ຜູ້ມີຈິດ (ຜູ້ມີຈິດ) ຄິດຮັກຂ້າກອນ ຊົງຈາກເມືອງ (ຊົງຈາກເມືອງ) ສະຫວັນຊັ້ນຟ້າ ລົງມາຖວາຍແຫ່ງຄາວາລີ *ref ຈະສັນເສີນ (ຈະສັນເສີນ) ຮັກຂອງພຣະຄຣິດ ໃນດວງຈິດ (ໃນດວງຈິດ) ນິດນີລັນດອນ ເພື່ອຕົວຂ້າ (ເພື່ອຕົວຂ້າ) ຈະໄດ້ຊີວິດ ຈິ່ງຮ້ອງເພງສັນເສີນພຣະອົງ *2 ກອນຄວາມຕາ (ກອນນ້ຳຕາ) ຂ້າຈະລິນໄຫຼ ອົງທ່ານໄດ້ (ອັງທ່ານໄດ້) ຮ້ອງໃຫ້ເພື່ອຂ້າ ກອນຂ້າຈະ (ກອນຂ້າຈະ) ທູນພຣະຊົງທຳ ພຣະຄຣິດທ່ານອ້ອນວອນເພື່ອຂ້າ *3 ໂອ້ບໍ່ຮັກ (ໂອ້ຄວາມຮັກ) ອັນລໍ້າເລີດນັ້ນ ໂລກສະຫວັນ (ໂລກສະຫວັນ) ບໍ່ອາດຢັ່ງໄດ້ ດັ່ງເຊັ່ນຂ້າ (ດັ່ງເຊັ່ນຂ້າ) ມີບາບໜາຫຼາຍ ກໍ່ກັບກາຍຂາວບໍ່ລິສຸດ *4 ຂ້າບໍ່ເຄີຍ (ຂ້າບໍ່ເຄີຍ) ທຳດີຖະຫວາຍ ແຕ່ພຣະຄຣິດ (ແຕ່ພຣະຄຣິດ) ປະທານຮັກໃຫ້ ໂອ້ພຣະອົງ (ໂອ້ພຣະອົງ) ຂ້າມອບດວງໃຈ ຂໍຊ່ວຍໃຫ້ຂ້າຮັກພຣະອົງ === code 122 title ພຣະຄຣິດເໜືອທຸກຢ່າງ title_original Christ Above All *1 ພຣະເຢຊູຄຣິດ ເໜືອສິ່ງອື່ນໃດ ແມ້ໃນຍາມສຸກ ຫຼື ໃນຍາມທຸກພຣະບໍ່ຊົງລະຖິ້ມ ພຣະເຢຊູຄຣິດສ ເໜືອສິ່ງອື່ນໃດ ໃຈຂ້າມຸ່ງຕົງສູ່ສະຫວັນເທີດພຣະເໜືອສິ່ງໃດ === code 123 title ຂ້າພົບສະຫາຍ title_original I've Found a Friend authors_lyric George C. Stebbins, 1878 (1846-1945) authors_music J. G. Smith, 1863 (1817-1888) *1 ຂ້າພົບສະຫາຍໂອ້ຍອດສະຫາຍ ຊົງມີໃຈຮັກຂ້າຫຼາຍແທ້ ພຣະອົງນຳໃນທາງແຫ່ງຄວາມຮັກຈົນ ຂ້າບໍອາດຈະພາກໄດ້ຄວາມຮັກ ໝັ້ນຄົງນິລັນສືບໄປບໍ່ ມີສິ່ງໃດເຮັດໃຫ້ຫາຍຂ້າ ເປັນຂອງພຣະເຈົ້າພຣະເຈົ້າເປັນຂອງຂ້າ ຈະເປັນແບບນີ້ຕະຫຼອດໄປ *2 ຂ້າພົບສະຫາຍໂອ້ຍອດສະຫາຍ ເພື່ອຊ່ວຍຊີວິດຂ້າທ່ານຍອມຕາຍ ທັງຊີວິດ ແລະ ທັງກາຍທ່ານຍອມໃຫ້ ເປັນດັ່ງຂອງປະທານສິ່ງຄວນ ຂ້າໃດໃດບໍ່ມີທີ່ອາດ ຈະໃຫ້ເພື່ອພຣະອົງມີຊີວິດ ກຳລັງ ແລະ ກາຍໃຈຂ້າຂໍໃຫ້ ເປັນຂອງອົງພຣະຜູ້ເປັນເຈົ້າ *3 ຂ້າພົບສະຫາຍໂອ້ຍອດສະຫາຍຊົງ ມີລິດທາຢ່າງຫຼວງຫຼາຍ ພຣະອົງຊົງຄອຍເບິ່ງແຍງ ແລະ ຮັກສາ ແລະ ພາໄປສະຫວັນຊັ້ນຟ້າ ໃຈຂ້າສຸກແຕ່ຫວັນໄຫວ່ກາຍໃຈ ອານາຈັກພຣະເຈົ້າມາໃກ້ ແລ້ວຈົ່ງເຝົ້າຄອຍ ແລະ ຮັບໃຊ້ພຣະອົງ ເພື່ອຈະໄດ້ຢູ່ກັບພຣະເຈົ້າ *4 ຂ້າພົບສະຫາຍໂອ້ຍອດສະຫາຍ ສຸພາບສັດຈິງທັງກາຍໃຈ ຊົງເປັນຜູ້ນຳ ແລະ ເປັນປັນຍາລຳ ເລີດເມື່ອມີໄພຊົງຊ່ວຍຂ້າ ໄດ້ຄວາມຮັກຂອງພຣະອົງມີອຳນາດ ເໜື່ອອຳນາດສິ່ງໃດໃດ ຈະບໍຫວັນໄຫວຈະເປັນຢ່າງໃດ ຄວາມຮັກຂອງພຣະອົງບໍສູນສິ້ນ === code 124 title ຂ້າຕ້ອງການພຣະເຢຊູ title_original I'd Rather Have Jesus authors_lyric Rhea F. Miller, 1922 (1894-1966) authors_music George Beverly Shea, 1939 (1909-2013) *1 ຂ້າຕ້ອງການພຣະເຢຊູຫຼາຍກວ່າເພັດນິນຈິນດາ ຢາກເປັນສິດພຣະອົງຫຼາຍກວ່າເສດຖີເງິນຕາ ຂ້າຕ້ອງການພຣະເຢຊູຫຼາຍກວ່າບ້ານເຮືອນໄຮ່ນາ ຢາກໃຫ້ພຣະເຢຊູນຳທາງຂອງຂ້າ *ref ພຣະເຢຊູເປັນຍອດປາດຖະໜາຂອງຂ້າ ໂຜດໃຫ້ພົ້ນບາບທຸກເວລາ ຂ້າຕ້ອງການພຣະເຢຊູຫຼາຍກວ່າສິ່ງໃດໃດ ທີ່ໂລກນີ້ຍົກໃຫ້ຂ້າ *2 ຂ້າຕ້ອງການພຣະເຢຊູຫຼາຍກວ່າກຽດແຫ່ງໂລກາ ຂ້າຈົ່ງຮັກພັກດີຕໍ່ພຣະອົງຜູ້ຮັກຂ້າ ຂ້າຕອງການພຣະເຢຊູຫຼາຍກວ່າຊື່ສຽງດີເລີດ ຈະຮັກ ແລະ ສັດຊື່ຕໍ່ອົງພຣະບຸດ *3 ຂ້າຕ້ອງການພຣະເຢຊູຫຼາຍກ່ວາຄວາມສຸກສຳລານ ຂ້າບໍ່ຢາກຢູ່ກິນຕາມໂລກີຍະວິໄສ ຂ້າຕ້ອງການພຣະເຢຊູຫຼາຍກວ່າຄວາມເບີກບານໃຈ ຢາກໃຫ້ພຣະອົງນຳໄປເມືອງວິໄລ === code 125 title ຂ້າເພິ່ງພຣະທຸກຊົ່ວໂມງ title_original I Need Thee Every Hour authors_lyric Robert Lowry, 1872 authors_music Mrs. Annie S. Hawks, 1872 *1 ຂ້າເພິ່ງພຣະທຸກຊົ່ວໂມງ ພຣະຜູ້ປະເສີດ ບໍ່ມີສິ່ງອື່ນຈະທຽບ ຄວາມສຸກລໍ້າເລີດ *ref ຂ້າເພິ່ງພຣະໂອ້ຂ້າເພິ່ງຂ້າ ເພິ່ງພຣະເຈົ້າທຸກຊົ່ວໂມງ ໂຜດອວຍພຣະພອນໂອ້ພຣະຄຣິດ ໃຫ້ສິດແກ່ພຣະອົງ *2 ຂ້າເພິ່ງພຣະທຸກຊົ່ວໂມງ ພຣະຂໍຄຽງກາຍ ຄວາມຊົ່ວຈະບໍມາໃກ້ ເມື່ອພຣະເຈົ້າຢູ່ *3 ຂ້າເພິ່ງພຣະທຸກຊົ່ວໂມງ ພຣະຈະສຸກທຸກ ໂຜດຢູ່ໃກ້ທຸກເວລາ ປະທານຄວາມສຸກ *4 ຂ້າເພິ່ງພຣະທຸກຊົ່ວໂມງ ພຣະສອນພຣະໄທ ໃຫ້ສົມດັງສັນຍາວ່າ ຈະໂຜດໃຫ້ພົ້ນ *5 ຂ້າເພິ່ງພຣະທຸກຊົ່ງໂມງ ພຣະຜູ້ສູງສຸດ ຂໍໂຜດໃຫ້ເປັນສິດພຣະ ຜູ້ບໍລິສຸດ === code 126 title ມິດສະຫາຍເຮົາ title_original What a Friend We Have in Jesus authors_lyric John M. Scriven, 1855 (1820-1886) authors_music Charles C. Converse, 1868 (1832-1918) *1 ມິດສະຫາຍເຮົາຄືພຣະເຢຊູ ຊົງແບກເອົາຜິດບາບໃຫ້ຫາຍ ເຮົາຈິ່ງມີສິດເຂົ້າມາເຝົ້າຢູ່ ດ້ວຍບໍ່ຢ້ານຈະຖືກຂັບໄລ່ ສຸກສຳຣານໄດ້ຫວິດໄປຫຼາຍທີ ເກີດລຳບາກຈົນຕົວຫິວອ່ອນ ການໜັກໃຈຝູງນີ້ບັງເກີດມີ ເພາະໝູ່ເຮົາຖິ້ມການໄຫວ້ວອນ *2 ການທຸກໃຫຍ່ການລອງໃຈມີມາ ການລຳບາກມາເຖິງເມື່ອໃດ ໃຫ້ເຮົາມີຄວາມເຊື່ອ ແລະ ໝັ່ນມາ ຫາພຣະເຈົ້າປົງທຸກວາງໃຈ ຜູ້ຮັກເໝືອນພຣະອົງຫາບໍ່ໄດ້ ພຣະອົງຊົງແບກຄວາມໂສກເສົ້າ ຊົງຮູ້ຈັກໃຈເຮົາຈິ່ງບອກໄວ້ ວ່າຈົ່ງຮີບໄຫວ້ວອນພຣະເຈົ້າ *3 ເມື່ອອິດອ່ອນໜັກອົກໜັກໃຈນັ້ນ ມີທຸກໃຫຍ່ບໍ່ແພ້ອົດເອົາ ໂອ້ຜູ້ຊ່ອຍຂໍໃຫ້ໝູ່ເຮົາໝັ່ນ ໄຫວ້ວອນຂໍຈົນໄດ້ບັນເທົາ ເມື່ອໝູ່ຄູ່ໜ່າຍຊັງພາກອອກໄປ ຄວນອອກປາກເປັນຄຳອອ້ນວອນ ພຣະເຢຊູຈະຊົງອູ້ມເຮົາໄປ ນຳພຣະອົງຈະໄດ້ຮັບພອນ === code 127 title ທະຫານຂອງພຣະເຢຊູເຈົ້າ title_original Stand Up! Stand Up for Jesus! authors_lyric George Duffield, 1858 (1818-1888) authors_music George J. Webb, 1837 (1803-1887) *1 ທະຫານຂອງພຣະເຢຊູເຈົ້າ ຈົ່ງຕຽມຕົວໄວ້ໃຫ້ພ້ອມ ຈົ່ງຢືນຕໍ່ສູ້ໝູ່ມານຮ້າຍ ຮ່າງກາຍວາຍຊີບກໍຍອມ ທຳລາຍຄວາມຊົ່ວໃຫ້ຫາຍໄປ ດ້ວຍລິດຂອງອົງພຣະເຢຊູ ອອກຮົບຊະນະທຸກຍາມໄປ ເພາະພຣະຄຣິດຊ່ອຍຕໍ່ສູ້ *2 ທະຫານຂອງພຣະເຢຊູເຈົ້າ ຈົ່ງເຊື່ອຟັງພຣະວິນຍານ ຈົ່ງໃຫ້ພຣະອົງຊົງນຳທາງ ເໝືອນແກຊຶ່ງເປັນສັນຍານ ເມື່ອເຮົາຕ້ອງອອກໄປຕີເສິກ ຖືກຄວາມອົບເລວຮ້າຍວຸ້ນວາຍ ເຮົາກໍມີໄຊບໍ່ຕ້ອງຢ້ານ ຄວາມຊົ່ວຕ້ອງຖືກທຳລາຍ *3 ທະຫານຂອງພຣະເຢຊູເຈົ້າ ຂໍແຮງຈາກພຣະບິດາ ກຳລັງມະນຸດຊ່ອຍບໍ່ໄດ້ ຢ່າຫວັງເພິ່ງໃນຕົນເອງ ອາສັຍອຳນາດພຣະດຳລັດ ກ່າວແລ້ວໃຜເຊື່ອໄດ້ມີໄຊ ຈົ່ງທູນຂໍດ້ວຍຄວາມແນ່ໃຈ ເພື່ອໃຫ້ສົມນໍ້າພຣະໄທ *4 ທະຫານຂອງພຣະເຢຊູເຈົ້າ ການຕີເສິກສະຫງົບໄວ ວັນນີ້ສຽງຮົບຍັງກຶກກ້ອງ ຮຸ່ງຂຶ້ນສຽງຮ້ອງມີໄຊ ຖ້າໃຜຊະນະຕໍ່ມານຮ້າຍ ຈະໄດ້ມົງກຸດຝ່າຍຊີວິດ ແລ້ວຢູ່ກັບພຣະເຢຊູເຈົ້າ ຄຸ້ມຄອງຕະຫຼອດເປັນນິດ === code 128 title ເຈົ້າຜູ້ຮູ້ຄວາມທຸກລຳບາກຢູ່ title_original Take the Name of Jesus With You authors_lyric Lillian Baxter, 1870 (1809-1874) authors_music William H. Doane, 1871 (1832-1916) *1 ເຈົ້າຜູ້ຮູ້ຄວາມທຸກລຳບາກຢູ່ ຈົ່ງຖືນາມພຣະເຢຊູໄປ ຈະໄດ້ບັນເທົາ ແລະ ຄວາມຊຸ່ມຊື່ນ ຈົ່ງຖືໄປທາງມໍ່ທາງໄກ *ref ນາມປະເສີດດີລໍ້າເລີດ ຄວາມໄວ້ໃຈທັງໂລກທັງຟ້າ ນາມປະເສີດອັນດີລ້ຳເລີດ ຄວາມຍິນດີທັງໂລກທັງຟ້າ *2 ຈົ່ງຖືນາມພຣະເຢຊູຕໍ່ໄປ ເພື່ອບັງເຈົ້າພົ້ນຈາກສັດຕູ ຄັນຄວາມທົດລອງອ້ອມຢ່າສົງໃສ ຈົ່ງອ້ອນວອນເພິ່ງນາມເຢຊູ *3 ຄັນພຣະອົງຊົງອູ້ມຮັບເຮົາຢູ່ ໃຫ້ລີ້ນເຮົາຮ້ອງສັນລະເສີນ ໂອ້ພຣະນາມປະເສີດພຣະເຢຊູ ໃຈຂອງເຮົາຍິນດີເຫຼືອເກີນ *4 ຕໍ່ນາມພຣະເຢຊູເຮົານົບນ້ອມ ຂາບລົງໄຫວ້ທີ່ຂ້າງພຣະບາດ ໃນເມືອງຟ້າສະຫວັນຈະຍ້ອງຍໍ ພຣະຜູ້ເປັນເຈ້າອົງເມດຕາ === code 129 title ເຮົາຍຶດຫມັ້ນໃນຄຳສັນຍາ title_original Standing on the Promises authors_lyric R. Kelso Carter (1849-1928) *1 ເຮົາຢຶດໝັ້ນໃນຄຳສັນຍາຂອງອົງພຣະຄຣິດ ເຮົາຈະສັນລະເສີນພຣະອົງສະເໝີເປັນນິດ ສັນລະເສີນຍ້ອງຍໍພຣະອົງຜູ້ຊົງມີລິດ ຢຶດຖືຄຳສັນຍາຂອງພຣະອົງເຈົ້າ *ref ເຊື່ອຖື ເຊື່ອຖື ເຮົາເຊື່ອໝັ້ນຄຳສັນຍາຂອງພຣະເຈົ້າຜູ້ຊ່ວຍເຮົາ ເຊື່ອຖື ເຊື່ອຖື່ ເຊື່ອໝັ້ນໃນຄຳສັນຍາຂອງພຣະອົງເຈົ້າ *2 ເຮົາຢຶດໝັ້ນໃນຄຳສັນຍາທີ່ບໍ່ເຫລວໄຫລ ແມ່ນຄວາມທຸກຢູ່ຮອບຕົວເຮົາກໍບໍ່ຕົກໃຈ ມີຊີວິດໂດຍພຣະເຢຊູຊົງໃຫ້ມີໄຊ ຢຶດຖືຄຳສັນຍາຂອງພຣະອົງເຈົ້າ *3 ເຮົາຢຶດໝັ້ນໃນຄຳສັນຍາຈະລົ້ມບໍ່ໄດ້ ຟັງສຽງພຣະວິນຍານຊົງເອີ້ນຕາມທາງທີ່ໄປ ເຮົາເຕັມໃຈຈະມອບທຸກສິ່ງກັບພຣະຜູ້ໄຖ່ ຢຶດຖືຄຳສັນຍາຂອງພຣະອົງເຈົ້າ === code 130 title ໝູ່ກອງທັບພຣະຄຣິດ title_original Onward Christian Soldiers authors_lyric Sabine Baring-Gould, 1864 (1834-1924) authors_music Arthur S. Sullivan, 1871 (1842-1899) *1 ໝູ່ກອງທັບຂອງພຣະຄຣິດເຈົ້າ ຕ້ອງຕໍ່ສູ້ມານຮ້າຍ ໄມ້ກາງແຂນພຣະເຢຊູ ເປັນທີ່ນຳໜ້າໄປ ພຣະຄຣິດເຈົ້າຄືກະສັດໃຫຍ່ ສະເດັດເຖິງສັດຕູ ຮີບເຂົ້າເປັນທະຫານພຣະອົງເທີນ ຈົ່ງຍົກໄປເບິ່ງດູ *ref ໝູ່ກ້ອງທັບຂອງພຣະເຢຊູຄຣິດເຈົ້າ ຕ້ອງຕໍ່ສູ້ມານຮ້າຍ ໄມ້ກາງແຂນພຣະເຢຊູ ເປັນທີ່ນຳໜ້າໄປ *2 ໝູ່ເຮົາຄົງໄຊຊະນະຕີ ທັບຊາຕານແຕກໜີ ໝູ່ກອງທັບພຣະຄຣິດເຈົ້າ ຈົ່ງຊົມຊື່ນຍິນດີ ເຜດນາລົກຈະສັ່ນສາຍດ້ວຍ ສຽງຮ້ອງສັນລະເສີນ ຍົກເອົາສຽງຮ້ອງເພງພ້ອມກັນໄປ ຈົ່ງສຸກໃຈຈະເລີນ *3 ເໝືອນໝູ່ທັບອັນກ້າຫານໜັກ ຄຣິດສະຈັກແພ້ໄປ ເຮົາພີ່ນ້ອງຈົ່ງທ່ຽວທາງ ນຳຄົນໃຈເສາະໃສ ເຮົາບໍ່ແຕກແຍກພັດພາກກັນ ເປັນແຕ່ໝູ່ຊຸ່ມດຽວ ໃນຄວາມຮັກກັບຄວາມເຊື່ອໝັ້ນຄົງ ເຮົາຈະທຽວໄປຕາມ *4 ຄົນສັດຊື່ຈົ່ງເຂົ້າມາເທີນ ທີ່ໝູ່ເຮົາເປັນສຸກ ຮ້ອງສຽງໄຊຊະນະ ແລະ ຮ້ອງສຽງສັນລະເສີນ ຊາວສະຫວັນກັບທັງຊາວໂລກ ພາກັນຂາບວັນທາ ໄຫວ້ພຣະເຢຊູຄຣິດກະສັດໃຫຍ່ ແຕ່ບັດນີ້ສືບໄປ === code 131 title ຣັດສະໝີແຫ່ງການສະເດັດມາ title_original Advent Glory authors_lyric Joseph Harker, 1914 (1880-1970) *1 ທີວັນວານຜ່ານໄປໃກ້ເວລາພຣະຜູ້ຊ່ອຍສະເດັດມາ ດວງຕາພາກັນເບິ່ງພຣະອົງຊົງສະຫງ່າ ເຄື່ອງຫມາຍແຫ່ງການມາຊູໃຈບັນດາຜູ້ເຊື່ອໃຫ້ຊື່ນຊົມ ດ້ວຍຄວາມສຸກລົ້ນເພີ່ມຄວາມຮັກໃນພຣະອົງ *ref ຈະໄດ້ພົບພຣະອົງທ່ານ ແສນສຳລານຈະໄດ້ຮ່ວມໃນສະຫງ່າລາສີ ຈະໄດ້ພົບພຣະອົງທ່ານ ແສນສຳລານຈະໄດ້ມີສາຍາເຊັ່ນພຣະອົງ *2 ດ້ວຍລັດສະໝີຂອງພຣະບິດາເຕັມທ້ອງນະພາໄພສານ ພ້ອມທູດສະຫວັນສະຫວ່າງງາມສຸດຄະນາ ຈອມລາຊາສະເດັດມາດ້ວຍລິດທາຜູ້ເຊື່ອໃຫ້ຊື່ນຊົມ ດ້ວຍຄວາມສຸກລົ້ນເພີ່ມຄວາມຮັກໃນພຣະອົງ *3 ຂໍໃຫ້ເຮົາເຫຼົ່າທູດແຫ່ງຄວາມສະຫ່ວາງຕັ້ງລໍຄອຍຖ້າດ້ວຍ ໃຈຮັກເຊື່ອອົດທົນຮ້ອນຮົນໃຈໄດ້ຮ່ວມ ກັນສັນລະເສີນເພີນໃຈໃນນະພາຜູ້ເຊື່ອໃຫ້ຊື່ນຊົມ ດ້ວຍຄວາມສຸກລົ້ນເພີ່ມຄວາມຮັກໃນພຣະອົງ === code 132 title ໂອ້ພຣະເຢຊູຜູ້ຊົງຮັກສາລ້ຽງ *1 ໂອ້ພຣະເຢຊູຜູ້ໂຜດຮັກສາລ້ຽງ ພວກຂ້າທັງຫຼາຍໃຫ້ມີຊີວິດຢູ່ ໃນທຸກວັນທຸກເວລາເລື້ອຍບໍ່ຂາດ *ref ໂອ້ຜູ້ຊ່ອຍຂອງມະນຸດທັງຫຼາຍນີ້ ອົງປະເສີດຂອງເຮົາຜູ້ຊົງຕາຍແທນ ຢູ່ທີ່ໄມ້ກາງແຂນໃນສາມວັນພຣະອົງຊົງເປັນຄືນມາ *2 ໄດ້ຊົງຮັບພຣະກຽດນຳພຣະບິດາ ໃນຟ້າສະຫວັນມີພຣະທີ່ນັງໃຫຍ່ ຕັ້ງຢູ່ຂ້າງຂວາຂອງອົງພຣະບິດາ *3 ພຣະເຢຊູຊົງປະທານພຣະວິນຍານ ແກ່ຜູ້ທີ່ເຊື່ອໃນພຣະເຢຊູເຈົ້າ ໃຫ້ມີຄວາມພຽນຮຽນຂັບຕາມຄຳສັງ *4 ຍັງບໍ່ເຫິງພຣະເຢຊູສະເດັດມາ ຮັບເອົາພວກເຮົາຂຶ້ນຢູ່ນຳພຣະອົງ ແຕ່ວ່າບໍ່ໄດ້ຊົງບອກຍາມ ຫຼື ໂມງ === code 133 title ແມ່ນຜິດ authors_music Unknown, Arr. by Erik Mundall *1 ແມ່ນຜິດພຮະອົງຂໍຊົງອະໄພ ຍົກໃຫ້ບາບເກົ່າທີ່ທຳຜ່ານມາ ພັ້ງພາດດ້ວຍໃຈ ແລະ ກາຍວາຈາ ວິນຍານບໍ່ມີສຸກສັນ ດວງຈິດຜິດໄປເພາະໄວອ່ອນເຍົາ ຄຸເຂົ່າອ້ອນວອນຂໍສອນອີກທີ ຍົກໂທດບາບເກົ່າທີ່ທຳມາກມີ ຊີວີເປັນຂອງພຣະອົງ *ref ກັບມາໄຝ່ຫາເມດຕາຄັ້ງໃດ ໝັ້ນໃຈໃນຄວາມຮັກອັນຫັ້ນຄົງ ບໍ່ເຄີຍຊອກຊໍ້າຊໍ້າເຕີມຕໍ່າລົງ ແຕ່ຊົງອະໄພເຊີດຊູ ຄວາມຮັກເຊັ່ນນີ້ບໍ່ມີທີ່ໃຜ ນອກໃນຈາກອົງພຣະເຢຊູ ບາງຄັ້ງຫຼັ່ງໄຫຼນໍ້າຕາພັ້ງພູ ເມື່ອຮູ້ຊຶ້ງໃນພຣະຄຸນ *2 ແມ່ນຜິດພຮະອົງຂໍຊົງອະໄພ ຊ່ວຍໃຫ້ກັບໃຈຕັ້ງຕົ້ນອີກທີ ຫວັງແຕ່ພຽງຄວາມເມດຕາປານີ ໃຫ້ມີກຳລັງມີຄວາມຫວັງ ພັງຜິດດ້ວຍຈິດຄິດບໍ່ເຊື່ອຟັງ ສອນສັ່ງແຕ່ຍັງລະເລີຍປ່ອຍຕົວ ຊ່ວຍໂປດຊຳລະພົ້ນຄວາມເມົາມົວ ຄວາມກົວກາຍເປັນຍິນດີ === code 134 title ໂລກນີ້ຂອງພຣະບິດາ title_original This Is My Fathers World authors_lyric Maltbie D. Babcock, 1901 (1858-1901) authors_music Franklin L. Sheppard, 1915 (1852-1930) *1 ໂລກນີ້ຂອງພຣະບິດາ ແລະ ເມື່ອຂ້າຫງ່ຽງຫູຂ້າ ຟັງເປັນບົດເພງທຳມະຊາດບັນເລງ ເປັນບົດເພງຈັກກະວານ ໂລກນີ້ຂອງພຣະບິດາ ຂ້າຄະນຶງໃນດວງໃຈ ລາດຊະກິດນານາປະກົດບົນຟ້າ ພູຜາປ່າໄມ້ສາຍທານ *2 ໂລກນີ້ຂອງພຣະບິກາ ສັກກຸນາຮ້ອງປະສານ ສຽງແສງທອງສ່ອງມາໄອອຸ່ນຍາມເຊົ້າ ປະກາດລິດທາພຣະເຈົ້າ ໂລກນີ້ຂອງຂອງພຣະເຈົ້າ ທຸກສິ່ງດີງາມເກີດຂຶ້ນ ມາທົ່ວແຜ່ນດິນໂລກນີ້ຜ່ານໄປ ບອກໄວ້ກັບເຮົາທຸກແຫ່ງ *3 ໂລກນີ້ເປັນຂອງພຣະເຈົ້າ ຢ່າໃຫ້ໃຈຂ້າລື່ມໄປ ເຖິງມານຮ້າຍຈະຄິດທຳລາຍຕົວຂ້າ ພຣະເຈົ້າຄຸ້ມຄອງຂ້າໄວ້ ໂລກນີ້ເປັນຂອງພຣະເຈົ້າ ຢ່າໃຫ້ໃຈຂ້າໝົນໝອງ ພຣະເຈົ້າຄຸ້ມຄອງສະຫວັນຫ້ອງເພງ ໃຫ້ໂລກບັນເລງຊື່ນຊົມ === code 135 title ຂໍພຣະພອນ title_original Come, Thou Fount of Every Blessing authors_lyric Robert Robinson, 1758 authors_music Asahel Nettleton, 1825 *1 ຂໍພຣະພອນຈາກເບື້ອງເທິງລົງມາ ໃຫ້ໃຈຂ້າລົ້ນເໝືອນລຳທານ ຂອງທຸກສິ່ງທີ່ຂ້າໄດ້ມີຢູ່ ລ້ວນພຣະອົງເປັນຜູ້ປະທານ ໂມທະນາພຣະຄຸນຂອງພຣະເຢຊູ ດ້ວຍຂັບຮ້ອງບົດເພງຖະຫວາຍ ຂ້າຢືນຢູ່ເທິງສິລາໝັ້ນຄົງ ຄືພຣະອົງຜູ້ຮັກຫລວງຫລາຍ *2 ໃນອາດີດຊົງຊ່ອຍໃຫ້ມີໄຊ ດຽວນີ້ຂ້າຈິ່ງເພິ່ງອາໃສ ຂໍຊົງເມດຕາຂ້າສະເໝີໄປ ທັງຈະຊ່ອຍຈົນເຖິງວັນຕາຍ ພຣະເຢຊູໄດ້ຊົງຕິດຕາມຫາຂ້າ ເມື່ອຫຼົງຈາກທາງໄປສະຫວັນ ພຣະອົງຊົງເປັນຄວາມຮັກອັນໃຫຍ່ ໄຖ່ດ້ວຍໂລຫິດອັດສະຈັນ *3 ຂ້າເປັນໜີ້ພຣະຄຸນພຣະເຢຊູ ຊົງສະລະພຣະຊົນເພື່ອໄຖ່ ຂໍໃຫ້ຄວາມດີຂອງພຣະອົງນີ້ ດຶງດວງໃຈຂ້າຈົນວັນຕາຍ ພຣະອົງຊົງຮັກຂ້າສະເໝີຕໍ່ໄປ ແຕ່ຂ້າມັກຫລົງລື່ມພຣະຄຸນ ຕັ້ງແຕ່ນີ້ໄປຂໍຖະຫວາຍຕົວ ກັບພຣະອົງຈົນວັນສຸດທ້າຍ *4 ພຣະບິດາພຣະບຸດພຣະວິນຍານ ກໍປະທານແກ່ສິດທັງຫລາຍ ຖ້າພຣະອົງບໍ່ສະເດັດມາໂຜດ ຂ້າຕ້ອງມ້ວຍຕ້ອງໄດ້ຈິບຫາຍ ຂໍຊົງເອັນດູຂ້າໂຜດເອັນດູຂ້າ ພຣະອົງດຽວໂຜດໃຫ້ພົ້ນໄດ້ ຂໍເມດຕາຂ້າໂຜດເມດຕາຂ້າ ພຣະອົງດຽວໂຜດໃຫ້ພົ້ນໄດ້ === code 136 title ພຣະເຢຊູນຳທາງແຫ່ງຊີວິດ title_original All the Way authors_lyric Fanny J. Crosby, 1875, alt. (1820-1915) authors_music Robert Lowry, 1875 (1826-1899) *1 ພຣະເຢຊູນຳທາງແຫ່ງຊີວິດ ບໍ່ມີໃຜຍິ່ງໃຫ່ຍກວ່ານີ້ ຂ້າບໍ່ສົງໃສໃນຄວາມປານີ ໃນທາງທີ່ພຣະຊົງນຳໄປ ພຣະປະທານສັນຕິແຫ່ງສະຫວັນ ເພາະຂ້າເຊື່ອພຣະບໍ່ເສື່ອມຄາຍ ຫາກຂ້າມີຄວາມທຸກຍາກອັນໃດ ພຣະຈະໃຫ້ທຸກຄາຍສິ້ນໄປ ຫາກຂ້າມີຄວາມທຸກຍາກອັນໃດ ພຣະຈະໃຫ້ທຸກຄາຍສິ້ນໄປ *2 ພຣະເຢຊູນຳທາງແຫ່ງຊີວິດ ໄປທີ່ໃດມີແຕ່ຍິນດີ ເມື່ອມີມານຮຸກຮານ ແລະ ຮາວີ ພຣະຍິນດີປາບປາມເພື່ອຂ້າ ໂດຍເດດພຣະຄຸນທີ່ຊົງປະທານ ຂ້າຈິ່ງມີກຳລັງທຸກວັນ ເມື່ອຂ້າເພຍອິດເມື່ອຍໃນວິນຍານ ບັນດານໃຫ້ມີນໍ້າຫຼວງຫຼາຍ ເມື່ອຂ້າເພຍອິດເມຶ່ອຍໃນວິນຍານ ບັນດານໃຫ້ມີນ້ຳມາກຫຼາຍ *3 ພຣະເຢຊູນຳທາງແຫ່ງຊີວິດ ແສນຍິນດີທີ່ຊົງຮັກເຮົາ ຊົງສັນຍາຢ່າງແທ້ເປັນແນ່ນອນ ຈະໃຫ້ຂ້າໄປຢູ່ສະຫວັນ ວັນທີ່ຂ້າມີຊີບຊົ່ວນິລັນ ພຣະອົງທ່ານໄດ້ນຳທາງຂ້າ ຈະຮ້ອງເພງຊົ່ວຊີບອັນນິຣັນ ພຣະອົງທ່ານໄດ້ນຳທາງຂ້າ ຂ້າຈະຮ້ອງເພງຊົ່ວຊີບນິຣັນ ພຣະອົງທ່ານໄດ້ນຳທາງຂ້າ === code 137 title ຄືນວັນຈະລາລັບໄປ title_original Now the Day Is Over authors_lyric Joseph Barnby, 1868 (1838-1896) authors_music Sabine Baring-Gould, 1865 (1834-1924) *1 ກາງເວັນຈະລາລັບໄປ ໃກ້ຈະຮອດກາງຄືນ ເງົາມືດຂອງຍາມຄຳນີ້ ເບິ່ງຢູ່ທີ່ເທິງຟ້າ *2 ພຣະອົງໂຜດຜູ້ທີ່ ອິດເໝື່ອຍລຳບາກໄດ້ ພັກຜ່ອນດ້ວຍຮັກໂຜດຊົງ ອວຍພອນໃຫ້ລັບສະບາຍ *3 ກາງຄືນໂຜດຊ່ວຍຮັກສາ ໂດຍເທວາຂອງທ່ານ ດ້ວຍກາງປີກປົກປ້ອງຂ້າ ເຝົ້າປ້ອງກັນຍາມນອນ === code 138 title ຈົ່ງເຮັດການດ້ວຍໃຈກ້າ title_original To the Work authors_lyric Fanny J. Crosby (1820-1915) authors_music William H. Doane (1832-1915) *1 ຈົ່ງເຮັດການດ້ວຍໃຈກ້າເຮົາເປັນສິດພຣະເຢຊູ ເຮົາຈົ່ງຕາມທາງທີ່ພາເຖິງຊີວິດຕະລອດໄປ ພຣະເຢຊູຊົງຢູ່ນຳຈິ່ງບໍ່ຢ້ານອັນຕະລາຍ ພຣະອົງຊົງໂຜດຮັກສາເຮົາໃຫ້ຢູ່ສຸກສຳບາຍ *ref ຈົ່ງເຮັດການດ້ວຍໃຈກ້າ ຈົ່ງເຮັດການດ້ວຍໃຈກ້າ ຈົ່ງຣະວັງ ແລະ ອ້ອນວອນ ພຣະເຢຊູສະເດັດມາໂດຍເຣວ *2 ຈົ່ງເຮັດການດ້ວຍໃຈກ້າພາກັນຊ່ອຍຄົນໃຈທຸກ ຜູ້ໃດໜີຈາກພຣະເຈົ້າໃຫ້ເຂົາໄດ້ຮັບຄວາມສຸກ ເຊີນເຂົາໃຫ້ເພ່ງຕາເບິ່ງໄມ້ກາງແຂນຂອງພຣະອົງ ບອກເຂົາໃຫ້ຮັບເອົາພຣະຜູ້ຊົງໂຜດໃຫ້ໝັ້ນຄົງ *3 ຈົ່ງເຮັດການດ້ວຍໃຈກ້າພຣະເຈົ້າຊົງເອີ້ນໝູ່ເຮົາ ໃຫ້ເຮັດການຂອງພຣະອົງບໍ່ໃຫ້ຢຸດບໍ່ໃຫ້ເຊົາ ຢ່າໃຫ້ມີຄວາມລະອາຍຊ້ຳຕ້ອງລື່ມການຕົນເອງ ບົວລະບັດພຣະເຢຊູດ້ວຍສຸດໃຈ ແລະ ສຸດແຮງ *4 ຈົ່ງເຮັດການດ້ວຍໃຈກ້າຢ່າຂາດຈົນສຸດຊີວິດ ເຮົາຈົ່ງເປັນພຣະຍານຝ່າຍພຣະອົງເຈົ້າເຢຊູຄຣິດ ພາກັນຕາມພຣະເຢຊູມີໃຈອົດທົນຄວາມທຸກ ຈົນໄດ້ພັກເຊົາຢູ່ໃນຟ້າສະຫວັນໄດ້ຄວາມສຸກ === code 139 title ຈົ່ງກ້າທຳດີ title_original Dare to Do Right authors_lyric Rev. G. Lansing Taylor authors_music F. E. Belden *1 ຈົ່ງກ້າເຮັດດີ ກ້າເປັນຄົນຈິງ ທ່ານມີງານເຊິ່ງບໍ່ມີໃຜອື່ນເຮັດໄດ້ ເຮັດດ້ວຍຄວາມກ້າຫານດ້ວຍໃຈຮັກເມດຕາ ທູດສະຫວັນຈະນຳເລື່ອງທູນພຣະບິດາ ທູດສະຫວັນຈະນຳເລື່ອງທູນພຣະບິດາ *ref ຈົ່ງກ້າເຮັດດີ ກ້າເປັນຄົນຈິງ ກ້າ ກ້າ ກ້າເປັນຄົນຈິງ *2 ຈົ່ງກ້າເຮັດດີ ກ້າເປັນຄົນຈິງ ຄວາມບົກພ່ອງຂອງຄົນອື່ນຊ່ອຍທ່ານນຳໄດ້ ຈົ່ງຈັ້ງຕັ້ງສະຕິຮັກກຽດ ແລະ ເຊື່ອໄວ້ ຢືນກ້າເຊັ່ນວິລະຊົນສູ້ຈົນຊີບວາຍ ຢືນກ້າເຊັ່ນວິລະຊົນສູ້ຈົນຊີບວາຍ *3 ຈົ່ງກ້າເຮັດດີ ກ້າເປັນຄົນຈິງ ນຶກເຖິງພາບວັນພິພາກສາສະເໝີໄວ້ ງານໃດຊຶ່ງເຮົາກະທຳຈົ່ງເຝົ້າຕິຕອງ ເພາະພະເຈົ້າທູດສະຫວັນມະນຸດຈ້ອງມອງ ເພາະພະເຈົ້າທູດສະຫວັນມະນຸດຈ້ອງມອງ *4 ຈົ່ງກ້າເຮັດດີ ກ້າເປັນຄົນຈິງ ພຣະເຢຊູຄຣິດຈະພາທ່ານຜ່ານເຂົ້າສູ່ ເມືອງງາມ ແລະ ຕຶກລາມເບື້ອງຫນ້າບັນລັງໃຫ່ຍ ທ່ານບໍ່ກ້າເຮັດແທ້ ແລະ ເຮັດດີ ຫຼື ບໍ່ ທ່ານບໍ່ກ້າເຮັດຈິງ ແລະ ທຳດີ ຫຼື ບໍ່ === code 140 title ເມື່ອຂ້າຄິດເຖິງພຣະເຢຊູ title_original Jesus the Very Thought of Thee authors_lyric John B. Dykes, 1866 authors_music Bernard of Clairvaux *1 ເມື່ອຂ້າຄິດເຖິງພຣະເຢຊູເຈົ້າ ບັງເກີດມີຄວາມຊື່ນໃຈ ຈະມີຄວາມສຸກຫຼາຍກວ່ານັ້ນ ເມື່ອພຣະອົງຢູ່ໃກ້ *2 ນາມພຣະເຢຊູຍິ່ງໃຫຍ່ປະເສີດ ບໍ່ມີສິ່ງໃດທຽບໄດ້ ສະຫງ່າລາສີພຣະອົງ ສ່ອງສະຫວ່າງໄປທຸກແຫ່ງ *3 ພຣະເຈົ້າຊົງຮັກຄົນທີ່ຖອມໃຈ ເຂົາເກີດປິຕິຍິນດີ ເມື່ອເຮົາສະດຸດລົ້ມລົງ ພຣະອົງຊົງຊູເຮົາຂຶ້ນ *4 ຄັນເມື່ອໄດ້ພົບອົງພຣະເຢຊູ ຈະໄດ້ຄວາມຮັກອິ່ມໃຈ ນອກຈາກເຫຼົ່າສິດບໍ່ມີ ໃຜຮູ້ຄວາມຮັກພຣະອົງ === code 141 title ພຣະພັກພຣະເຈົ້າ title_original Majestic Sweetness *1 ພຣະພັກພຣະເຈົ້າຜ່ອງໃສເຫຼື້ອມຕາ ດ້ວຍພຣະສະງ່າລາສິ ພຣະສຽນຊົງສຸບມົງກຸດມີຄ່າ ພຣະໂອດລົ້ນດ້ວຍພຣະຄຸນ ພຣະໂອດລົ້ນດ້ວຍພຣະຄຸນ *2 ທົ່ວໂລກພິພົບຫາປຽບບໍ່ມີ ມະນຸດຄົນໃດບໍ່ປານ ທົ່ວຟ້າສະຫວັນ ແລະ ຈັກກະວານ ພຣະເຈົ້າຊົງຍົດໃຫ່ຍຫຼວງ ພຣະເຈົ້າຊົງຍົດໃຫ່ຍຫຼວງ *3 ຕົວຂ້າເປັນໜີ້ພຣະອົງຫຼວງຫຼາຍ ຊີວິດຈິດໃຈ ແລະ ກາຍ ການຊົງຄຶງໄວ້ເຮັດໃຫ້ມີໄຊ ພົ້ນຈາກຂຸມມໍລະນາ ພົ້ນຈາກຂຸມມໍລະນາ *4 ຂ້າໄວ້ໃຈວ່າພຣະອົງຊົງນຳ ໃຫ້ຂ້າເຖິງຟ້າສະຫວັນ ເມື່ອຂ້າເຂົ້າເຝົ້າໃກ້ສິດພຣະຊວງ ດວງຈິດຂອງຂ້າເບີກບານ ດວງຈິດຂອງຂ້າເບີກບານ === code 142 title ເຮົາມີຄວາມຫວັງ title_original We Have This Hope authors_lyric Wayne Hooper, 1962 authors_music Wayne Hooper, Arr. by Erik Mundall *1 ເຮົາມີຄວາມຫວັງປະຈັກຢູ່ໃນຈິດໃຈ ຫວັງໃນການກັບມາຂອງພຣະເຈົ້າ ເຮົາມີຄວາມເຊື່ອພຣະຄຣິດສະຖິດກັບເຮົາ ເຊື່ອໃນຄໍາສັນຍາຂອງພຣະເຈົ້າ ເຮົາເຊື່ອວ່າຈະເຖິງເວລາ ທີ່ທຸກຊາດພາສາໃກ້ໄກ ຈະລຸກຂຶ້ນຮ້ອງເພງອວຍໄຊ ຮາເລລູຢາຈອມລາຊາ ເຮົາມີຄວາມຫວັງປະຈັກຢູ່ໃນຈິດໃຈ ຫວັງໃນການກັບມາຂອງພຣະເຈົ້າ === code 143 title ໃຈຊົ່ວເທົ່າໃດ ຂ້າໄດ້ເຊື່ອວ່າ title_original Just As I Am authors_lyric William B. Bradbury, 1849 (1816-1868) authors_music Charlotte Elliott, 1836 (1789-1871) *1 ໃຈຊົ່ວເທົ່າໃດຂ້າໄດ້ເຊື່ອວ່າ ໂລຫິດພຣະອົງໄດ້ໄຫຼເພື່ອຂ້າ ໄດ້ຊົງເອີ້ນມາເຊີນມາຢ່າຊ້າ ໂອພຣະເຢຊູດຽວນີ້ຂ້າມາ *2 ບາບມີເທົ່າໃດຂ້າບໍ່ອຳໄວ້ ຂ້າເອງບໍ່ອາດຊຳລະລ້າງໄດ້ ຂໍໂຜດລ້າງບາບໃຫ້ໃຈສະອາດ ໂອພຣະເຢຊູດຽວນີ້ຂ້າມາ *3 ກັງວົນອຸກໃຈວຸ້ນວາຍຫຼວງຫຼາຍ ຖືກມານລົບກວນຈົນເກິດສົງໄສ ຕໍ່ສູ້ພາຍນອກ ແລະ ຢ້ານພາຍໃນ ໂອພຣະເຢຊູດຽວນິ້ຂ້າມາ *4 ເມື່ອກ່ອນໃຈຂ້າປຽບເໝືອນຕາບອດ ຂ້າຊອກສະແຫວງສະຫວ່າງທຸກຢ່າງ ຈຶ່ງໄດ້ທຸກສິ່ງໃນພຣະອົງເຈົ້າ ໂອພຣະເຢຊູດຽວນີ້ຂ້າມາ *5 ໃຈບາບເທົ່າໃດພຣະອົງຊົງຮັບ ຍົກໂທດຊຳລະຜິດບາບໃຫ້ດັບ ເມື່ອຂ້າອ້ອນວອນພຣະອົງໂຜດຟັງ ໂອພຣະເຢຊູດຽວນີ້ຂ້າມາ *6 ໂດຍຄວາມຮັກໃຫຍ່ໜາອັດສະຈັນ ພຣະອົງຊົງເລີກສິ່ງທີ່ຂັດຂວາງ ເພື້ອໄດ້ເປັນສິດຕິດຕາມທຽງໝັ້ນ ໂອພຣະເຢຊູດຽວນີ້ຂ້າມາ === code 144 title ພຣະເຢຊູຜູ້ນຳຊີວີດ title_original Jesus, Saviour, Pilot Me authors_lyric Edward Hopper, 1871 (1818-1888) authors_music John E. Gould, 1871 (1822-1875) *1 ພຣະເຢຊູຜູ້ນຳຊີວິດ ໂປດນຳຮ້ອງຂ້າດ້ວຍປານີ ໃນທະເລຮ້າຍແຫ່ງຊີວິດ ຄື້ນຂ້າງຫນ້າຊັດມາຮອບທິດ ສິລາຮ້າຍໃຕ້ຄື້ນກໍມີ ພຣະເຢຊູໂປດນຳຂ້າທີ *2 ພຣະອາດຫ້າມປາມທະເລຮ້າຍ ດັ່ງມານດາປອບບຸດຮ້ອງໃຫ້ ທະເລຮ້າຍຄື່ນລົມກໍຢຸດ ຕາມພະຄຳອັນບໍລິສຸດ ໂອ້ພຣະເຈົ້າແຫ່ງທະເລໃຫ່ຍ ໂປດນຳຮ້ອງໃຫ້ຂ້າພົ້ນໄພ *3 ເມື່ອຂ້າໄປເກືອບໃກ້ຮອດຝັ່ງ ໄດ້ຍິນແຕ່ສຽງຄື້ນຊັດດັງ ຂ້າຝາກກາຍຢູ່ໃກ້ກັບພຣະ ຂໍແນບຊິດທີ່ພຣະອຸຣະ ໃຫ້ຂ້າໄດ້ຍິນສຽງສຽງ ພຣະອົງວ່າຢ່າຢ້ານເຮົາຈະນຳ === code 145 title ເທີດທູນພຣະອົງ title_original Lift Him Up authors_lyric May E. Warren authors_music D. S. Hakes *1 ຍົກພຣະອົງຜູ້ຊວ່ຍຊີວິດຄົນ ຕາຍກັບຄືນມີຊີວິດໃໝ່ ຜູ້ບາບຊົ່ວທີ່ຫິວກະຫາຍພຣະອົງຈະໃຫ້ນໍ້າແຫ່ງຊີວິດ ພຣະອົງເປັນພຣະເຈົ້າແຕ່ພຣະອົງ ຖອມຕົວລົງມາໂລກມະນຸດ ຄົນຕາບອດສາມາດເບິ່ງເຫັນໄດ້ ດ້ວຍລິດອຳນາດຂອງພຣະເຈົ້າຍົກ *ref ພຣະອົງຜູ້ຊົງຄືນຊີວິດຢູ່ ເໜືອທຸກສິ່ງໃນໂລກນີ້ຟັງ ພຣະອົງເມື່ອຊົງເອິ້ນເຮົາໃຫ້ໜີ ຈາກຄວາມບາບຫາພຣະອົງ *2 ຍົກພຣະອົງຜູ້ປະເສີດລຳເລີດ ໃຫ້ສູງເດັນຈົນທຸກຄົນເຫັນ ຜູ້ສະແຫວງຫາຈະໄດ້ພົບເຫັນ ໃຫ້ພຣະອົງຮັບເປັນໄພ່ພົ້ນ ໃຫ້ເຂົາມີໃຈຊວນຄົນຫຼວງຫຼາຍ ມາຫາພຣະອົງດ້ວຍເຕັມໃຈ ເຂົາຈະມີໃຈແບກໄມ້ກາງແຂນ ຮັບຄວາມລອດຍິນດີເຫຼືອຫຼາຍ *3 ຍົກບູຊາຜູ້ຊົງສະຫງ່າລາສີ ບຸດພຣະເຈົ້າຜູ້ສູງສຸດ ຍົກສູງຂຶ້ນໃຫ້ທຸກຄົນໄດ້ເຫັນ ພຣະເມດຕາຂອງພຣະອົງເຈົ້າ ໃຫ້ຄົນໄດ້ຍິນເລື່ອງໄມ້ກາງແຂນ ທີ່ມານຮ້າຍໄດ້ເຮັດຜິດໄວ້ ຈົ່ງເລົ່າເລື່ອງນີ້ແກ່ຄົນທັງຫຼາຍ ໃຫ້ມີຈິດໃຈຮັກພຣະອົງ *4 ຈົ່ງເທີດທູນດ້ວຍສຽງຮ້ອງສັນເສີນ ເທີດບູຊາເວລາໄວ້ວອນ ພຣະອົງຊົງເປັນຜູ້ໄຖ່ຄວາມບາບ ແລະ ຮັບຄວາມບາບຂອງມະນຸດ ຄົນໜຸ່ມຈົ່ງຄຸເຂົາຂາບໄວ້ ແລະ ຄົນເຖົ້າແກ່ຮ້ອງເພງຖະຫວາຍ ໃຫ້ຄົນຫູໜວກຟັງເພງສັນເສີນ ຄົນປາກກືກຮ້ອງເພງອວຍໄຊ === code 146 title ພຣະບິດາຂ້າມາເຝົ້າ title_original Father, We Come to Thee authors_lyric F. E. Belden authors_music W. J. Bostwick *1 ພຣະບິດາຂ້າມາເຝົ້າ ບໍ່ມີພຣະອື່ນເທົ່າທຽມ ໂປດເປັນທີ່ພື່ງແກ່ຂ້າ ເມື່ອຂ້າມາຫາ ຖ້າພຣະເຫີນຫ່າງຈາກໂລກ ທຸກສິ່ງເບິ່ງມືດເສົ້າໂສກ ຂໍໄດ້ໂປດຢູ່ກັບຂ້າ ໂອ້ພຣະບິດາ *ref ພຣະບິດາຂ້າມາຫາ ຂໍຢ່າຫນ່າຍຂ້າ ບໍ່ມີທີ່ເພີ່ງອື່ນໃດ ໂປດຟັງຂ້າວອນ *2 ໂປດຊ່ອຍກຳຈັດໂພຍໄພ ໃຫ້ພົ້ນຈາກທຸກທັງຫຼາຍ ໃຫ້ຂ້າສຸກກາຍສຸກໃຈ ໃນຍາມມີໄພ ຂ້າຫວາດກວາ ແລະ ອ່ອນແຮງ ຊ່ອຍຂ້າໃຫ້ໃຈເຂັ້ມແຂງ ໃຫ້ຢູ່ໃຕ້ຫັດສັກສິດ ອັນຊົງຣິດທາ *3 ພຣະຄຸນຂອງພຣະບິດາ ໂປດໄດ້ເຜີຍແຜ່ເຖິງຂ້າ ໂປດຄອຍຊ່ອຍອຸປະຖຳ ແລະ ນຳຫົນທາງ ນຳບາດອັນທີ່ເມື່ອຍລ້າ ຂອງຂ້ານີ້ອີກຕໍ່ໄປ ຈົນກ່ວາຈະຮອດທີ່ຫມາຍ ຢູ່ກັບພຣະອົງ === code 147 title ດ້ວຍຄວາມເຊື່ອຂ້າແຫງນຫນ້າ title_original My Faith Looks Up to Thee authors_lyric Ray Palmer, 1830 (1808-1887) authors_music Lowell Mason, 1832 (1792-1872) *1 ດ້ວຍຄວາມເຊື່ອຂ້າແຫງນໜ້າ ເບິ່ງທີ່ໂຄລາໂຄທາ ໂອ້ພຣະເຢຊູ ໂຜດຟັງຄວາມອ້ອນວອນນີ້ ໂຜດຍົກບາບໂທດຖ້ວນຖີ່ ໂຜດຮັບຂ້າຕໍ່ໄປນີ້ ເປັນບຸດພຣະເຈົ້າ *2 ຂໍພຣະຄຸນຊ່ອຍອຸດໜູນ ໃຈຂ້າຢ່າງບໍລິບູນ ຕັ້ງໃຈຮ້ອນຮົນ ພຣະຜູ້ຊົງຕາຍຕາງຂ້າ ຂໍຮັກພຣະອົງໜັກໜາ ຢ່າງບໍລິສຸດສັດທາ ຮ້ອນເໝືອນແປວໄຟ *3 ເຖິງຄາວຊີວິດສຸດທ້າຍ ແມ່ນນໍ້າຮ້າຍແຫ່ງຄວາມຕາຍ ຖ້ວມຂ້າມື້ນັ້ນ ຢ້ານ ຫຼື ສົງໃສບໍ່ໄດ້ ຍ້ອນຄວາມຮັກພຣະຜູ້ໄຖ່ ຂໍໂຜດຊົງຮັບຂ້າ ໄປເຖິງຟ້າສະຫວັນ === code 148 title ມີເພງອັນມ່ວນ title_original Since I Have Been Redeemed authors_lyric Edwin O. Excell (1851-1921) *1 ມີເພງອັນມ່ວນຂ້າມັກຮ້ອງຢູ່ ຕັ້ງແຕ່ໄດ້ຊົງໄຖ່ໄວ້ ເປັນເລື່ອງຂອງພຣະອົງເຈົ້າເຢຊູ ຕັ້ງແຕ່ໄດ້ຊົງໄຖ່ໄວ້ *ref ຕັ້ງແຕ່ໄດ້ຊົງໄຖ່ໄວ້ ຕັ້ງແຕ່ໄດ້ຊົງໄຖ່ໄວ້ ຂ້າກໍສັນລະເສີນພຣະນາມ ຕັ້ງແຕ່ໄດ້ຊົງໄຖ່ໄວ້ ຂ້າກໍສັນລະເສີນພຣະນາມພຣະອົງ *2 ພຣະເຢຊູຄຣິດໂຜດເຕັມອີ່ມໃຈ ຕັ້ງແຕ່ໄດ້ຊົງໄຖ່ໄວ້ ຂ້າຊອບໃຈເຮັດຕາມນ້ຳພຣະໄທ ຕັ້ງແຕ່ໄດ້ຊົງໄຖ່ໄວ້ *3 ມີຄຳພຣະຍານຄັກແນ່ໃນໃຈ ຕັ້ງແຕ່ໄດ້ຊົງໄຖ່ໄວ້ ຄວາມຢ້ານທັບຄວາມສົງໃສຈິ່ງຫາຍ ຕັ້ງແຕ່ໄດ້ຊົງໄຖ່ໄວ້ *4 ມີຄວາມຍິນດີຈົນປຽບບໍ່ໄດ້ ຕັ້ງແຕ່ໄດ້ຊົງໄຖ່ໄວ້ ບັງເກີດມີຍ້ອນໂລຫິດທີ່ໄຫຼ ຕັ້ງແຕ່ໄດ້ຊົງໄຖ່ໄວ້ *5 ມີທີ່ອາໄສພຣະອົງຈັດໃຫ້ ຕັ້ງແຕ່ໄດ້ຊົງໄຖ່ໄວ້ ທີ່ນັ້ນຂ້ານ້ອຍຈະຢູ່ຕໍ່ໄປ ຕັ້ງແຕ່ໄດ້ຊົງໄຖ່ໄວ້ === code 149 title ພຣະບິດາຂ້ານ້ອຍ title_original Wide, Wide As the Ocean authors_lyric C. Austin Miles, 1914 (1868-1946) *1 ພຣະວິນຍານຂ້ານ້ອຍແມ່ນມະຫາກະສັດໃຫຍ່ ຊົງສ້າງແຜ່ນດິນກັບນໍ້າທັງຫຼາຍ ພຣະທີ່ນັ່ງຢູ່ຟ້າແຕ່ພຣະອົງຊົງຢູ່ໃກ້ ຊົງປ້ອງຮັກສາຂ້ານ້ອຍ *ref ກວ້າງທໍ່ນໍ້າທະເລສູງ ທໍ່ຟ້າສະຫວັນນັ້ນຢູ່ເທິງ ເລິກເລິກຈົນຈະຢັ່ງບໍ່ໄດ້ ແມ່ນຄວາມຮັກພຣະອົງ ຂ້ານ້ອຍຜູ້ບໍ່ສົມຄວນ ຍັງແມ່ນລູກຂອງພຣະອົງເຈົ້າ ເພາະພຣະທຳສັ່ງສອນວ່າ ຄວາມຮັກຊົງເຖິງຂ້ານ້ອຍທຸກທຸກບອ່ນ *2 ຂ້ານ້ອຍໄດ້ຫຼົງຈາກທາງສັດຊື່ຂອງພຣະອົງ ແຕ່ຂ້ານ້ອຍໄປທາງໃດກໍ່ຕາມ ພຣະອົງຈິ່ງຊົງໂຜດເອີ້ນຂ້ານ້ອຍໃຫ້ກັບໃຈ ຄືນມາຫາພຣະອົງໃຫມ່ *3 ທາງຜີນັ້ນຄືງາມແຕ່ບາງທີມີກົກໜາມ ເພາະຜິດບາບຮ້າຍຂາດລີ້ຢູ່ຫັ້ນ ຂ້ານ້ອຍຈິ່ງຂໍເພິ່ງພາອາໃສພຣະເຢຊູ ຜູ້ຊົງໂຜດຮັກສານັ້ນ === code 150 title ຕື່ນເທີດຈິດເອີຍ title_original Awake My Soul authors_lyric Attr. to Thomas Haweis (1734-1820) authors_music Philip Doddridge (1702-1751) *1 ຕື່ນເທີດຈິດເອີຍແລ້ວຢືດເສັ້ນສາຍ ໝັ້ນໝາຍກ້າວໜ້າຕໍ່ໄປ ທາງເມືອງສະຫວັນເຮົາແຂງໄປນັ້ນ ເພື່ອຮັບມຸງກຸດນິລັນ *2 ມີຄົນຄອຍຢູ່ ແລະ ເປັນພະຍານ ຕັ້ງດົນເຂົາເບິ່ງຕາມໄປ ຈົ່ງລື່ມຫົນທາງທີ່ທ່ານຕາມໂລກ ຮີບໄປຕາມທາງເບື້ອງບົນ *3 ຟັງສຽງພຣະເຈົ້າຊົງເອີ້ນພວກເຮົາ ເອີ້ນເຮົາມາຈາກເບື້ອງເທິງ ພຣະເຈົ້າປະທານລາງວັນແກ່ເຮົາ ໃຫ້ໃຫ້ທັນທີ່ກັບຕາ *4 ພຣະເຈົ້າຜູ້ຊ່າຍຊົງນຳເຮົາມາ ແລ່ນແຂ່ງເລື້ອຍມາຕາມທາງ ຈົນໄດ້ມຸງກຸດງາມສຸດແລ້ວມອບ ກຽດຕິຍົດຂ້າງພຣະອົງ === code 151 title ຂ້າມັກກ່າວເຖິງເລື່ອງ title_original I Love to Tell the Story authors_lyric Katherine Hankey, 1866 (1834-1911) authors_music William G. Fischer, 1869 (1835-1912) *1 ຂ້າມັກກ່າວເຖິງເລື່ອງຂ່າວປະເສີດ ຄືສິ່ງທີ່ຟ້າສະຫວັນ ເລົ່າເລື່ອງພຣະອົງເຈົ້າເຢຊູ ຊົງຮັກຢ່າງອັດສະຈັນ ຂ້າມັກເລົ່າເຖິງຄວາມຮັກນັ້ນ ເພາະວ່າເປັນເລື່ອງແທ້ຈິງ ເຮັດໃຫ້ຈິດໃຈມີຄວາມສຸກ ຫຼາຍກວ່າເລື່ອງອື່ນທຸກສິ່ງ *ref ມັກກ່າວເຖິງຂ່າວປະເສີດນັ້ນ ເຖິງພຣະເຢຊູຜູ້ສັກສິດ ມັກເລົ່າເຖິງເລື່ອງລາວບູຮານ ເຖິງຄວາມຮັກຂອງພຣະຄຣິດ *2 ຂ້າມັກກ່າວເຖິງເລື່ອງສຽງອັນມ່ວນ ເປັນເລື່ອງລາວໜ້າເຊື່ອຟັງ ດຸເວົ້າໃຫ້ໃຈຊື່ນບານຫຼາຍ ເພາະເປັນການອັດສະຈັນ ມັກກ່າວເຖິງຂ່າວປະເສີດດີ ເພາະມີຫຼາຍຄົນບໍ່ຮູ້ ຄືຂ່າວການພົ້ນບາບຫາຍໂທດ ໂດຍຣິດຂອງພຣະເຢຊູ *3 ຂ້າມັກກ່າວເຖິງເລື່ອງຂ່າວເລີດນັ້ນ ກັບຄົນທີ່ພໍໃຈຟັງ ເພາະເຂົາຢາກຮູ້ຢູ່ເລື້ອຍໄປ ເໝືອນຜູ້ທີ່ບໍ່ເຄີຍຟັງ ເມື່ອຂ້າເຫັນສະຫງ່າລາສີ ຈະຍິນດີຮ້ອງເພງໃໝ່ ແຕ່ຍັງເປັນເລື່ອງບູຮານນັ້ນ ທີ່ຂ້າໄດ້ຮັກແຕ່ໃດ === code 152 title ຈົ່ງຍິ້ມໄວ້ title_original You Can Smile authors_lyric A. H. Ackley *1 ຈົ່ງຍິ້ມໄວ້ເມື່ອທ່ານບໍ່ອາດກ່າວຈາຈົ່ງຍິ້ມໄວ້ ເມື່ອທ່ານບໍ່ອາດຍິນຫມົດຈົ່ງຍິ້ມໄວ້ ເມື່ອທ່ານມີທຸກສຸກໃຫ່ຍຈົ່ງຍິ້ມໄວ້ ທຸກເມື່ອໄປໃຫ້ແນ່ນອນ === code 153 title ເຊີນທ່ານທັງຫຼາຍ title_original Come, Take the Water of Life authors_lyric Sook Pongsenoi authors_music Soisontud *1 ເຊີນທ່ານທັງຫຼາຍທັງຍິງທັງຊາຍເຂົ້າມາເຖີ້ນ ດື່ມນ້ຳທິບປະເສີດບໍ່ເສຍອັນໃດ ຖ້າຜູ້ໃດເຄີຍມີຄວາມຫິວ ໃຫ້ຜູ້ນັ້ນຈົ່ງຮັບປະທານ ນ້ຳຝ່າຍວິນຍານຈາກອົງ ພຣະເຢຊູແຕ່ຜູ້ດຽວ *2 ເຊີນຜູ້ລຳບາກທຸກຍາກທັງຫຼາຍໃຫ້ຮີບມາ ເຊີນເຫຼົ່າປະຊາຊົນເຊົາເມື່ອຍສຳບາຍ ຖ້າຜູ້ໃດໃຈອ່ອນສຸພາບ ໃຫ້ຮຽນຮູ້ຈາກພຣະເຢຊູ ຜູ້ຊົງເປັນຄູ ແລະ ຊົງ ເປັນຜູ້ໄຖ່ບາບຂອງເຮົາ *3 ຄວາມສຸກສະຫວັນພຣະເຈົ້າປະທານແກ່ຜູ້ເຊື່ອ ຄວາມສຸກນີ້ຢູ່ເໜືອຄວາມສຸກໃດໃດ ຖ້າຜູ້ໃດເຄີຍມີຄວາມຫິວ ໃຫ້ຜູ້ນັ້ນຈົ່ງຮີບເຂົ້າມາ ດ້ວຍຄວາມສັດທາທຸນຂໍ ຈາກອົງພຣະເຢຊູເຈົ້າ *4 ເຊີນຜູ້ທຸກຍາກລຳບາກທັງຫຼາຍຮັບອາຫານ ເຊີນມາຮັບປະທານບໍ່ເສຍເງິນທອງ ເຫດອັນໃດຈິ່ງຈ່າຍເງິນທອງ ຊື້ສີ່ງຂອງທີ່ບໍ່ອີ່ມໃຈ ແຕ່ວ່າດຽວນີ້ພຣະເຈັ້າ ຊົງປະທານຂອງຢ່າງດີ === code 154 title ເມື່ອເຂົ້າເຝົ້າອາທິຖານ title_original As We Come to You in Prayer authors_lyric Ralph Carmichael *1 ເມື່ອເຂົ້າເຝົ້າອາທິຖານ ຂໍຊົງເປິດໃຈຮັບພຣະວິນຍານ ຫັນຄວາມຄິດຈາກບັນຫາໃນໂລກນີ້ ເຖິງບັນລັງຮອບດ້ວຍຣັດສະໝີ ຂໍຊີວິດຈົ່ງປ່ຽນແປງດ້ວຍຄວາມຮັກ ຂໍພຣະເຈ້າເສິມກຳລັງຕໍ່ພຣະພັກ ໃນເວລາເຮົາຄຸກເຄົ່າເຝົ້າອະທິຖານ ຂໍພຣະເຈ້າຊົງຢູ່ດ້ວຍໃນພຣະວິຫານ === code 155 title ເມື່ອພຣະເຢຊູຊົງຮວບຮວມຊົນທັງໝາຍ title_original When Jesus Shall Gather the Nations authors_lyric Harriet Burn McKeever, 1885 authors_music John Robson Sweney *1 ເມື່ອພຣະເຢຊູຊົງຮວບຮວມຊົນທັງຫຼາຍ ວັນສຸດທ້າຍເຮົາຢືນຢູ່ຕໍ່ພຣະ ເຮົາຈະຢູ່ຕໍ່ຫນ້າພຣະອົງໄດ້ຢ່າງໃດ ເມື່ອພຣະໄຂຄວາມລັບທີ່ເຮົາເຮັດ *ref ຈະຊົງຮັບຜູ້ຊອບທຳໄປຍັງສະຫວັນ ຄົນບາບນັ້ນຈະທຳລາຍໃຫ້ວາຍປານ ເຮົາຈະຢູ່ຕໍ່ຫນ້າພຣະໄດ້ຢ່າງໃດ ໃນວັນໃຫຍ່ທຸກຄົນຟຶ້ນຊີວິດ *2 ເຮົາຈະໄດ້ຍິນພຣະເຢຊູເວົ້າແວ່ວມາ ວ່າເຈົ້າຜູ້ສັດຊື່ເຮັດດີແລ້ວ ຫຼື ບໍ່ແຄ້ວຕ້ອງຢ້ານຈົນໂຕສັ່ນຂັວນຫາຍ ຖືກທຳລາຍພົ້ນຈາກຫນ້າບັນລັງ *3 ຈະຊົງຍິ້ມເມື່ອຊົງໂປດທອດພຣະເນດມາ ຍັງຜູ້ຖືກປະທັບກາຫມາຍໄວ້ ພຣະຈະຊົງມອບເສື້ອຂາວແຫ່ງສະຫວັນໃຫ້ ເມື່ອເຮົາກາບໄຫວ້ແທບເບື້ອງພຣະບາດ *4 ຈົງໃຝ່ໃຈໃນສະຫວັນເມື່ອຍັງເປັນຄົນ ດ້ວຍອົດທົນຈົນເຊລົງມາບໍ່ ຄຶເມື່ອວັນງານເດີນທາງຂອງເຮົາສິ້ນໄປ ຈະອຸ່ນໃຈເມື່ອຢູ່ໃກ້ພຣະອົງ === code 156 title ອົງພຣະເຈົ້າຊົງລັງສີໂອຟາ title_original God of Grace and God of Glory authors_lyric Harry Emerson Fosdick, 1930 (1878-1969) authors_music John Hughes, 1907 (1873-1932) *1 ອົງພຣະເຈົ້າຊົງລາສີໂອຟາ ຂອງພຣະວິນຍານເທອຳນາດ ອານາຈັກພຣະອົງຈຳເລີນດີ ດັ່ງມາລີຄ່ອຍແຍ້ມເບັ່ງບານ ໃຫ້ມີປັນຫາ ໃຫ້ໃຈຫມັ້ນຄົງ ເພື່ອປະເຊີນເຫດການວັນນີ້ ເພື່ອປະເຊີນເຫດການວັນນີ້ *2 ປວງຄວາມບາບທີ່ລຽງລ້ອມອ້ອມເຮົາ ເພາະພຣະເຈົ້າຂວາງພຣະມານດາ ໂປດກຳຈັດຄວາມກັ່ວຮອບກາຍາ ປົດປ່ອຍຂ້າຮັບຄວາມເປັນໄທ ໃຫ້ມີປັນຫາ ໃຫ້ໃຈຫມັ້ນຄົງ ເພື່ອດຳລົງຊີວິດວັນນີ້ ເພື່ອດຳລົງຊີວິດວັນນີ້ *3 ໂປດປະທານເພີ່ມເຕີມພຣະປັນຍາ ໃຈຂ້າຍິ່ງຂໍໃຫ້ສິ້ນໄປ ໂປດທຳລາຍຄວາມໂລບຄຶງຮັດໃຈ ມັ່ງມີດັ່ງວິນຍານຍັງຈົນ ໃຫ້ມີປັນຫາ ໃຫ້ໃຈຫມັ້ນຄົງ ເພື່ອໄດ້ໄປແຜ່ນດິນພຣະເຈົ້າ ເພື່ອໄດ້ໄປແຜ່ນດິນພຣະເຈົ້າ === code 157 title ພວກເຮົາໄຖນາແລະວ່ານກ້າ title_original We Plow the Fields and Scatter authors_lyric Matthias Claudius (1740-1815) authors_music Johann A. P. Shulz (1747-1800) *1 ພວກເຮົາໄຖນາ ແລະ ຫວ່ານກ້າຈະປູກເຂົ້າເຕັມທຸກໄຮ່ ແຕ່ວ່າຍັງຕ້ອງໄດ້ເພິ່ງນໍ້າຝົນຈາກພຣະເປັນເຈົ້າອົງໃຫຍ່ ພຣະອົງໄດ້ຊົງຕັ້ງລະດູຫວ່ານກັບລະດູຮ້ອນເໝືອນກັນ ອັນໜຶ່ງທຸກສິ່ງກໍງອກຂຶ້ນເພາະຝົນຕົກຈາກສະຫວັນ *ref ຂອງປະທານທີ່ເກີດມາພຣະອົງຊົງໂຜດແຕ່ງໄວ້ ໂອ້ໂມທະນາຕໍ່ພຣະເມດຕາພຣະກະລຸນາຄຸນໃຫຍ່ *2 ພຣະເຈັ້າອົງດຽວຊົງສ້າງໄວ້ສັບພະທຸກສິ່ງໃຕ້ຟ້າ ພຣະອົງຊົງສ້າງດອກໄມ້ດີງາມທັງສັດກັບນົກໃນປ່າ ນໍ້າລົມຢູ່ໃຕ້ອຳນາດຂອງທ່ານພຣະອົງຊົງລ້ຽງຮັກສາ ມະນຸດໃນໂລກອັນສົງສານບໍ່ວ່າຈັກຊາດພາສາ *3 ໂອ້ພຣະບິດາຜູ້ສູງສຸດຂ້ານ້ອຍເຕັມໃຈຍິນດີ ເພາະວ່າຂອງຊົງປະທານເຫຼົ່ານັ້ນພຣະອົງຊົງໂຜດໃຫ້ມີ ແຕ່ວ່າບໍ່ອາດຈະຊອກຫາໄດ້ຂອງສົມກັບການຕອບແທນ ທໍ່ວ່າຈະມອບຈິດໃຈໄວ້ເປັນຂອງພຣະອົງອາແມນ === code 158 title ແມ່ນສຽງຂອງໃຜ title_original Bring Them In authors_lyric Alexcenah Thomas authors_music W. A. Ogden (1841-1897) *1 ແມ່ນສຽງຂອງໃຜຂ້ານ້ອຍໄດ້ຍິນ ຮ້ອງດັງໃນປ່າໃຫ່ຍທົ່ວແຜ່ນດິນ ແມ່ນພຣະເຢຊູຊົງເອີ້ນແກະນັ້ນ ທີ່ຫຼົງໄປຈາກຜູ້ຮັກສາມັນ *ref ຈົ່ງພາມາ ພາເຂົ້າມາ ພາເຂົາເຂົ້າມາຈາກຜິດບາບໜັກໜາ ຈົ່ງພາມາ ພາເຂົ້າມາ ໃຫ້ເຂົາຫຼົບມາຫາພຣະເຢຊູ *2 ໃຜຮັບໃຊ້ພຣະຜູ້ລ້ຽງແກະນີ້ ຊອກໂຕແກະທີ່ຫຼົງຈາກທາງດີ ໃຜຈະໄດ້ພາແກະນັ້ນມາໄວ້ ໃນສອກພຣະອົງພົ້ນອັນຕະລາຍ *3 ສຽງຂອງຜູ້ຫຼົງໄດ້ຍິນໄກບ້ານ ຮ້ອງກາງພູເຂົາອັນສູງໜ້າຢ້ານ ຕ້ອງຟັງພຣະຜູ້ລັຽງຊົງບອກເຈົ້າ ໃຫ້ນຳຜູ້ຫຼົງນັ້ນມາຫາເຮົາ === code 159 title ສະຫງ່າລາສີແຫ່ງພະຄຳ title_original A Glory in the Word authors_lyric Thomas Hastings, 1837 authors_music Campbell's Collection *1 ພົບພຣະຄຳລໍ້າເລີດປະເສີດແທ້ ປະຈັກຊ່ວຍດ້ວຍຄຸນທ່ານ ແຕ່ບາບຜິດປິດມ້ານກັ້ງວິນຍານ ບັງສະຫວັນກັ້ນແສງມັ່ວ ບັງສະຫວັນກັ້ນແສງມັ່ວ *2 ພຣະວິນຍານປະທານຄວາມສະຫວ່າງ ກະຈ່າງໃຈໃນຄຳສອນ ເຫັນຜົນເລີດລໍ້າຄ່າ ແລະ ແສນຫວານ ຜູ້ປະພັນນັ້ນຊົງທຳ ຜູ້ປະພັນນັ້ນຊົງທຳ *3 ເຮົາທັງຫຼາຍໄດ້ພອນຫຼາຍແທ້ນາ ເຫັນສະຫງ່າລາສີທ່ານ ສາຍາລັກປະຈັກແຈ້ງທຸກວັນ ປະທານໃຫ້ໃນພຣະຄຳ ປະທານໃຫ້ໃນພຣະຄຳ *4 ໂອ້ໂປດຊ່ວຍສອນສັ່ງທັ້ງເຂັ້ມແຂງ ໃນແຮງຮັກບໍລິສຸດ ໃຜຮູ້ເຫັນເຊັ່ນນີ້ບໍ່ຢຸດຢ່ອນ ສຸດງາມແທ້ພຣະພັກອົງ ສຸດງາມແທ້ພຣະພັກອົງ === code 160 title ພຣະເຈົ້າເຕັມໃຈຕິດຕາມ title_original Anywhere With Jesus authors_lyric Jessie H. Brown, 1886 (1861-1921) authors_music Daniel B. Towner, 1887 (1850-1909) *1 ຂ້າພະເຈົ້າເຕັມໃຈຕິດຕາມພຣະເຢຊູເຈົ້າ ບ່ອນໃດທີ່ພຣະອົງຊົງນຳໃນໂລກໂສກເສົ້າ ຄັນພຣະອົງບໍ່ຢູ່ຄວາມຍິນດີຫາຍເສຍໄປ ຄັນພຣະອົງຊົງນຳຜູ້ຂ້າບໍ່ຢ້ານສິ່ງໃດ *ref ໄປທີ່ໃດຢູ້ໃນໃສຂ້າຈະຢ້ານບໍ່ໄດ້ ຂ້າພະເຈົ້າບໍ່ຢ້ານເພາະພຣະອົງຊົງນຳໄປ *2 ຂ້າພະເຈົ້າຕາມພຣະອົງບໍ່ຢ້ານອັນຕະລາຍ ມີແຕ່ການທົດລອງຢູ່ເບິ່ງທາງໃດກໍ່ໄດ້ ພຣະອົງເອງຊົງຖືກທົດລອງຈິ່ງອາດຊ່ອຍໄດ້ ບ່ອນໃດທີ່ພຣະອົງຊົງນຳໜ້າຕ້ອງມີໄຊ *3 ຄັນພຣະອົງສະຖິດຢູ່ໃຈບໍ່ສົມຄວນເຫງົາ ຄົນຮັກແພງພ່າຍໜີພຣະອົງຊົງຢູ່ນຳເຮົາ ແມ່ນພຣະອົງຊົງນຳໄປຕາມທາງທຸກກໍຕາມ ໄປນຳພຣະອົງຄວນຮ້ອງເພງດ້ວຍຄວາມຍິນດີ *4 ຄັນຄວາມຕາຍແລ່ນມາຜູ້ຂ້າບໍ່ຢ້ານບໍ່ກົວ ຄາວສຸດທ້າຍຊີວິດກໍ່ອ່ອນແຮງ ແລະ ມືດມົວ ເພາະຮູ້ວ່າເມື່ອນັ້ນພຣະອົງຊົງໂຜດປະທານ ໃຫ້ຜູ້ຂ້າຢູ່ນຳພຣະອົງໃນທີ່ສຳຣານ === code 161 title ພຣະເຢຊູອອກຈາກອຸບໂມງ *1 ພຣະເຢຊູອອກຈາກອຸໂມງພຣະອົງໄດ້ຊົງມີໄຊ ແຕ່ວັນນັ້ນຄວາມຕາຍບໍ່ມີສຳລັບພຣະຜູ້ໄຖ່ນັ້ນ ຈົ່ງຮ້ອງເພງຍ້ອງຍໍນາມພຣະອົງກັບລິດເດດອະນຸພາບ ໂອ້ຄວາມຕາຍເອີຍຄວາມໄຊຊະນະຂອງເຈົ້າຢູ່ໃນທີ່ໃດ *2 ຂ້າຍັງຈະຢ້ານກົວຢູ່ ຫຼື ຄວາມຕາຍຖືກຍົກເລີກແລ້ວ ຈິ່ງຫາຍເສຍເໝືອນມືດໜີໄປຕໍ່ໜ້າຮຸ່ງເຊົ້າເກີດໃໝ່ ພຣະຄຣິດເປັນຜູ້ຊົງໂຜດໃຫ້ພົ້ນສຳລັບຄົນບາບທຸກຄົນ ຜູ້ທີ່ເຊື່ອໃນພຣະເຢຊູນັ້ນຈະໄດ້ຮັບຕາມສົມຫວັງ *3 ຂ້ານ້ອຍຕັ້ງຢູ່ຢາງໝັ້ນຄົງໃນການເຝົ້າລະວັງຕົວ ຂ້າມີຄວາມໄວ້ໃຈໝັ້ນວ່າມີຄວາມສຸກຂອງພຣະອົງເຊີນ ພຣະອົງໂຜດພິທັກຮັກສາຕະຫຼອດສິ້ນຊີວິດຂ້າ ໃຫ້ຂ້າຫຼັບໄປເປັນຂອງພຣະອົງໂຜດໃຫ້ຄືນມາເໝືອນກັນ === code 162 title ໃຫ້ຟ້າກັບໂລກຍ້ອງຍໍພຣະເຈົ້າ title_original Doxology authors_lyric Louis Bourgeois, 1551(c.1510-1561) authors_music Thomas Ken, 1695 (1637-1710) *1 ໃຫ້ຟ້າກັບໂລກຍ້ອງຍໍພຣະເຈົ້າ ພຣະພອນທັງຫຼາຍອັນຊົງປະທານ ສັນລະເສີນພຣະບິດາຂອງເຮົາ ຍ້ອງຍໍພຣະບຸດ ແລະ ພຣະວິນຍານ (ອາແມນ) *2 ບັນດາມະນຸດທຸກບ່ອນທຸກທີ່ ເຂົ້າເຝົ້າພຣະອົງຍົກສຽງຍິນດີ ຢຳເກັງນັບຖືພຣະເຈົ້າໂລກຟ້າ ຍ້ອງຍໍພຣະເຈົ້າພຣະຢາໂຮວາ (ອາແມນ) *3 ເຮົານີ້ບໍ່ໃຊ້ເກິດມາເອງໄດ້ ພຣະເຈົ້າຊັ້ນຟ້າໄດ້ສ້າງເຮົາໄວ້ ຢາໂຮວາຄືພຣະເຈົ້າອົງທ່ຽງ ພວກເຮົາພຣະອົງຊົງໂຜດຊ່ວຍລ້ຽງ (ອາແມນ) *4 ເຂົ້າທາງປະຕູເຊີນມານັບຖື ເຂົ້າເຝົ້າພຣະອົງດ້ວຍໃຈສັດຊື່ ຍ້ອງຍໍພຣະເຈົ້າດ້ວຍສຽງເພງມວ່ນ ເພາະສັນລະເສີນເປັນການສົມຄວນ (ອາແມນ) *5 ພຣະຢາໂຮວາພຣະເຈົ້າເຮົາດີ ຄວາມເມດຕາຂອງພຣະອົງໝັ່ນມີ ຄວາມຈິງພຣະອົງຊົງຕັ້ງດ້ວຍຣິດ ຊົງໃຫ້ມີຢູ່ຕໍ່ໄປເປັນນິດ (ອາແມນ) ===